ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄົນຕາຍ 100 ກ່ວາຄົນ ຍ້ອນນ້ຳຖ້ວມທີ່ຈີນ


ລັດຖະບານ​ຈີນ​ກ່າວ​ວ່າ ນ້ຳ​ຖ້ວມ​ໃນ​ທົ່ວພາກ​ໃຕ້​ຂອງ​ປະ​ເທດ​ໄດ້​ເອົາ ຊີວິດ​ຜູ້​ຄົນ​ໄປ​ຢ່າງ​ນ້ອຍ 132 ຄົນ ​ແລະ​ປະມານ 86 ຄົນ
ຍັງ​ຫາຍ​ສາຍ​ສູນຢູ່.

ຝົນທີ່ຕົກ​ໜັກ​ມາ​ຕັ້ງ​ແຕ່​ວັນ​ທີ 13 ມິຖຸນາ ​ໄດ້​ພາໃຫ້​ລະດັບ​ນ້ຳ​ໃນ​ແມ່ ນ້ຳ​ຫລາຍ​ສາຍຍື່ງຂຶ້ນ ຮວມທັງ​ແມ່​ນ້ຳ​ໄຂ່​ມຸກ ຫລື Pearl River ຊຶ່ງເປັນ​ແມ່​ນ້ຳ​ໃຫຍ່ອັນ​ດັບ​ສອງ​ຂອງ​ຈີນນັ້ນ​ນຳ. ນອກ​ນີ້ ພາຍຸ​ຝົນ​ຕົກ​ໜັກ​ຍັງໄດ້​ເຮັດ​ໃຫ້​ອ່າງ​ເກັບ​ນ້ຳ​ຫລາຍແຫ່ງ​ພັງ​ທະລາ​ຍລົງ
ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊັບ​ສິນ​ໃນ​ທົ່ວພາກ​ໃຕ້​ຂອງ​ຈີນ.

ສື່​ມວນ​ຊົນ​ຂອງທາງ​ການ​ຈີນ ກ່າວ​ວ່າ ປະຊາຊົນ​ຈຳນວນ​ຫລາຍ​ກວ່າ 8 ​ແສນ​ຄົນ​ໄດ້​ຖືກ​ຍົກ​ຍ້າຍ​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ
ໃນ​ແຂວງ ຟູ​ຈຽນ​ ນັບ​ແຕ່​ວັນ​ສຸກ​ແລ້ວ​ນີ້​ເປັນ​ຕົ້ນ​ມາ.

ສູນ​ກາງ​ອຸຕຸນິຍົມ​ວິທະຍາແຫ່ງ​ຊາດຂອງ​ຈີນ ​ໄດ້ເຕືອນ​ວ່າ ພາຍຸ​ຝົນ​ຈະ​ມີຢູ່​ຕໍ່​ໄປໃນວັນ​ອາທິດມື້​ນີ້​ ຈົນ​ຮອດ​ຄ່ຳ​ວັນ​ຈັນ​ມື້​ອື່ນ​.

ນ້ຳ​ຖ້ວມ​ໃນ​ທົ່ວພາກ​ໃຕ້​ຂອງ​ຈີນ ໄດ້​ເອົາຊີວິດ​ຜູ້​ຄົນ​ໄປ​ຢ່າງ​ນ້ອຍ 132 ຄົນ ​ແລະ​ປະມານ 86 ຄົນ
ຍັງ​ຫາຍ​ສາຍ​ສູນ​.

XS
SM
MD
LG