ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານກະເສດຈີນ ກຽມຫາທຶນເຂົ້າຕະຫຼາດຮຸ້ນ


ທະນາຄານການກະເສດຈີນ ຊຶ່ງເປັນທະນາຄານລັດວິສາຫະກິດ ທີ່ນ້ອຍທີ່ສຸດ ຂອງຈີນ
ເລີ້ມສະເໜີໃຫ້ຂໍ້ມູນແກ່ພວກນັກລົງທຶນເອກກະຊົນກ່ຽວກັບການຊື້ຮຸ້ນ ຂອງບໍລິສັດ
ໃນຕະຫຼາດທີ່ເປີດກວ້າງ ໃນອັນທີ່ອາດຈະກາຍເປັນການສະເໜີ ຂາຍຮຸ້ນ ໃຫ້ແກ່ພາກ
ສ່ວນເອກກະຊົນທີ່ໃຫຍ່ທີ່ສຸດໃນໂລກ.

ພວກນັກລົງທຶນຂະໜາດນ້ອຍ ໄດ້ພາກັນເຂົ້າແຖວຢູ່ນອກສາຂາທະນາຄານດັ່ງກ່າວ
ທີ່ຮົງກົງ ໃນວັນພຸດມື້ນີ້ເພື່ອໄປເອົາລາຍງານກ່ຽວກັບການຄາດຄະເນໃນ ອະນາຄົດ
ຂອງທະນາຄານ.

ທະນາຄານການກະເສດຈີນຫວັງວ່າ ຈະຫາເງິນທຶນໃຫ້ໄດ້ 20 ພັນລ້ານໂດລາ ເວລາຕົນ
ຈົດຊື່ຢ່າງເປັນທາງການ ເຂົ້າໃນຕະຫຼາດຄ້າຮຸ້ນຂອງຮົງກົງແລະນະ ຄອນຊຽງໄຮ້
ໃນເດືອນໜ້າ. ຈຳນວນເງິນດັ່ງກ່າວນີ້ ຈະທຳລາຍສະຖິຕິທີ່ເຮັດ ໄວ້ກ່ອນໜ້ານີ້ ເກືອບ
22 ພັນລ້ານໂດລາ ຂອງທະນາຄານອຸດສາຫະກຳແລະ ການຄ້າຈີນ ໃນປີ 2006.

ທະນາຄານ STANDARD CHARTERED ຂອງອັງກິດ ໄດ້ປະກາດໃນວັນພຸດມື້ນີ້ວ່າ
ຕົນຈະລົງທຶນ 500 ລ້ານໂດລາ ຊື້ຮຸ້ນຂອງທະນາຄານການກະເສດ ຂອງຈີນ.

XS
SM
MD
LG