ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະທານ ປະເທດຈີນ ເວົ້າວ່າ ຈີນຈະບໍ່ຍອມ ໃຫ້ໃຜແບ່ງແຍກ ດິນແດນຂອງຕົນໄດ້


ປະທານປະ​ເທດຈີນ ທ່ານ ສີ ຈິ້ງຜິງ ກ່າວຄໍາປາໄສໃນພິທີສະເຫລີມສະຫລອງວັນສ້າງຕັ້ງກອງທັບ ຂອງພັກຄອມມີວນິສ ຄົບຮອບ 90 ປີ ຢູ່ນະຄອນປັກກິ່ງ ໃນວັນອັງຄານ ທີ 1 ສິງຫາ 2017 ນີ້.
ປະທານປະ​ເທດຈີນ ທ່ານ ສີ ຈິ້ງຜິງ ກ່າວຄໍາປາໄສໃນພິທີສະເຫລີມສະຫລອງວັນສ້າງຕັ້ງກອງທັບ ຂອງພັກຄອມມີວນິສ ຄົບຮອບ 90 ປີ ຢູ່ນະຄອນປັກກິ່ງ ໃນວັນອັງຄານ ທີ 1 ສິງຫາ 2017 ນີ້.

ປະທານປະ​ເທດຈີນ ທ່ານ ສີ ຈິ້ງຜິງ ໄດ້ກ່າວສະເຫລີມສະຫລອງວັນສ້າງຕັ້ງກອງທັບ
ຂອງພັກຄອມມີວນິສ ທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ເວລາ​ນີ້ ຄົບຮອບ 90 ປີ ໂດຍການປະ
ກາດວ່າ ປະເທດຂອງທ່ານ ຈະບໍ່ຍອມເສຍດິນແດນຂອງຕົນ ໃຫ້ແກ່ອໍານາດທີ່ມາ
ຈາກຂ້າງນອກຢ່າງເດັດຂາດ.

ທ່ານ ສີ ໄດ້ໃຫ້ຄໍາໝັ້ນສັນຍາ ຢູ່ໃນການກ່າວຄໍາປາໄສ ຕໍ່ເຈົ້າໜ້າທີ່ພັກຄອມມີວນິສ ແລະເຈົ້າໜ້າທີ່ຂັ້ນສູງຂອງກອງທັບປົດປ່ອຍປະຊາຊົນ ຢູ່ຫ້ອງປະຊຸມໃຫຍ່ຂອງປະ
ຊາຊົນ ໃນນະຄອນປັກກິ່ງວ່າ "ພວກເຮົາຈະບໍ່ອານຸຍາດໃຫ້ຄົນໃດ, ອົງການຈັດຕັ້ງໃດ
ຫລື ພັກການເມືອງໃດ ແບ່ງແຍກດິນແດນຂອງຈີນອອກໄປ ບໍ່ວ່າຈະແມ່ນແຜ່ນດິນ
ຕອນໃດ, ໃນເວລາ​ໃດ ແລະຈະຢູ່ໃນຮູບແບບໃດກໍຕາມ.

ທ່ານ ສີ ກ່າວເພີ້ມອີກວ່າ "ບໍ່ຄວນມີໃຜທີ່ຈະຄາດຫວັງໄວ້ວ່າ ພວກເຮົາຄວນຝືນໃຈກືນ
ໝາກໄມ້ທີ່ຂົມຂື່ນ ທີ່ເປັນອັນຕະລາຍຕໍ່ອໍານາດອະທິປະໄຕ, ຕໍ່ຄວາມໝັ້ນຄົງ, ຫລືຕໍ່ຜົນ
ປະໂຫຍດໃນການພັດທະນາຂອງພວກເຮົາເລີຍ."

ຈີນມີສ່ວນພົວພັນກັບການຂັດແຍ້ງເລື່ອງດິນແດນທີ່ຢູ່ນອກເໜືອຈາກຊາຍແດນຂອງ
ຕົນຢູ່ຫລາຍເລື່ອງ ໂດຍສະເພາະແມ່ນຢູ່ທະເລຈີນໃຕ້ ທີ່ປະເທດດັ່ງກ່າວໄດ້ເຮັດໃຫ້
ເກາະທີ່ສ້າງຂຶ້ນມາຫລາຍແຫ່ງ ແລະໂຂດຫີນໃຫຍ່ຕ່າງໆ ກາຍເປັນບ່ອນຕັ້ງກອງທະ
ຫານ ໂດຍໄດ້ເມີນເສີຍຕໍ່ການຊ່ວງເສັງກັນຂອງບັນດາປະເທດອ້ອມຂ້າງ ທີ່ອ້າງເອົາ
ກໍາມະສິດຕໍ່ເກາະເຫລົ່ານັ້ນ. ນະຄອນປັກກິ່ງຍັງໄດ້ກ່າວອ້າງເອົາ ໄຕ້ຫວັນທີ່ເປັນເກາະ
ປົກຄອງຕົນເອງນັ້ນວ່າເປັນສ່ວນນຶ່ງຂອງປະເທດຕົນ ແລະໄດ້ນາບຂູ່ວ່າຈະໃຊ້ກໍາລັງ
ເພື່ອເຮັດໃຫ້ເກາະດັ່ງກ່າວ ມາຕົກຢູ່ພາຍໃຕ້ການຄວບຄຸມຂອງຕົນໃຫ້ໄດ້.

ພ້ອມກັນນັ້ນ, ປັດຈຸບັນນີ້ ຈີນກໍກໍາລັງຢູ່ໃນສະພາບທີ່ສັ່ງຊາກໍາລັງກັນແບບເຄັ່ງຕຶງກັບ
ອິນເດຍ ກ່ຽວກັບໂຄງການສ້າງຫົນທາງຂອງຈີນ ຢູ່ໃນເຂດຕາເວັນອອກຂອງພູເຂົາຫິ
ມະໄລ ຢູ່ໃນຂົງເຂດທີ່ທັງຈີນ ແລະບູຕານທີ່ເປັນພັນທະມິດໃກ້ສິດຂອງອິນເດຍ ຕ່າງ
ກໍອ້າງເອົາກໍາມະສິດນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດີໂອເພີ້ມກ່ຽວກັບຂ່າວນີ້

china territory
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG