ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ປະທານປະເທດຈີນ ຢ້ຽມຢາມ ອາຟຣິກາ (ວີດິໂອ)


ທ່ານ Xi Jinping (ຊ້າຍ) ປະທານປະເທດຈີນຄົນໃໝ່ ກັບທ່ານ Vladimir Putin ປະທານາທິບໍດີຣັດເຊຍ
ທ່ານ ຊີ ຈິນຜິ​ງ ປະທານ​ປະ​ເທດ​ຈີນ ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ
ຣັດ​ເຊຍ​ຢ່າງ​ເປັນທາງ​ການ ​ແລະ​ກໍາລັງ​ເດີນທາງ​ຕໍ່​ໄປ​ຍັງ​ຂົງ
​ເຂດ​ອາ​ຟຣິກາ ຊຶ່ງ​ທ່ານ​ຈະ​ແວ່​ຢ້ຽມຢາມ​ເປັນ​ເວລາ​ສັ້ນໆ​ທີ່
Tanzania, ອາ​ຟຣິກາ​ໃຕ້ ​ແລະ​ສາທາລະນະລັດ​ຄອງ​ໂກ.

ທີ່​ເມືອງ​ທ່າ Durban ປະ​ເທດ​ອາ​ຟຣິກາ​ໃຕ້ນັ້ນ ທ່ານ ຊີ ຈິນຜິ​ງ ຈະ​ເຂົ້າ ຮ່ວມ​ກອງ​ປະ ຊຸມສຸດ​ຍອດ ຄັ້ງ​ທີ່ 5 ຂອງ​ກຸ່ມ BRICS ​ຄື​ກຸ່ມ​ປະ​ເທດ​ທີ່​ກໍາລັງໂຜ່​ໂຕ​ຂຶ້ນມາ​ດ້ານ​ເສດ ຖະກິດ ​ໃນວັນ​ທີ 26 ​ແລະ 27 ​ເດືອນ​ມີນາ​ນີ້. ກຸ່ມ​ດັ່ງກ່າວແມ່ນປພກອບ​ດ້ວຍປະ​ເທດ Brazil, Russia, India, ຈີນ ​ແລະ ອາ​ຟຣິກາ​ໃຕ້. ນອກ​ນີ້​ແລ້ວ​ທ່ານ ຊີ ຈິນຜິ​ງ ຍັງ​ຈະ​ພົບ​ປະ​ກັບ​ບັນດາ​ຜູ້ນໍາ​ອາ​ຟຣິກາ​ໃນ​ຂົງ​ເຂດ ​ໃນ​ກອງ​ປະຊຸມ​ພັກຜ່ອນ​ໄປ​ພ້ອມ ທີ່​ເບິ່ງ​ຊົງ​ວ່າ​ຈະ​ສຸມ​ໃສ່​ບັນຫາ​ເສດຖະກິດ ​ແລະການ​ຄ້າ ກັບ​ບັນດາ​ຜູ້​ນໍາ​ຂອງ​ທະວີບ​ທີ່​ອຸດົມສົມບູນ​ດ້ວຍ​ຊັບພະຍາກອນ.

​ທີ່​ນະຄອນຫຼວງ Moscow ປະ​ເທດຣັດ​ເຊຍ​ນັ້ນ ທ່ານ ຊີ ຈິນຜິ​ງ ​ໄດ້ພົບ​ປະ​ສົນທະນາ ກັບ​ທ່ານ Vladimir Putin ປະທານາທິບໍດີຣັດ​ເຊຍ.

ທ່ານ ພູ​ຕິນ ​ເວົ້າ​ວ່າ ທ່ານ​ປື້​ມ​ໃຈຫຼາຍ ທີ່​ຜູ້​ນໍາ​ຈີນ​ໄດ້​ເລືອກ​ເອົາຣັດ​ເຊຍ ເປັນ​ບ່ອນຢ້ຽມ ຢາມຕ່າງປະ​ເທດ​ຄັ້ງ​ທໍາ​ອິດ​ຂອງ​ທ່ານ​ ໃນ​ຖານະ​ປະທານ​ ປະ​ເທດຈີນ ​ແລະ​ເອີ້ນ​ຄວາມ​ສໍາພັນ​ລະຫວ່າງຣັດ​ເຊຍ-ຈີນ ວ່າ ເປັນປັດ​ໃຈ​ທີ່​ມີ​ຄວາມ​ສໍາຄັນສູງ​ສຸດ ຂອງ​ການ​ເມືອງ​ໂລກ.

ວີດິໂອກ່ຽວຂ້ອງກັບຂ່າວນີ້:

BRICS Development Bank a Bridge to Opportunity in Africa
please wait

No media source currently available

0:00 0:02:49 0:00
ລິງໂດຍກົງ
XS
SM
MD
LG