ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຄວາມ​ຮຸນ​ແຮງໃນ ຊີ​ເລ ຍັງ​ດຳ​ເນີນ​ຕໍ່​ໄປ ເຖິງ​ແມ່ນ​ລັດ​ຖະ​ບານ ໄດ້​ຍົກ​ເລີກ ການ​ຂຶ້ນ​ຄ່າ​ປີ້​ລົດ​ໄຟ​ໃຕ້​ດິນ​ແລ້ວກ​ໍ​ຕາມ


ຜູ້​ປະ​ທ້ວງ​ຄົນ​ນຶ່ງ ເຕະ​ແກັ​ສ​ນ້ຳ​ຕາ ໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ​ກັບ​ຕຳຫຼວດ ໃນ​ນະ​ຄອນຫຼວງ ຊານ​ທີ​ອາ​ໂກ, ປະ​ເທດ ຊີ​ເລ. 20 ຕຸ​ລາ, 2019.
ຜູ້​ປະ​ທ້ວງ​ຄົນ​ນຶ່ງ ເຕະ​ແກັ​ສ​ນ້ຳ​ຕາ ໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ​ກັບ​ຕຳຫຼວດ ໃນ​ນະ​ຄອນຫຼວງ ຊານ​ທີ​ອາ​ໂກ, ປະ​ເທດ ຊີ​ເລ. 20 ຕຸ​ລາ, 2019.

ການ​ປະ​ທ້ວງ ແລະ ຄວາມ​ຮຸນ​ແຮງ​ໃນ​ປະ​ເທດ ຊີ​ເລ ໄດ້​ແກ່​ລາມ​ອອກ​ໄປ​ຮອດ​ວັນ​ຕໍ່ມາ ແລະ ສືບ​ຕໍ່​ໄປ​ຮອດ​ຕອນ​ຄ່ຳ​ຂອງວັນ​ອາ​ທິດ​ວານນີ້ ເຖິງ​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ຍົກ​ເລີກ​ການ​ຂຶ້ນ​ລາ​ຄາ​ລົດ​ໄຟ​ໃຕ້​ດິນ ທີ່​ໄດ້​ກໍ່​ໃຫ້​ເກີ​ດ​ການ​ປະ​ທ້ວງ​ທີ​ຮຸນ​ແຮງ​ນັ້ນ​ແລ້ວກໍ​ຕາມ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ພື້ນ​ນະ​ຄອນຫຼວງ ຊານ​ທີ​ອາ​ໂກ ໄດ້​ກ່າວ​ວ່າ​ປະ​ຊາ​ຊົນ​ສາມ​ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ໄຟ​ໄໝ້ ຢູ່​ຮ້ານ​ຊັບ​ພະ​ສິນ​ຄ້າ​ທີ່​ຖືກ​ປຸ້ນ​ສະ​ດົມ​ສອງ​ແຫ່ງ​ໃນ​ຕອນ​ເຊົ້າ​ວັນ​ອາ​ທິດ​ວານນີ້ ຈາກ 60 ຮ້ານ​ທີ່ບໍ​ລິ​ສັດ Walmart ເປັນ​ເຈົ້າ​ຂອງ​ທີ່​ຖືກ​ປຸ້ນ​ສະ​ດົມ, ແລະ ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ຫຼາຍ​ຮ້ານ​ແມ່ນບໍ່​ໄດ້​ເປີດ​ໃນ​ລະ​ຫວ່າງວັນ​ດັ່ງ​ກ່າວ. ຕໍ່​ມາ​ອີກ​ຫ້າ​ຄົນ​ຖືກ​ພົບ​ເຫັນ​ເສຍ​ຊີ​ວິດ​ຢູ່​ຫ້ອງ​ໃຕ້​ດິນ​ຢູ່​ສາງ​ເກັບ​ເຄື່ອງ​ທີ່​ຖືກ​ໄຟ​ໄໝ້ ແລະ ບໍ່​ແມ່ນ​ພະ​ນັກ​ງານ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່.

