ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດວ່າ ສາຍພົວພັນ ໄຕ້ຫວັນ ກັບ ຈີນ ຈະເຢືອກເຢັນຄືນໃໝ່ ຫຼັງຈາກ ການປ່ຽນແປງ ຜູ້ນຳ

ພັກ​ປະຊາທິປະ​ໄຕ​ກ້າວໜ້າຫຼື DPP ຂອງ ໄຕ້ຫວັນ, ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານນາງ Tsai Ing-wen, ຍົກມືທັກທາຍ ໃນຂະນະທີ່ທ່ານນາງປະກາດໄຊຊະນະ ໃນການເລືອກຕັ້ງເອົາຕຳແໜ່ງປະທານາທິບໍດີໃນ ໄທເປ, ເກາະໄຕ້ຫວັນ. 16 ມັງກອນ, 2016.

ໃນຂະນະທີ່ປະທານາທິບໍດີຂອງ ໄຕ້ຫວັນ ທີ່ຫາກໍຖືກເລືອກຕັ້ງຂຶ້ນ ມາ ກຽມພ້ອມເຂົ້າປະຕິບັດໜ້າທີ່ໃນເດືອນພຶດສະພານີ້, ຊຶ່ງເມື່ອ ກ່ອນເຄີຍມີຄວາມເຄັ່ງຕຶງ ແຕ່ສາຍພົວພັນໄດ້ດີຂຶ້ນເມື່ອບໍ່ດົນມານີ້ ລະຫວ່າງ ຈີນ ກັບ ໄຕ້ຫວັນ ແຕ່ມາບັດນີ້ຊໍ້າປະກົດວ່າຈະມຸ່ງໜ້າ ໄປສູ່ຄວາມຕົກຕ່ຳຄັ້ງໃໝ່ອີກ, ໂດຍທັງສອງຝ່າຍບໍ່ສາມາດຈະຕົກ ລົງກັນໄດ້ ກ່ຽວກັບ ວິທີທີ່ຈະຈັດການເຈລະຈາທີ່ສາມາດສ້າງ ຄວາມໄວ້ວາງໃຈກັນ ແລະ ອະນຸຍາດໃຫ້ມີການເຊັນສັນສາຍາ ກັນໄດ້.

ພັກ​ປະຊາທິປະ​ໄຕ​ກ້າວໜ້າຫຼື DPP ຂອງ ໄຕ້ຫວັນ, ຜູ້ລົງແຂ່ງຂັນເອົາ ຕຳແໜ່ງປະທານາທິບໍດີ ທ່ານນາງ Tsai Ing-wen, ຍົກມືທັກທາຍຜູ້ ສະໜັບສະໜູນຂອງທ່ານນາງ ຫຼັງຈາກໄດ້ຮັບໄຊຊະນະໃນການເລືອກຕັ້ງ ທີ່ສຳນັກງານໃຫຍ່ຂອງພັກ ໃນນະຄອນ ໄທເປ, ເກາະ ໄຕ້ຫວັນ. 16 ມັງກອນ 2016.

ບັນດານັກວິເຄາະກ່າວວ່າ ຖ້າ ຈີນ ກັບ ໄຕ້ຫວັນຫາກຫຼີກລ່ຽງເຊິ່ງ ກັນ ແລະ ກັນ ຫຼັງຈາກທ່ານນາງ Tsai Ing-wen ໄດ້ກາຍເປັນ ປະທານາທິບໍດີແລ້ວ, ພວກເຂົາເຈົ້າກໍຈະໂຈະການເຈລະຈາປົກ ກະຕິ ທີ່ໄດ້ນຳໄປສູ່ການເຕີບໂຕໃນການຄ້າ ແລະ ການທ່ອງທ່ຽວ ຢ່າງມີປະສິດທິຜົນນັ້ນໄວ້.

ຂໍ້ຕົກລົງທີ່ເຊັນກັນຕັ້ງແຕ່ປີ 2008 ໄດ້ສະໜັບສະໜູນເສດຖະກິດ ການສົ່ງອອກຂອງ ໄຕ້ຫວັນ ທີ່ມີການດີ້ນຮົນໃນປະຈຸບັນນີ້. ຈີນ ກໍຍັງອາດຈະປະຕິບັດຕາມຂໍ້ຕົກລົງທີ່ມີຢູ່ ແຕ່ຈິງຈັງໜ້ອຍລົງ, ແລະ ບາງຄົນເຊື່ອວ່າ ຕອນນີ້ພວກເຂົາເຈົ້າແມ່ນໄດ້ສະກັດກັ້ນນັກທ່ອງ ທ່ຽວໄວ້.

ໄຕ້ຫວັນ ແລະ ຈີນ ໄດ້ເປັນຂູ່ແຂ່ງທາງດ້ານການເມືອງນັບຕັ້ງແຕ່ ຊຸມປີ 1940 ເປັນຕົ້ນມາ ເຊິ່ງທັງສອງຝ່າຍມີລັດຖະບານທີ່ປົກຄອງ ຕົນເອງ, ແຕ່ ຈີນ ໄດ້ອ້າງເອົາອຳນາດອະທິປະໄຕໃນ ໄຕ້ຫວັນ ແລະ ຢືນຢັດວ່າພວກເຂົາເຈົ້າ ຢູ່ພາຍໃຕ້ການຄວບຄຸມໃນຕອນທ້າຍຂອງສົງຄາມກາງເມືອງ ຈີນ ໃນຊຸມປີ 1940. ການສຳ ຫຼວດສະແດງໃຫ້ເຫັນວ່າ ປະຊາຊົນ ໄຕ້ຫວັນ ສ່ວນໃຫຍ່ ເລືອກເອົາສະຖານະພາບເດີມທີ່ມີຢູ່ ໃນປະຈຸບັນ.

ປະທານາທິບໍດີຄົນປະຈຸບັນ ທ່ານ Ma Ying-jeou ໄດ້ເປີດການເຈລະຈາກັບ ປັກກິ່ງ ຫຼັງຈາກ ທ່ານໄດ້ຖືກເລືອກເອົາໃນປີ 2008. ແຕ່ລະຝ່າຍໄດ້ຕົກລົງກັນໃນເວລານັ້ນວ່າ ຕ່າງຝ່າຍຕ່າງ ກໍແມ່ນ ຈີນ, ຂຶ້ນຢູ່ກັບການຕີຄວາມໝາຍໃຫ້ສອດຄ່ອງກັບຂໍ້ຕົກລົງໃນປີ 1992.

XS
SM
MD
LG