ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

1300 ຄົນຍັງຊອກຫາບໍ່ເຫັນ ໃນເຫດການດິນເຈື່ອນທີ່ຈີນ


ພວກ​ທີ​ມຊ່ອຍ​ກູ້​ໄພ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ
ພາກັນ​ສືບ​ຕໍ່ໃນ​ວັນ​ຈັນ​ມື້​ນີ້ ຊອກ​ຄົ້ນ​ຫາ​ພວກທີ່ລອດ​ຊີວິດ
ຈາກ​ໄພ​ດິນ​ເຈື່ອນ ທີ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ
ແລ້ວຢ່າງ​ນ້ອຍ 127 ຄົນ​ນັ້ນ. ​ເວລາ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່
ກ່າວ​ວ່າ ປະຊາຊົນ​ຈໍານວນ 1300 ຄົນຍັງ​ຫາຍ​ສາບ​ສູນ
ໃນ​ເຂດ​ນຶ່ງ​ຂອງ​ແຂວງ Gansu ​ໃນ​ພາກ​ຕາ​ເວັນຕົກ​ສຽງ
ເໜືອ​ຂອງປະ​ເທດ ​ແລະ​ພວກ​ຊ່ອຍ​ກູ້​ໄພ​ກໍາລັງ​ແຂ່ງ​ກັບ
ເວລາ​ເພື່ອຊອກ​ຫາ​ພວກ​ທີ່​ອາດ​ແລ້ວ​ຊີວິດ​ມາ​ໄດ້​ນັ້ນ.

ຂົງ​ເຂດ​ທີ່​ວ່າ​ນີ້ມີ​ພວກ​ລ້ຽງສັດແລະພວກ​ຊາວ​ກະສິກອນເຜົ່າ​
ທິ​ເບ​ດ​ ອາ​ໄສ​ຢູ່​ເປັນສ່ວນ​ໃຫຍ່​.ໄພ​ຂີ້​ຕົມ​ເຈື່ອນທັບ​ທີ່​ວ່າ​ນີ້ ​ເກີດ​ຈາກ​ຝົນຕົກ​ໜັກ ​
ເຮັດ​ໃຫ້​ຂີ້​ຕົມ​ແລະ​ກ້ອນ​ຫິນ​ໜັກ​ຫລາຍ​ໂຕນ​ ​ຖະລົ່ມລົງ​ມາ​ຈາກ​ພູ​ຫົວ​ໂລ້ນທີ່ສູງຊັນ ​
ໃນ​ຂະນະ​ທີ່​ພວກ​ຊາວ​ເມືອງ​ພາກັນນອນ​ຫລັບຢູ່​ ໃນ​ຄືນ​ວັນ​ເສົາ​ແລະໃນ​ຕອນ​ເຊົ້າວັນ
ອາທິດ​ຜ່ານ​ມາ​ນີ້. ​ຢ່າງ​ນ້ອຍ 1 ໝູ່​ບ່ານ​ໄດ້​ຖືກ​ຂີ້ຕົມ​ຖົມໝົດທັງ​ບ້ານ.


ທ່ານ​ເຫ​ວິ້ນ​ເຈຍ​ບາ​ວ ນາຍົກລັດຖະມຸນຕີຈີນ ​ໄດ້​ເດີນທາງ​ໄປ​ຍັງ​ແຂວງ Gansu​ໃນ​
ວັນ​ອາທິດ​ວານ​ນີ້ ເພື່ອ​ໄປ​ສໍາຫລວດ​ເບິ່ງຂົງ​ເຂດທີ່​ປະສົບ​ກັບ​ຄວາມ​ຫາຍຍະນະ.
ທ່ານ​ເຫ​ວິ້ນເຈຍ​ບາ​ວ ​ໄດ້​ສໍາ​ຫລວດ​ເບິ່ງ​ຄວາມ​ເສຍ​ຫາຍ​ຈາກ​ເຮືອບິນເຮ​ລີ​ຄອບ​ເຕີ
ແລະ​ຫລັງ​ຈາກ​ນັ້ນ​ກໍໄດ້​ໄປ​ຊ່ວຍ​ກູ້​ໄພຮ່ວມ​ກັບ​ພວກ​ພະນັກງານກູ້​ໄພ ທີ່ພະຍາຍາມ
ດຶງ​ເອົາຜູ້​ຄົນ​ທີ່ຖືກທັບຢູ່ກ້ອງຕຶກ​ອາຄານ​ຕ່າງໆຢູໃຕ້​ຂີ້​ຕົມ ​ຫລື​ຢູ່​ກ້ອງ​ສິ່ງ​ຫັກ​ພັງຕ່າງໆ​
ອອກ​ມານັ້ນ.

XS
SM
MD
LG