ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

36 ຄົນເສຍຊີວິດ ຍ້ອນອຸບັດຕິເຫດ ລົດຕໍາກັນ ໃນຈີນ


ແປວໄຟໄໝ້ເກີດຂຶ້ນ ຍ້ອນອຸບັດຕິເຫດ ລົດຂົນສົ່ງທາດເມທານອລ ຕໍາກັນກັບລົດບັສຄັນນຶ່ງ ໃກ້ກັບເມືອງຢານອານ ທາງພາກເໜືອຂອງຈີນ
ແປວໄຟໄໝ້ເກີດຂຶ້ນ ຍ້ອນອຸບັດຕິເຫດ ລົດຂົນສົ່ງທາດເມທານອລ ຕໍາກັນກັບລົດບັສຄັນນຶ່ງ ໃກ້ກັບເມືອງຢານອານ ທາງພາກເໜືອຂອງຈີນ
ບັນດາເຈົ້າໜ້າທີ່ຈີນເວົ້າວ່າ ລົດຂົນສົ່ງທາດເມທານອລ ໄດ້ຕໍາກັບ
ລົດບັສຄັນນຶ່ງ ເຮັດໃຫ້ 36 ຄົນເສຍຊີວິດ.

ສື່ຂອງລັດຖະບານລາຍງານວ່າ ລົດທັງສອງຄັນນີ້ ໄດ້ລະເບີດຂຶ້ນ
ເປັນໄຟ ໃນຕອນເຊົ້າມືດຂອງວັນອາທິດມື້ນີ້ ລຸນຫລັງທີ່ເກີດອຸບັດ
ຕິເຫດ ໃກ້ກັບເມືອງຢານອານ ທາງພາກເໜືອຂອງປະເທດໃນ ແຂວງ Shaanxi ນັ້ນ.

ໃນຈໍານວນຜູ້ໂດຍສານ 39 ຄົນໃນລົດບັສຄັ້ນນັ້ນ ມີແຕ່ 3 ຄົນ
ເທົ່ານັ້ນ ທີ່ລອດຊີວິດຈາກເຫດລົດຕໍາກັນຄັ້ງນີ້.

ອຸບັດຕິເຫດຮ້າຍແຮງ ບົນທ້ອງຖະໜົນ ແມ່ນມັກເກີດຂຶ້ນເລື້ອຍໆ
ຢູ່ຈີນ ຊຶ່ງສື່ຂອງລັດຖະບານລາຍງານວ່າ ມີຄົນເກືອບຮອດ 70
ພັນຄົນເສຍຊີວິດຍ້ອນ ໃນປີກາຍນີ້.
XS
SM
MD
LG