ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໑ ຕຸລາ ໒໐໒໓

ອຸບັດເຫດລົດ 2 ບັ້ນທີ່ຈີນ ເຮັດໃຫ້ເດັກນັກຮຽນ ເສຍຊິວິດ 14 ຄົນ ແລະລົດຕໍາກັນ 100 ກ່ວາຄັນ


ຕໍາຫລວດຈີນຕັນຖະໜົນໄວ້ ຢູ່ໃກ້ປໍ້ານໍ້າມັນທີ່ລົດຄັນນຶ່ງແລ່ນເຂົ້າໄປຕໍາເອົາ ຍ້ອນໝອກໜາ ສົ່ງຜົນໃຫ້ລົດທີ່ແລ່ນ ມາທາງຫລັງ ຕໍາກົ້ນກັນເປັນ 100 ກ່ວາຄັນ, ວັນທີ 27 ທັນວາ 2010.

ໄດ້ເກີດເຫດການໂສກນາດຕະກໍາສອງບັ້ນພ້ອມໆກັນ ໃນ
ວັນຈັນມື້ນີ້ ບົນຖະໜົນຫຼວງ ຫລືໄຮເວຂອງຈີນ ທີ່ຍັງຜົນ
ໃຫ້ເດັກນັກຮຽນ 14 ຄົນເສຍຊີວິດໃນອຸບັດເຫດນຶ່ງ ແລະ
7 ຄົນເສຍຊີວິດ ໃນອຸບັດເຫດລົດຕໍາກົ້ນກັນ 100 ຄັນໃນ
ແຂວງໃກ້ຄຽງນັ້ນ.

ອົງການຂ່າວຊິນຫົວຂອງທາງການຈີນກ່າວວ່າ ພວກເດັກ
ນ້ອຍນັກຮຽນກໍາລັງຂີ່ລົດໄປໂຮງຮຽນໃນຕອນເຊົ້າວັນຈັນ
ມື້ນີ້ ເວລາລົດທີ່ພວກເຂົາເຈົ້າຂີ່ໄປ ແລ່ນເຈືອກອອກນອກ
ທາງ ແລ້ວຕົກລົງໄປໃນຫ້ວຍນໍ້າແຫ່ງນຶ່ງ ໃນພາກກາງຂອງ
ແຂວງຫູນານ. ຂ່າວຊິວຫົວເວົ້າອີກວ່າ ເດັກນັກຮຽນອີກ 6 ຄົນກໍາລັງໄດ້ຮັບການປິ່ນປົວບາດແຜທີ່ໂຮງໝໍແຫ່ງນຶ່ງ.

ທີ່ແຂວງ Guizhou ທີ່ຕິດກັບແຂວງຫູນານນັ້ນ ລົດບັນທຸກ
ຄັນນຶ່ງໄດ້ແລ່ນໄປຕໍາປໍ້ານໍ້າມັນ ໃນເວລາປະມານ 8 ໂມງ
ເຊົ້າ ຍ້ອນໝອກໜາ ຊຶ່ງການອັດຫົນທາງໄວ້ຍ້ອນອຸບັດ
ເຫດດັ່ງກ່າວ ໄດ້ສົ່ງຜົນໃຫ້ລົດທີ່ແລ່ນມາທາງດຽວກັນນັ້ນ
ແລ່ນຕໍາກົ້ນກັນຢ່າງໜ້ອຍ 100 ຄັນ ຍາວຕິດຕໍ່ກັນໄປ ຮອດ 20 ຫຼັກກິໂລແມດ ຢູ່ບົນ ທາງຫຼວງ.

ຊິນຫົວລາຍງານວ່າ ມິ 6 ຄົນຕາຍກັບທີ່, ຄົນນຶ່ງໄປສິ້ນໃຈຢູ່ໂຮງໝໍ ແລະ 15 ຄົນໄດ້ຮັບ ບາດເຈັບ.

XS
SM
MD
LG