ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານະການໃນແຂວງຊິນຈຽງຂອງຈີນ


ຕຳຫລວດ​ປາບ​ການ​ຈະລາຈົນທ່ີ​ຕິດ​ອາວຸດ​ຢ່າງ​ໜັກ​ຫລາຍ​ທີ​ມ ​ໄດ້​ເລີ້ມ ອອກ​ລາດ​ຕະ​ເວນ​ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ ໃນ​ເມືອງ​ຫລວງ Urumqi ຂອງຊິນ​ຈຽງ ທາງ​ພາກ​ຕາ​ເວັນ​ຕົກທີ່ສອກຫລີກ​ຫ່າງ​ໄກ​ຂອງ​ຈີນ ​ໃນ​ວັນ​ອາທິດ​ວານ​ນີ້ ກ່ອນ​ວັນ​ຄົບຮອບ 1 ປີ​ແຫ່ງ​ຄວາມ​ຮຸນ​ແຮງ​ທ່ີ​ຮ້າຍ​ກາດ​ທ່ີ​ສຸດ​ລະຫວ່າງ​ພວກ​ຊົນ​ຊາດ​ຊົນ​ເຜົ່າ​ ໃນ​ຮອບ​ຫລາຍ​ທົດ​ ສ​ະວັດ​ຜ່ານ​ມາ.

ຄວາມ​ວຸ້ນ​ວານຍດັ່ງກ່າວ​ ທີ່ໄດ້ເລີ້ມ​ຂຶ້ນ​ໃນ​ວັນ​ທີ 5 ​ກໍລະກົດປີ​ກາຍ​ນີ້​ ລະຫວ່າງ​ພວກ​ຊົນ​ເຜົ່າ Uighurs ທ່ີ​ຖື​ສາສະໜາ​ອິສລາມ​ແລະ​ພວກ​ຊາວ​ຫັ້ນ​ ຊຶ່ງ​ເປັນ​ຊົນ​ເຜົ່າຈີນ​ກຸ່ມ​ໃຫຍ່​ໃນ​ຂົງ​ເຂດ ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປ​ຈຳນວນ​ເກືອບ 200 ຄົນ​ ແລະ​ບາດ​ເຈັບ​ຕື່ມ​ອີກ​ຫລາຍ​ກວ່າ 1600 ຄົນ​.

ໃນ​ຂະນະ​ທ່ີ​ພວກ​ນັກ​ທ່ອງ​ທ່ຽວ​ສາມາດເດີນທາງ​ໄປມາ​ໄດ້​ຢ່າງ​ເສຣີ​ໃນ​ທົ່ງ​ແຂວງຊິນ​ຈຽງ​ນັ້ນ ພວກ​ເຈົ້າ​ໜ້າ​ທ່ີ​ຮັກສາ​ຄວາມ​ປອດ​ໄພ​ກໍໄດ້​ກວດ ກາ​ເບິ່ງ​ກະ​ເປົາ​ຂອງ​ເຂົາ​ເຈົ້າ​ ໃນ​ເດີ່ນບິນ ສະຖານີ​ລົດ​ໄຟ ສະຖານີລົດ ​ເມ​ ແລະ​ຕາມ​ໂຮງ​ແຮມ​ຕ່າງໆ.

ບັນດາ​ເຈົ້າ​ໜ້​າທີ່​ໃນ​ຂົງ​ເຂດດັ່ງກ່າວ ​ທ່ີ​ປະຊາຊົນ​ສ່ວນ​ໃຫຍ່​ເປັນ​ຊາວ​ມຸສລິ​ມ ໄດ້​ຕິດ​ຕັ້ງ​ກ້ອງ​ຖ່າຍຮູບ​ເພື່ອ​ຄວາມ​ປອດ​ໄພ​ຂຶ້ນ 40 ພັນ​ເຄື່ອງ​ຫວ່າງໄວໆມາ​ນີ້​ ໃນ​ແລະ​ອ້ອມ​ແອ້ມເຂດ​ນະຄອນຫລວງ​ Urumqi ນັ້ນ. ​ໄດ້​ມີ​ການ​ວ່າ​ຈ້າງຕຳຫລວດ​ໃໝ່​ຫລາຍ​ພັນ​ຄົນ ນັບ​ແຕ່​ເກີດ ຄວາມ​ວຸ້ນ​ວາຍ​ໃນ​ຄັ້ງ​ນັ້ນ​ ຂຶ້ນ​ມາ.

XS
SM
MD
LG