ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນ ໃຫ້ການຊ່ວຍເຫຼືອ ລາວ ເພື່ອການສະກັດກັ້ນ COVID-19, ສ່ວນປະຊາຊົນ ລາວ ຂາດແຄນໜ້າກາກ ຢ່າງກວ້າງຂວາງ


ເຄື່ອງຊ່ວຍເຫຼືອ ເພື່ອສະກັດກັ້ນການແຜ່ລະບາດຂອງ COVID-19 ຈາກ ຈີນ ຢູ່ສະໜາມບິນວັດໄຕ.
ເຄື່ອງຊ່ວຍເຫຼືອ ເພື່ອສະກັດກັ້ນການແຜ່ລະບາດຂອງ COVID-19 ຈາກ ຈີນ ຢູ່ສະໜາມບິນວັດໄຕ.

ຈີນ ໃຫ້ການຊ່ວຍເຫຼືອ ລາວ ເພື່ອການສະກັດກັ້ນການແຜ່ລະບາດຂອງໄວຣັສ COVID-19 ດ້ວຍການຈັດສົ່ງຄະນະແພດ ແລະ ອຸປະກອນທີ່ຈຳເປັນ ໃນຂະນະທີ່ປະຊາຊົນ ລາວ ຍັງຂາດແຄນໜ້າກາກຢ່າງກວ້າງຂວາງ.

ຄະນະຜູ້ຊ່ຽວຊານທາງການແພດຂອງລັດຖະບານ ຈີນ 12 ຄົນເດີນທາງເຖິງນະຄອນຫຼວງ ວຽງຈັນ ໃນວັນທີ 29 ມີນາ 2020 ພ້ອມດ້ວຍອຸປະກອນຕ່າງໆທີ່ຈຳເປັນສຳລັບນຳໃຊ້ໃນການສະກັດກັ້ນການແຜ່ລະບາດຂອງໄວຣັສສາຍພັນໃໝ່ COVID-19 ໃນ ລາວ ຊຶ່ງລັດຖະບານ ຈີນ ໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ລາວ ພາຍໃຕ້ການພົວພັນຮ່ວມມື ແລະ ການເປັນຄູ່ຮ່ວມຊະຕາກຳ ເພື່ອການດຳເນີນຍຸດທະສາດການພັດທະນາຮ່ວມກັນຢ່າງຮອບດ້ານ ແລະ ຢ່າງຍາວນານລະຫວ່າງ ລາວ ກັບ ຈີນ ນັ້ນ.

ຄະນະຜູ້ຊ່ຽວຊານທາງການແພດຂອງ ຈີນ ທັງ 12 ຄົນຈະປະຕິບັດພາລະກິດໃນ ລາວ ເປັນເວລາ 14 ວັນຕິດຕໍ່ກັນ ດ້ວຍການຖ່າຍທອດປະສົບການໃຫ້ບຸກຄະລາກອນທາງການແພດຂອງ ລາວ ກ່ຽວກັບ ການປ້ອງກັນ ແລະ ຄວບຄຸມໄວຣັສ COVID-19, ການຄັດຕອງຜູ້ທີ່ຕິດເຊື້ອ, ການກວດວິເຄາະ, ການຮັກສາຄົນປ່ວຍ, ການບໍລິຫານ ແລະ ຈັດການໂຮງໝໍ-ສະຖານທີ່ກັກກັນຜູ້ຕິດເຊື້ອ ແລະ ການໂຄສະນາເພື່ອເສີມສ້າງການມີສ່ວນຮ່ວມຂອງປະຊາຊົນໃນການປະຕິບັດຕາມມາດຕະການຕ່າງໆທີ່ທາງການ ລາວ ວາງອອກ. ສ່ວນອຸປະກອນທີ່ ຈີນ ໃຫ້ການຊ່ວຍເຫຼືອ ລາວ ໃນຄັ້ງນີ້ກໍປະກອບດ້ວຍ ຢາກວດເຊື້ອໄວຣັສ COVID-19 ຈຳນວນ 2,016 ຊຸດ,​ ໜ້າກາກ N95 ສຳລັບແພດ ແລະ ໜ້າກາກອະນາໄມ 4 ແສນອັນ ອຸປະກອນປ້ອງກັນສຳລັບໝໍ ແລະ ພະຍາບານ 5,000 ຊຸດ ລວມທັງຢາກວດເຊື້ອໄວຣັສ COVID-19 ອີກ 2 ໝື່ນຊຸດຈາກມູນນິທິ ແຈັກ ໝ່າ.

