ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຖືກກ່າວຫາວ່າ ເຈາະຂໍ້ມູນ ສະຖາບັນ ຂອງ ລັດຖະບານ ກຳປູເຈຍ


ບັນດາສະມາຊິກຄະນະກຳມະການເລືອກຕັ້ງແຫ່ງຊາດ (NEC) ກຳລັງນັບບັດລົງຄະແນນສຽງ ລະຫວ່າງການເລືອກຕັ້ງຜູ້ແທນສະພາສູງ ໃນນະຄອນພະນົມເປັນ ທີ 25, 2018.
ບັນດາສະມາຊິກຄະນະກຳມະການເລືອກຕັ້ງແຫ່ງຊາດ (NEC) ກຳລັງນັບບັດລົງຄະແນນສຽງ ລະຫວ່າງການເລືອກຕັ້ງຜູ້ແທນສະພາສູງ ໃນນະຄອນພະນົມເປັນ ທີ 25, 2018.

ພວກແຮັກເກີ້ ຖືກຈັບໄດ້ ໃນຂະນະທີ່ພວມເຈາະເຂົ້າໄປ ໃນລະບົບຄອມພິວເຕີ້ສະຖາ
ບັນຕ່າງໆ ຂອງລັດຖະບານກຳປູເຈຍ ໃນອັນທີ່ເຊື່ອກັນຢ່າງແຂງຂັນວ່າເປັນການໂຈມ
ຕີແບບມີການປະສານງານກັນຂອງລັດຖະບານຈີນກ່ອນໜ້າການເລືອກຕັ້ງ ທີ່ກຳນົດ
ຈະມີຂຶ້ນໃນທ້າຍເດືອນນີ້ ອີງຕາມຄຳເວົ້າຂອງບໍລິສັດຕໍ່ຕ້ານການໂຈມຕີທາງອິນ
ເຕີແນັດ.

ປ້າບຫ້ອງການ ຟາຣອາບ (FireEye) ທີ່ເຫັນຢູ່ເມືອງ ມິລປິຕາ ລັດຄາລີຟໍເນຍ ທີ 11 ກຸມພາ 2015.
ປ້າບຫ້ອງການ ຟາຣອາບ (FireEye) ທີ່ເຫັນຢູ່ເມືອງ ມິລປິຕາ ລັດຄາລີຟໍເນຍ ທີ 11 ກຸມພາ 2015.

ຄະນະກຳມາທິການເລືອກຕັ້ງ ສະພາສູງ ກະຊວງການຕ່າງປະເທດ ກະຊວງພາຍໃນ ກະຊວງເສດຖະກິດແລະການເງິນຂອງກຳປູເຈຍ ຕ່າງກໍໄດ້ຖືກໂຈມຕີ ພ້ອມໆກັບສະ
ຖານທູດຕ່າງປະເທດ ສະຖາບັນສື່ມວນຊົນ ແລະຜູ້ນຳທີ່ສຳຄັນໆຂອງຝ່າຍຄ້ານ ອີງ
ຕາມການສະຫລຸບ ໃນການສືບສວນ ຂອງບໍລິສັດ FireEye Inc.

ໂຮງແຮມຈີນ ແລະບ່ອນບັນເທີງ ທີກຳລັງກໍ່ສ້າງຢູ່ ເປຣຍ ເມືອງສີຫານຸ ວັນທີ 26, 2017.
ໂຮງແຮມຈີນ ແລະບ່ອນບັນເທີງ ທີກຳລັງກໍ່ສ້າງຢູ່ ເປຣຍ ເມືອງສີຫານຸ ວັນທີ 26, 2017.

ທາງບໍລິສັດໄດ້ກ່າວຢູ່ໃນລາຍງານສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນອັງຄານວານນີ້
ວ່າ “ພວກເຮົາຄາດວ່າ ກິດຈະກຳດັ່ງກ່າວນີ້ ສະແດງໃຫ້ເຫັນວ່າ ລັດຖະບານຈີນ ໄດ້ຖືກ
ພົບເຫັນ ຢ່າງກວ້າງຂວາງວ່າ ເຂົ້າຫຍຸ້ງກ່ຽວໃນການເລືອກຕັ້ງແລະການປະຕິບັດງານ
ຂອງລັດຖະບານກຳປູເຈຍ. ຍິ່ງໄປກວ່ານັ້ນ ກຸ່ມດັ່ງກ່າວຍັງເປັນທີ່ຈະແຈ້ງວ່າ ສາມາດ
ປະຕິບັດງານຂະໜາດໃຫຍ່ ບຸກລຸກເຂົ້າໄປໃນລະບົບຂອງພວກເຄາະຮ້າຍຫຼາຍໆ
ຊະນິດ ໃນຂອບເຂດທີ່ກວ້າງຂວາງ.”

ຜູ້ຊາຍຄົນນຶ່ງເວົ້າໂທລະສັບຢູ່ຕໍ່ໜ້າຫ້ອງການສັນນິບາດກຳປູເຈຍ ແລະປ້ອງກັນສິດທິມະນຸດ (Licadho) ໃນນະຄອນພະນົມເປັນ.
ຜູ້ຊາຍຄົນນຶ່ງເວົ້າໂທລະສັບຢູ່ຕໍ່ໜ້າຫ້ອງການສັນນິບາດກຳປູເຈຍ ແລະປ້ອງກັນສິດທິມະນຸດ (Licadho) ໃນນະຄອນພະນົມເປັນ.

ປະຊາຊົນຊາວກຳປູເຈຍ ຈະໄປປ່ອນບັດໃນວັນທີ 29 ກໍລະກົດ ໃນການເລືອກຕັ້ງລຸນ
ຫລັງທີ່ໄດ້ມີການຍຸບພັກກູ້ຊາດກຳປູເຈຍຊຶ່ງເປັນພັກຝ່າຍຄ້ານໃນປີກາຍນີ້ ທີ່ເປັນຄູ່
ແຂ່ງສຳຄັນພຽງພັກດຽວ ຕໍ່ພັກປະຊາຊົນກຳປູເຈຍ ທີ່ເປັນພັກລັດຖະບານປົກຄອງ
ປະເທດຢູ່ໃນເວລານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG