ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກເຄື່ອນໄຫວຈີນ ຖືກຕັດສິນຈຳຄຸກ 9 ເດືອນ


ພວກສະໜັບສະໜຸນ ນັກເຄື່ອນໄຫວ Wang Lihong (7 ສິງຫາ 2011)
ພວກສະໜັບສະໜຸນ ນັກເຄື່ອນໄຫວ Wang Lihong (7 ສິງຫາ 2011)

ສານຂອງຈີນໄດ້ຕັດສິນໂທດຈຳຄຸກນັກເຄື່ອນໄຫວຄົນນຶ່ງເປັນເວລາ 9 ເດືອນຍ້ອນເຂົ້າຮ່ວມ
ການປະທ້ວງໃນນາມກຸ່ມຂອງພວກຄັດຄ້ານລັດຖະບານ.

ສານປະຈຳເຂດແຫ່ງນຶ່ງໃນນະຄອນຫຼວງປັກກິ່ງໄດ້ຕັດສິນໂທດນາງ Wang Lihong ອາຍຸ
55 ປີ ໃນຂໍ້ຫາລົບກວນຄວາມສະຫງົບຢູ່ນອກສານ ທີ່ເມືອງ Fuzhou ໃນພາກໃຕ້ຂອງຈີນ
ໃນປີ 2010 ບ່ອນທີ່ພວກນັກເຄື່ອນໄຫວທາງອິນເຕີແນັດ 3 ຄົນຖືກດຳເນີນຄະດີ.

ນາງ Wang ຖືກຈັບໃນເດືອນມີນາປີນີ້ໃນລະຫວ່າງການປາບປາມຢ່າງກວ້າງຂວາງຕໍ່ພວກ
ນັກເຄື່ອນໄຫວທີ່ສົນທະນາຫາລືກັນທາງອິນເຕີແນັດແລະຮຽກຮ້ອງໃຫ້ທຳການປະທ້ວງຢ່າງ
ສັນຕິຄ້າຍຄືກັນກັບທີ່ໄດ້ເກີດຂຶ້ນຢູ່ໃນບັນດາປະເທດອາຣັບນັ້ນ.

ນາງອາດສາມາດໄດ້ຮັບໂທດໜັກສຸດ ເຖິງຈຳຄຸກ 5 ປີ ແຕ່ທະນາຍຄວາມຂອງນາງເວົ້າວ່າ
ນາງຈະຂໍອຸທອນຕໍ່ຄຳຕັດສິນດັ່ງກ່າວ.

XS
SM
MD
LG