ແຕ່ຢ່າງໃດກໍຕາມ ສະພາບບັນຫາທີ່ເກີດຂຶ້ນຢ່າງກວ້າງຂວາງໃນ ລາວ ໃນປັດຈຸບັນນີ້ກໍຄືບັນຫາຂາດແຄນໜ້າກາກອະນາໄມ ຫຼື ຜ້າອັດປາກ-ດັງຂອງປະຊາຊົນ ທັງຍັງມີລາຄາສູງຂຶ້ນຢ່າງຕໍ່ເນື່ອງ ໂດຍເຖິງແມ່ນວ່າລັດຖະບານ ລາວ ໄດ້ປະກາດຄວບຄຸມລາຄາແລ້ວກໍຕາມ ແຕ່ກໍບໍ່ສາມາດປະຕິ ບັດໄດ້ຈິງ ເພາະເປັນສິນຄ້າທີ່ ລາວ ນຳເຂົ້າຈາກຕ່າງປະເທດທັງໝົດ ປະກອບກັບທຸກປະເທດກໍຕ້ອງການໜ້າກາກອະນາໄມເພີ່ມຂຶ້ນ ແລະ ຜູ້ຜະລິດກໍໄດ້ຫຼຸດການສົ່ງອອກດ້ວຍນັ້ນ ຈຶ່ງສົ່ງຜົນກະທົບຕໍ່ ລາວ ຢ່າງຫຼີກລ່ຽງບໍ່ໄດ້ ດັ່ງທີ່ທ່ານ ສົມຈິດ ອິດທະມິດ ຮອງລັດຖະມົນຕີກະຊວງອຸດສາ ຫະກຳ ແລະ ການຄ້າ ໄດ້ຖະແຫຼງຍອມຮັບວ່າ

“ໃນການກຳນົດນີ້ກະມີຄວາມຫຍຸ້ງຍາກ ເນື່ອງດ້ວຍວ່າພວກເຮົາບໍ່ຜະລິດເອງ ແມ່ນແຕ່ພວກນຳເຂົ້າປະເທດອ້ອມຂ້າງນີ້ ກະຫ້າມສົ່ງອອກ ທຳອິດມັນກະປະຕິບັດໄດ້ຢູ່ ພວກເຮົາກໍໄດ້ອອກແຈ້ງ ການແຕ່ຕົ້ນເດືອນສອງເນາະ ໃຊ້ໄດ້ປະມານສິບມື້ນີ້ແຫຼະ ຮອດກາງເດືອນນສອງຫຼັງວັນທີ 14 ກຸມພາ ໄປແຫຼະໝົດ ບໍ່ມີ ບໍ່ມີກໍເອົາເຂົ້າໄດ້ຍາກ ຄັ່ນຊັ້ນຜູ້ໃດຍັງມີກໍສວຍໂອກາດແຈ້ງລາຄາຂາຍ ອອນໄລນ໌ ເຈົ້າໜ້າທີ່ເຮົາກະລົງຕິດຕາມກວດກາຢູ່ ແຕ່ກະເວລາເຮົາໂທຕິດຕໍ່ເຂົ້າໄປ ເຂົາກະປິດສາຍ ໄປຫາຜູ້ໃໝ່.”

