ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊ່ວຍເຫຼຶອ ຂອງຈີນ ແກ່ອາຟຣິກາ ເກືອບເທົ່າກັນ ກັບ ຂອງ ສຫລ


ແຜນທີ່ທະວີບອາຟຣິກາ
ແຜນທີ່ທະວີບອາຟຣິກາ
ການສຶກສາໃໝ່ບັ້ນນຶ່ງພົບວ່າ ຈໍານວນເງິນຊ່ວຍເຫລືອຂອງຈີນ
ໃຫ້ແກ່ທະວີບອາ ຟຣິກາ ແມ່ນເກືອບເທົ່າກັນກັບຈໍານວນເງິນ ທີ່ສະຫະລັດໃຫ້ແກ່ທະວີບດັ່ງກ່າວ.

ບົດລາຍງານແລະຖານຂໍ້ມູນທີ່ໄດ້ເຜີຍແຜ່ໃຫ້ຮູ້ ໂດຍສູນກາງເພື່ອ
ການພັດທະນາໂລກ ທີ່ມີສຳນັກງານຢູ່ສະຫະລັດ ໄດ້ພົບວ່າ ໃນ
ລະຫວ່າງປີ 2000 ຫາ 2011 ຜ່ານມານີ້ ຈີນໄດ້ໃຫ້ຄໍາໝັ້ນສັນຍາໃນການໃຫ້ເງິນຊ່ວຍ
ເຫຼືອ 75 ພັນລ້ານໂດລາ ແກ່ໂຄງການພັດທະນາ ເກືອບ 1 ພັນ 700 ໂຄງການຢູ່ໃນທະ
ວີບອາຟຣິກາ.

ລາຍງານດັ່ງກ່າວເວົ້າອີກວ່າ ເງິນຊ່ວຍເຫລືອຂອງຈີນ ແມ່ນເກືອບເທົ່າກັນກັບຈໍານວນ
ເງິນທີ່ສະຫະລັດ ໄດ້ເອົາໃຫ້ແກ່ທະວີບອາຟຣິກາ ຢູ່ໃນໄລຍະດຽວກັນ.

ພວກນັກຄົ້ນຄວ້າເວົ້າອີກວ່າ ສ່ວນໃຫຍ່ໃນການຊ່ວຍເຫລືອຂອງຈີນ ບໍ່ສາມາດ ທີ່ຈະຖືໄດ້
ຢ່າງຊັດແຈ້ງວ່າ ແມ່ນເງິນຊ່ວຍເຫລືອ ຍ້ອນວ່າ ຂໍ້ຕົກລົງຂອງກຸງປັກກິ່ງ ກັບບັນດາປະເທດ
ໃນທະວີບອາຟຣິກາ ແມ່ນການປະສົມປະສານກັນ ລະຫວ່າງການລົງທຶນ, ສິນເຊື່ອໃນ
ການສົ່ງອອກ, ແລະການໃຫ້ຢືມເງິນ.

ບັນດາປະເທດຕາເວັນຕົກເວົ້າວ່າ ຄວາມສົນໃຈຕົ້ນຕໍຂອງຈີນຕໍ່ອາຟຣິກາ ແມ່ນຊັບພະ
ຍາກອນທໍາມະຊາດ ແລະການຊ່ວຍເຫລືອຂອງຈີນມັກຈະສະໜັບສະໜຸນການສໍ້ລາດ
ບັງຫລວງ ແລະລະບອບການປົກຄອງທີ່ບໍ່ມີປະຊາທິປະໄຕ. ການ ກ່າວຫາເຫລົ່ານັ້ນ ແມ່ນ
ສອດຄ່ອງກັບຄໍາເວົ້າຂອງພວກນັກເຄື່ອນໄຫວປົກປ້ອງ ສິດທິມະນຸດຫລາຍຄົນທີ່ເວົ້າວ່າ
ໂຄງການຂອງຈີນຢູ່ໃນທະວີບອາຟຣິກາ ແມ່ນ ລະເມີດມາດຕະຖານດ້ານສະພາບແວດ
ລ້ອມ ແລະແຮງງານ.

ສ່ວນກຸງປັກກິ່ງໄດ້ປະຕິເສດຕໍ່ການກ່າວຫາດັ່ງກ່າວ ແລະວ່າການຊ່ວຍເຫລືອຂອງຕົນ ແມ່ນເປັນການຊ່ວຍເຫຼືອໂດຍປາດສະຈາກເງື່ອນໄຂໃດໆທັງສິ້ນ.
XS
SM
MD
LG