ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໖ ມີນາ ໒໐໒໓

ຈີນຄັດຄ້ານຕໍ່ການເອົາຈີນ ໄປສົມທຽບໃສ່ກັບ ພາກຕາເວັນອອກກາງ


ນາຍົກລັດຖະມົນຕີຈີນ ທ່ານ Wen Jiabao

ນາຍົກລັດຖະມົນຕີຈີນ ທ່ານ Wen Jiabao ໄດ້ປະຕິເສດ ຕໍ່ການປຽບທຽບລະຫວ່າງ ຈີນ
ກັບຄວາມບໍ່ສະງົບ ໃນພາກຕາເວັນອອກກາງແລະອາຟຣິກາເໜືອນັ້ນ.

ທ່ານ Wen Jiabao ໄດ້ກ່າວ ໃນກອງປະຊຸມຖະ​ແຫລ​ງຂ່າວໃນວັນຈັນມື້ນີ້ວ່າ ​“ມັນບໍ່
ຖືກຕ້ອງ” ທີ່​ຈະ​ເອົາຈີນ​ໄປປຽບທຽບກັບພວກປະເທດເຊັ່ນ Tunisia ​ແລະ​ອິຈິບນັ້ນ ຊຶ່ງ
ພວກ​ຜູ້​ນໍາ​ຂອງ​ບັນດາປະ​ເທດ​ດັ່ງກ່າວນັ້ນ ໄດ້​ຖືກ​ບີບບັງ​ຄັບ​ໃຫ້​ອອກຈາກ​ອໍານາດ​ ​
ໂດຍ​ການ​ປະ​ທວງ​ຢ່າງ​ສັນຕິ​ຂອງ​ມະຫາຊົນ.

ທ່ານ Wen Jiabao ​ໄດ້ໃຫ້ຄວາມ​ເຫັນ​ດັ່ງກ່າວ​ ໃນ​ວາລະ​ເສັດ​ສິ້ນກອງ​ປະຊຸມ​ຂອງ​ສະພາ
ປະຊາຊົນແຫ່ງ​ຊາດ ທີ່​ໄດ້​ຮັບ​ຜ່ານແຜນ​ການເສດຖະກິດ 5 ປີ ທີ່ຈະ​ໃຫ້​ອໍານາດ​ແກ່​ພວກ​
ຜູ້​ອຸບປະ​ໂພ​ກບໍລິ​ໂພ​ກ ​ແຕ່​ປະຕິ​ເສດ​ຕໍ່​ການ​ປະຕິ​ຮູບ​ທາງ​ການ​ເມືອງ​ທຸກ​ຢ່າງ.

ແຜນການ​ 5 ປີດັ່ງກ່າວ ໃຫ້ຄໍາ​ໝັ້ນ​ສັນຍາ​ ທີ່​ຈະ​ໃຊ້​ຈ່າຍ​ເງິນ​ຫລາຍ​ຂຶ້ນ ​ເຂົ້າໃສ່ລະບົບ
ສາທາລະນະ​ສຸກ​ໃນ​ເຂດ​ຊົນນະບົດ ແລະ​ຊ່ວຍ​ເຫລືອ​ໃນການ​ສະໜອງ​ວຽກ​ເຮັດ​ງານ​ທໍາໃຫ້​
ພວກ​ຊາວ​ໄຮ່​ຊາວນາ​ທີ່​ຫວ່າງງານ​ນັ້ນ ຊຶ່ງ​ເປັນ​ບາດ​ກ້າວ​ອັນ​ນຶ່ງທີ່​ອາດ​ສາມາດສົ່ງ​ເສີມ​ການ
ຈະ​ເລີ​ນ​ເຕີບ​ໂຕ​ຂອງ​ອຸດ​ສະຫະ​ກໍາ​ດ້ານການ​ໃຫ້​ບໍລິການ​ແລະ​ການ​ອຸບປະ​ໂພ​ກບໍລິ​ໂພ​ກ​ໄດ້.

XS
SM
MD
LG