ການປະກາດໃນເດືອນກຸມພາ 2020 ທາງການ ລາວ ໄດ້ຄວບຄຸມລາຄາຈຳໜ່າຍໜ້າກາກອະນາໄມໄວ້ບໍ່ເກີນ 25,000 ກີບຕໍ່ 1​ ກັບທີ່ມີໜ້າກາກ 50​ອັນ ສ່ວນໃນເດືອນມີນາ 2020 ກໍໄດ້ກຳນົດໃຫ້ບວກກຳໄລໄດ້ບໍ່ເກີນ 30 ເປີເຊັນຈາກລາຄາຕົ້ນທຶນໃນການນຳເຂົ້າ ແລະ ຫຼ້າສຸດກໍໄດ້ກຳນົດລາ ຄາຈຳໜ່າຍ 50,000 ກີບຕໍ່ 1 ກັບ ຫາກແຕ່ກໍບໍ່ສາມາດປະຕິບັດໄດ້ຈິງ ເພາະປະຊາຊົນ ລາວ ຕ້ອງຈ່າຍເກີນກວ່າ 3 ເທົ່າຈາກລາຄາທີ່ກຳນົດດັ່ງກ່າວ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງສາທາລະນະສຸກ ໄດ້ໃຫ້ການຢືນຢັນວ່າ

“ປັດຈຸບັນນີ້ ຖ້າເວົ້າເລື່ອງສະພາບລາຄາຜ້າອັດປາກນີ້ ກະຄືມັນຍັງຢູ່ໃນຊ່ວງລາຄາທີ່ວ່າມັນກະຂ້ອນຂ້າງຈະສູງຫັ້ນແລ້ວ ຄັ່ນມາທຽບໃສ່ເມື່ອກ່ອນເນາະ ເພາະເມື່ອກ່ອນກັບກະປະມານ 25,000-30,000​ ກີບ ແຕ່ປັດຈຸບັນນີ້ກັບນຶ່ງຢູ່ໃນລາຄາ 130,000 ຫາ 150,000 ເຜີໆຮອດ 180,000.”

ທາງດ້ານທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຍອມຮັບວ່າ ການລະບາດຂອງເຊື້ອໄວຣັສ COVID-19 ຍ່ອມສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ລາວ ຢ່າງຫຼີກລ່ຽງບໍ່ໄດ້ ໂດຍສະເພາະແມ່ນຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນ ລາວ ທີ່ຈະຕ້ອງປະເຊີນຄວາມຫຍຸ້ງຍາກຫຼາຍຂຶ້ນໃນທຸກໆດ້ານ ເພາະໃນສະພາບການທີ່ບໍ່ປົກກະຕິໃນທົ່ວໂລກ ຍ່ອມເຮັດໃຫ້ການພົບພັນ-ຮ່ວມມືລະຫວ່າງ ລາວ ກັບ ຕ່າງປະເທດຕ້ອງປະສົບກັບບັນຫາຢຸດຊະງັກໄປດ້ວຍ ຊຶ່ງກໍລວມເຖິງການຢຸດຊະງັກຂອງບັນດາໂຄງການພັດທະນາຕ່າງໆທີ່ ລາວ ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະ ເທດເປັນຫຼັກນັ້ນ ຈຶ່ງມີຄວາມຈຳເປັນຢ່າງຍິ່ງທີ່ປະຊາຊົນ ລາວ ຈະຕຽມຄວາມພ້ອມເພື່ອຮັບມືກັບສະພາບບັນຫາທີ່ຈະເກີດຂຶ້ນໃຫ້ໄດ້ໂດຍສະເພາະແມ່ນການເພິ່ງຕົນເອງໃຫ້ໄດ້ໃນດ້ານສະບຽງອາຫານນັ້ນ ເພາະວ່າໄພທຳມະຊາດໃນປີ 2019 ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ລາວ ກວ່າ 579,000​ຄົນ ໃນ 13 ແຂວງ ແລະ ນາເຂົ້າໃນ ລາວ ເສຍຫາຍໄປໃນເນື້ອທີ່ລວມ 155,802 ເຮັກ ຕາຊຶ່ງຄິດເປັນຜົນຜະລິດເຂົ້າທີ່ເສຍຫາຍໄປກວ່າ 623,000​ ໂຕນ.

XS
SM
MD
LG