ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ກ່າວວ່າ ສຫລ ຄວນ​ຈະເພັ່ງເລັງ ໃສ່ຜົນປະໂຫຍດ ທີ່ມີ ຮ່ວມກັນ (ວີດີໂອ)


ນາຍົກລັດຖະມົນຕີຈີນ ທ່ານ Li Keqiang ກ່າວຕໍ່ກອງປະຊຸມນັກ ຂ່າວ
ນາຍົກລັດຖະມົນຕີຈີນ ທ່ານ Li Keqiang ກ່າວຕໍ່ກອງປະຊຸມນັກ ຂ່າວ
ນາຍົກລັດຖະມົນຕີ​ຈີນທ່ານ Li Keqiang ກ່າວວ່າ ຈີນແລະ
ສະຫະລັດ ຄວນ​ຈະເພັ່ງເລັງໃສ່ ຜົນປະໂຫຍດທີ່ມີຮ່ວມກັນ
ຂອງພວກ​ຕົນ ເພື່ອສົ່ງ​ເສີມ​ສາຍ​ພົວພັນ​ໃຫ້ກ້າວ​ໄກໄປໜ້າ.

ທ່ານ Li ກ່າວ ໃນວັນພະຫັດມື້ນີ້ວ່າ ບັນດາປະເທດທີ່​ທໍາ​ງານ
ຮ່ວມກັນນັ້ນ ກໍ​ແມ່ນຈະມີຄວາມແຕກຕ່າງກັນ ແຕ່ກໍສາມາດ
ສ້າງ​ຄວາມ​ສຳພັນ​ໃຫ້​ເຕີບ​ໃຫຍ່​ຂະຫຍາຍ​ໂຕ​ໄດ້ ຜ່ານ​ການ
ເຄື່ອນ​ໄຫວ​ທີ່​ໃຫ້​ຄວາມເຄົາລົບຊຶ່ງ​ກັນ​ແລະ​ກັນ. ທ່ານ ກ່າວ
ວ່າ “ມັນ​ເປັນ​ຄວາມ​ຈິງ ​ທີ່ວ່າ​ມີຄວາມ​ຂັດ​ແຍ້​ງກັນ ​ໃນ​ລະຫວ່າງ
ການ​ຮ່ວມມືກັນນັ້ນ ​ແຕ່​ວ່າ ນີ້​ເປັນ​ບັນ​ຫາຂອງ​ການ​ຮ່ວມ​ມື​ກັນ.
ຕາບໃດ​ທີ່​ພວກ​ເຮົາ​ໃຫ້​ຄວາມນັບຖືກັນ ນັບຖືຜົນ​ປະ​ໂຫຍ​ດ​
ຫລັກ ແລະຄວາມ​ເປັນ​ຫ່ວງອັນສຳຄັນ​ຕ່າງໆຂອງ​ກັນ​ແລະ​ກັນ ຄວບ​ຄຸມ​ຄວາມ​ແຕກ​ຕ່າງ
​ຂອງ​ພວກ​ເຮົາ​ເປັນ​ຢ່າງ​ດີ ມີ​ການ​ປຶກສາ​ຫາລືຢ່າງ​ເທົ່າ​ທຽມກັນ ​ແລະ​ໂດຍ​ສະ​ເພາະ​ຢ່າງ​
ຍິງ ​ໃຫ້​ຄວາ​ມສົນ​ໃຈ ​ເປັນ​ພິ​ເສດ​ຕໍ່ການ​ເສີມຂະ​ຫຍາ​ຍຜົນ​ປະໂຫຍ​ດຂອງ​ພວກ​ເຮົາ​ທີ່ມີ​
ນຳກັນນັ້ນ​ແລ້ວ ​ເວລາ​ນັ້ນ ພວກ​ເຮົາກໍຈະ ສາມາດຍົກລະດັບຄວາມສຳພັນສອງຝ່າຍ ຈີນ ສະຫະລັດ ໃຫ້ສູງຂື້ນໄດ້.

ຄຳຖະແຫລງຂອງ ທ່ານ Li ໄດ້ມີຂື້ນ ຫລັງຈາກການປິດ ສະພາປະຊາຊົນແຫ່ງຊາດຈີນ.
ສະພາປະຊາຊົນແຫ່ງຊາດຈີນ ປະກອບດ້ວຍຜູ້​ແທນເກືອບ 3,000 ຄົນ ທີ່ຖືກ ຄັດເລືອກ
ເອົາ ຈາກແຂວງແລະຂົງເຂດຕ່າງໆທົ່ວປະ​ເທດຈີນ ຊຶ່ງມາພົບພໍ້ປະ ຊຸມກັນທຸກໆປີ ເພື່ອ​ໃຫ້ການຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ ນະໂຍບາຍຕ່າງໆ ທີ່ວາງ​ອອກ ​ໂດຍພັກຄອມ
|ມິວນິສ ທີ່ປົກຄອງປະ​ເທດ.

ສະຫະລັດ ​ແລະ ຈີນ ​ເປັນ​ປະ​ເທດ ທີ່​ມີ​ເສດຖະກິດ​ໃຫຍ່​ທີ່​ສຸດ​ ​ເປັນອັນ​ດັບ​ນຶ່ງ​ແລະ​ອັນ​ດັບ​ສອງ​ຂອງ​ໂລກ ​ແລະ​ມີ​ການ​ຄ້າຂາຍ​ນຳ​ກັນ ​ໃນ​ມູນ​ຄ່າ 250 ພັນ​ລ້ານ​ໂດ​ລາ ຕໍ່ປີ.

China Us
please wait
Embed

No media source currently available

0:00 0:00:48 0:00
XS
SM
MD
LG