ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດ Chile ຊະນະ ການແຂ່ງຂັນ ເຕະບານ Copa America


ນັກເຕະບານຂອງປະເທດ Chile ທ້າວ Edson Puch ຍໍຂັນຊະນະເລີດ ຫຼັງຈາກການແຂ່ງຂັນ Copa America ຮອບຊິງຊະນະເລີດ​. 26 ມິຖຸນາ, 2016.
ນັກເຕະບານຂອງປະເທດ Chile ທ້າວ Edson Puch ຍໍຂັນຊະນະເລີດ ຫຼັງຈາກການແຂ່ງຂັນ Copa America ຮອບຊິງຊະນະເລີດ​. 26 ມິຖຸນາ, 2016.

ນັກເຕາະບານຂອງ Chile ທ້າວ Francisco Silva ໄດ້ຍິງລູກໂທດຂອງລາວເຂົ້າ ສູ່ມຸມ ລຸ່ມດ້ານຊ້າຍ ຂອງຕາໜ່າງປະຕູ ຜ່ານ ຜູ້ຮັກສາປະຕູ ທ້າວ Sergio Romero ຂອງທີມ Argentina ທີ່ໄດ້ໂດດໄປທາງກົງກັນຂ້າມ ຊຶ່ງໄດ້ເຮັດໃຫ້ Chile ໄດ້ເປັນແຊ້ມປ້ຽນ ການ ແຂ່ງຂັນບານເຕະຮອບຊິງຊະນະເລີດ Copa America ເປັນເທື່ອທີສອງລຽນຕິດ.

ສອງທີມດັ່ງກ່າວໄດ້ລົງແຂ່ງກັນ ດ້ວຍຄະແນນຈາວກັນ 0 ຕໍ່ 0 ໃນວັນອາທິດ ວານນີ້ ຕໍ່ໜ້າ ພວກແຟນບານ ຫຼາຍກວ່າ 82,000 ຄົນ ໃນເມືອງ East Rutherford ຂອງລັດ New Jersey. ການແຂ່ງຂັນໃນປີນີ້ ໄດ້ເປັນຮອບພິເສດ ເພື່ອເປັນກຽດໃຫ້ແກ່ Copa America ທີ່ວຽນມາຄົບຮອບ 100 ປີ ແລະ ໂດຍ ມີການຂະຫຍາຍຈຳນວນທີມຈາກ ອາເມຣິກາເໜືອ ແລະ ອາເມຣິກາໃຕ້ ເປັນ 16 ທີມ.

ເກມໃນວັນອາທິດວານນີ້ ໄດ້ເປັນການພົບກັນຂອງຄູ່ແຂ່ງຂັນ ຮອບສຸດທ້າຍ ເມື່ອປີກາຍນີ້ ອີກເທື່ອນຶ່ງ ຊຶ່ງຍັງໄດ້ຕັດສິນກັນດ້ວຍການຍິງລູກໂທດຫຼັງຈາກ ທີ່ບໍ່ສາມາດຍິງປະຕູກັນໄດ້ ໃນເວລາການແຂ່ງຂັນ ແລະ ການຕໍ່ເວລາອອກໄປ.

ອາເຈັນຕີນາ ໄດ້ສົ່ງຜູ້ຄອງຕຳແໜ່ງນັກເຕະດີເດັ່ນປະຈຳປີ ທ້າວ Lionel Messi ໃຫ້ເປັນຜູ້ທຳອິດ ຍິງລູກໂທດ ແຕ່ຫຼັງຈາກການຍິງຂອງລາວບິນຂຶ້ນ ກາຍຄານ ລາວພຽງແຕ່ໄດ້ດຶງເສື້ອຂອງລາວອອກມາດ້ວຍຄວາມບໍ່ໜ້າເຊື່ອ. ສ່ວນນັກເຕະ ອາເຈັນຕີນາ ອີກສອງຄົນຕໍ່ໄປ ກໍໄດ້ຍິງເຂົ້າປະຕູ ແຕ່ອັນນັ້ນ ບໍ່ໄດ້ເປັນທີ່ພຽງພໍທີ່ຈະນຳທັນ ຊີເລ ຊຶ່ງໄດ້ຍິງລູກໂທດ ເຂົ້າຕາໜ່າງໄປ 4 ລູກ ອັນເປັນໄຊຊະນະຂອງການແຂ່ງຂັນ.

ທ້າວ Messi ໄດ້ປະກາດເມື່ອບໍ່ດົນ ຫຼັງຈາກທີ່ໄດ້ຜ່າຍແພ້ໄປວ່າລາວຈະເຊົາ ເປັນນັກເຕະທີມຊາດ. ລາວໄດ້ບອກຕໍ່ຕາໜ່າງ ໂທລະພາບຂອງອາເຈັນຕີນາ TyC Sports ວ່າ “ທີມຊາດ ແມ່ນຈົບແລ້ວສຳລັບຂ້ອຍ. ມັນໄດ້ເປັນຮອບ ສຸດທ້າຍເທື່ອທີສີ່ແລ້ວ ມັນບໍ່ໄດ້ເປັນຕາມຄວາມຕັ້ງໃຈໄວ້ສຳລັບຂ້ອຍ. ມັນ ເປັນສິ່ງທີ່ຂ້ອຍຢາກໄດ້ມັນທີ່ສຸດ ແຕ່ຂ້ອຍບໍ່ສາມາດເອົາມັນມາໄດ້ ສະນັ້ນ ຂ້ອຍຄິດວ່າ ມັນຈົບລົງແລ້ວພຽງເທົ້ານີ້.”

ທ້າວ Messi ອາຍຸ 29 ປີ ໄດ້ນຳທີມ Barcelona ຈົນໄດ້ຕຳແໜ່ງ ຊະນະເລີດ ໃນ Champions League ມາແລ້ວ 4 ເທື່ອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

COPA America
please wait
Embed

No media source currently available

0:00 0:01:14 0:00

XS
SM
MD
LG