ຈີນກ່າວວ່າຕົນກຳລັງທຳການສືບສວນ ສັນຊາດຊາວໄຕ້ຫວັນກຸ່ມນຶ່ງ ທີ່ໄດ້ຖືກເນລະເທດ ອອກຈາກ Kenya ໃນຖານສົງໄສຕົວະຕົ້ມ ຊຸກຍູ້ພວກປະທ້ວງ ທີ່ໂກດແຄ້ນຈາກໄຕເປ ກ່ຽວກັບການເນລະເທດດັ່ງກ່າວ.
ຄົນສັນຊາດໄຕ້ຫວັນທັງໝົດ 45 ຄົນໄດ້ຖືກສົ່ງໄປຈີນແຜ່ນດິນໃຫຍ່ ລະຫວ່າງວັນຈັນ ແລະວັນອັງຄານວານນີ້ ຊຶ່ງທັງໝົດນີ້ໄດ້ຖືກຈັບຢູ່ໃນ Kenya ໃນປີ 2014 ແລະຖືກກ່າວ ຫາວ່າກະທຳຄວາມຜິດທາງອິນເຕີແນັດ. ສານ Kenya ໄດ້ລົບລ້າງຂໍ້ຫາດັ່ງກ່່າວ ແລະ ໃຫ້ກຸ່ມດັ່ງກ່າວມີເວລາ 21 ມື້ເພື່ອອອກຈາກປະເທດໄປ.
ໄຕເປໄດ້ກ່າວຫາຢ່າງໂກດແຄ້ນ ຕໍ່ປັກກິ່ງເລື້ອຍມາ ວ່າລັກພາໂຕຄົນສັນຊາດຂອງຕົນ ໄປ ໂດຍກົດດັນໃຫ້ Kenya ເນລະເທດເຂົາເຈົ້າໄປຈີນ. ແຕ່ວ່າ ທ່ານ An Fengshan ໂຄສົກຈີນ ປະຈຳຫ້ອງການກິດຈະການໄຕ້ຫວັນ ກ່າວວ່າ ກຸ່ມດັ່ງກ່າວໄດ້ລັກເງິນຫລາຍ ລ້ານໂດລາຈາກຄົນສັນຊາດ ແລະທຸລະກິດຈີນ.
ທ່ານ An Fengshan ຫ້ອງການທຸລະກິດໄຕ້ຫວັນ ກ່າວວ່າ “ນັບແຕ່ການກະທຳຄວາມ ຜິດໄດ້ເກີດຂຶ້ນຢູ່ນອກປະເທດ ແລະບັນດາຜູ້ເຄາະຮ້າຍທັງໝົດເປັນສັນຊາດຈາກແຜ່ນ ດິນໃຫຍ່ ບັນດາເຈົ້າໜ້າທີ່ແຜ່ນດິນໃຫຍ່ຈະປະຕິບັດງານຢ່າງແນ່ນອນເຖິງສິດທິຂອງ ຂອບເຂດ. ນອກເໜືອໄປກວ່ານັ້ນອີກແລ້ວ ປະເທດພົວພັນ ທີ່ອ້າງເຖິງ Kenya ມີສຳພັນ ທະໄມຕີກັບຈີນ. ໃນການທີ່ຈະເຮັດໃຫ້ຄວາມຈິງທັງໝົດເປັນທີ່ແຈ້ງຂາວ ແລະຊ່ວຍໃນ ການສືບສວນ ກະຊວງຍຸຕິທຳຂອງຈີນແຜ່ນດິນໃຫຍ່ ຈະສືບສວນຄວາມຜິດຂອງຊາວໄຕ້ ຫວັນ ອີງຕາມກົດໝາຍ. ສິດທິດ້ານກົດໝາຍ ແລະຄວາມສົນໃຈການກະທຳຜິດຕ່າງໆ ຈະເປັນທີ່ຮັບປະກັນອ້າງອີງຕາມກົດໝາຍ.”
ຕຳຫລວດ Kenya ໄດ້ບັງຄັບໃຫ້ຄົນສັນຊາດໄຕ້ຫວັນ 15 ຄົນອອກຈາກປ້ອມຍາມຕຳ ຫລວດໃນວັນອັງຄານວານນີ້ ຫລັງຈາກເຂົາເຈົ້າໄດ້ປະຕິເສດບໍ່ຍອມໜີໄປຂຶ້ນເຮືອບິນ ໄປຈີນ.
ອີກ 32 ຄົນ ທັງໝົດເປັນສັນຊາດຈີນ ກໍຈະຖືກເນລະເທດສົ່ງກັບຄືນໄປຫາຈີນແຜ່ນດິນ ໃຫຍ່ເຊັ່ນກັນ.