ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

17 ຄົນເສຍຊີວິດ ໃນອຸບັດເຫດລົດຕໍາກັນ ທີ່ຈີນ


ທຸງຊາດຈີນ
ທຸງຊາດຈີນ

ອົງການ​ຂ່າວ​ທາງ​ການ​ຂອງຈີນ​ກ່າວ​ວ່າ ​ອຸບັດ​ເຫດ​ລົດ​ຕໍາ​ກັນ​ຫລາຍ​ຄັນ​ໃນ​ແຂວງ​ຈຽງ​ຊີ​ໃນ​ພາກ​ໃຕ້​ຂອງ​ຈີນ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ຢ່າງໜ້ອຍ 17 ຄົນ​ແລະ​ບາດ​ເຈັບ​ຕື່ມ​ອີກ 4 ຄົນ.

ອົງການ​ຂ່າວ​ຊິນ​ຫົວ​ແຈ້ງ​ໃຫ້​ຊາບ​ວ່າ ອຸບັດ​ເຫດ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ເຊົ້າ​ວັນ​ເສົາ​ວານ​ນີ້​ ບົນ​ທາງດ່ວນ​ລະຫວ່າງ​ເມືອງ​ຊຽງ​ໄຮ້​ແລະ​ເມືອງ​ຄຸນ​ໝິງ ​ແລະ​ວ່າ​ ມີລົດ​ 4 ຄັນຕໍາ​ກັນ ຊຶ່ງ​ເກີດຂຶ້ນເວລາ​ລົດ​ບັນທຸກຄັນ​ນຶ່ງ ແລ່ນ​ໄປ​ຕໍາ​ກົ້ນ​ລົດ​ບັນທຸກ​ອີກ​ຄັນ​ນຶ່ງ​ ແລ້ວ​ປີ້ນ​ຂວໍ້າ​ໄປ​ຕັນທາງ​ລົດທີ່​ແລ່ນ​ມາທາງ​ກົງກັນຂ້າມ.

ອົງການ​ຂ່າວ​ຊິນ​ຫົວ​ເວົ້າ​ວ່າ ມີ 12 ຄົນ​ຕາຍ​ກັບ​ບ່ອນ​ ແລະ​ອີກ 5 ຄົນ​ໄດ້​ໄປ​ເສຍ​ຊີວິດ ຢູ່​ໂຮງໝໍ.

ການ​ສືບ​ສວນ​ສອບ​ສວນ​ຫາ​ສາ​ເຫດກໍາລັງ​ດໍາ​ເນີນ​ໄປ​ໃນ​ເວລາ​ນີ້.

XS
SM
MD
LG