ເຮືອບັນທຸກເຮືອບິນລໍາທໍາອິດຂອງຈີນ ໄດ້ກັບຄືນສູ່ທ່າເຮືອຂອງ
ຕົນ ຫລັງຈາກໄດ້ທໍາການເຝິກຊ້ອມເປັນລໍາດັບມາ ທີ່ລະເລ
ຈີນໃຕ້.
ນີ້ເປັນຄັ້ງທໍາອິດທີ່ເຮືອບັນທຸກເຮືອບິນ Liaoning ໄດ້ປະຕິບັດ
ງານໃນໄລຍະໄກ ນັບຕັ້ງແຕ່ໄດ້ເຂົ້າປະຈຳການ ໃນປີແລ້ວນີ້
ທ່າມກາງທີ່ມີຄວາມເປັນຫ່ວງ ກ່ຽວກັບການເຕີບໃຫຍ່ຂອງອໍາ
ນາດດ້ານກອງທັບເຮືອຂອງຈີນ.
ອົງການຂ່າວຊິນຫົວ ຂອງທາງການຈີນ ກ່າວວ່າ ເຮືອບັນທຸກ
ເຮືອບິນ “ໄດ້ທຳການທົດສອບຢ່າງຮອບດ້ານ ເບິ່ງລະບົບການ
ສູ້ລົບ ແລະຝຶກແອບປະຕິບັດງານວາງກອງກຳລັງ.”
ອົງການຂ່າວຊິນຫົວ ອ້າງຄໍາເວົ້າ ແຫລ່ງຂ່າວກອງທັບເຮືອມທີ່ບໍ່ເປີດເຜີຍຊື່ວ່າ ການເດີນ
ທາງໄປປະຕິບັດງານ 37 ມື້ “ປະສົບຜົນສໍາເລັດ ຕາມຄາດໝາຍ” ແລະການທົດລອງທັງ
ໝົດ “ເປັນໄປດ້ວຍດີ ຕາມທີ່ໄດ້ວາງແຜນໄວ້.”
ທ່ານ Zhang Zheng ຄັບຕັນເຮືອ Liaoning ຍັງກ່າວອີກວ່າ ການປະຕິບັດງານເປັນໄປດ້ວຍຄວາມລາບລື່ນດີ.
ເຮືອ Liaoning ໄດ້ຮັບການຄຸ້ມກັນໂດຍເຮືອບິນ ເຮືອລົບ ແລະເຮືອດຳນໍ້າ ຊຶ່ງກໍໄດ້ເຂົ້າ ຮ່ວມໃນການເຝິກຊ້ອມຄັ້ງນີ້ນຳ.
ໃນວັນທີ 5 ທັນວາຜ່ານມາ ນຶ່ງໃນບັນດາເຮືອລົບຂອງຈີນ ທີ່ຄຸ້ມກັນ ເຮືອບັນທຸກເຮືອບິນ
Liaoning ໄດ້ຫລີກລ່ຽງການຕຳກັນ ກັບເຮືອລົບ ຂອງສະຫະລັດ.