ສາຍ​ການ​ບິນ​ຢ່າງ​ໜ້ອຍ 2 ບໍ​ລິ​ສັດ​ໄດ້​ຍົກ​ເລີກ ຫຼື ຈັດ​ຕາ​ຕະ​ລາງ​ການ​ບິນ​ຂອງ​ເຂົາ​ເຈົ້າຄືນ​ໃໝ່ ເພື່ອ​ເດີນ​ທາງ​ໄປ​ນະ​ຄອນຫຼວງ​ຂອງ​ປະ​ເທດ​ນັ້ນ, ສົງ​ຜົນ​ກະ​ທົບ​ຕໍ່​ຜູ້​ໂດຍ​ສາຍ​ຫຼາຍກວ່າ 1,400 ຄົນ​ໃນ​ວັນ​ອາ​ທິດ ແລະ ວັນ​ຈັນ​ມື້ນີ້.

ປະ​ທາ​ນາ​ທິ​ບໍ​ດີ ເຊ​ບາ​ສ​ຈຽນ ປີ​ເຢ​ຣາ ໄດ້​ກ່າວ​ໃນ​ຕອນ​ຄ່ຳ​ຂອງວັນ​ອາ​ທິດ​ວານນີ້ ໃນ​ການ​ກ່າວ​ຄຳ​ປາ​ໄສ​ທີ່ບໍ່​ໄດ້​ວາງ​ແຜນ​ໄວ້​ຈາກສຳ​ນັກ​ງານ​ໃຫຍ່​ຂອງກອງ​ທັບວ່າ “ພວກ​ເຮົາ​ກຳ​ລັງ​ເຮັດ​ສົງ​ຄາມ​ກັບ​ສັດ​ຕູ​ທີ່​ແຂງ​ແກ່ນ ແລະ ບໍ່​ມີ​ຄວາມ​ປາ​ນີ ທີ່ບໍ່​ເຄົາ​ລົບ​ຫຍັງ ຫຼື ຄົນ​ຜູ້​ໃດ ແລະ ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ໃຊ້​ຄວາມ​ຮຸນ​ແຮງ ແລະ ກໍ່​ອາ​ຊະ​ຍາ​ກຳ​ໂດຍບໍ່​ມີ​ຂີດ​ຈຳ​ກັດໃດໆ​.”

ທ່ານ ປີ​ເຢຣາ, ຜູ້​ທີ່​ກຳ​ລັງ​ປະ​ເຊີນ​ກັບ​ວິ​ກິດ​ການ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ກາ​ນ​ດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ທີ​ສອງ​ຂອງ​ທ່ານ ໃນ​ຖາ​ນະ​ເປັນ​ຜູ້​ນຳ​ຂອງ​ປະ​ເທດ ທີ່​ຕັ້ງ​ຢູ່​ທະ​ວີບ​ອາ​ເມ​ຣິ​ກາ​ໃຕ້​ນັ້ນ, ໄດ້​ປະ​ກາດ​ໃນ​ຕອນ​ຄ່ຳ​ຂອງວັນ​ເສົາ​ທີ່​ຜ່ານ​ມາ​ວ່າ ທ່ານ​ໄດ້​ຍົກ​ເລີກ​ການ​ຂຶ້ນ​ລາ​ຄາ​ປີ້​ລົດ​ໄຟ​ໃຕ້​ດິນ ທີ່​ຖື​ກຳ​ນົດ​ເມື່ອ​ສອງ​ອາ​ທິດ​ທີ່​ຜ່ານ​ມາ. ການ​ຂຶ້ນ​ລາ​ຄາ​ປີ້​ລົດ​ໄຟ​ດັ່ງ​ກ່າວ ໄດ້​ເຮັດ​ໃຫ້​ເກີດ​ການ​ປະ​ທ້ວງ​ຄັ້ງ​ໃຫຍ່ ທີ່​ລວມ​ມີ​ການ​ກໍ່​ຈະ​ລາ​ຈົນ ທີ່​ເປັນ​ສາ​ເຫດ​ຂອງ​ຄວາມ​ເສ​ຍ​ຫາຍຫຼາຍ​ລ້ານ​ໂດ​ລາ ເຖິງ​ການ​ຈູດ​ລົດ​ເມຫຼາຍ​ຄັນ ແລະ ການ​ທຳ​ລາຍ​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ, ຕຶກ​ຫ້ອງ​ການ ແລະ ຫ້າງ​ຮ້ານ​ຕ່າງໆ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG