ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫຼາຍຮ້ອຍຄົນ ໂຮມຊຸມນຸມ ສະໜັບສະໜຸນ ນັກສຶກສາ ໃນ ຊີເລ (ວີດີໂອ)


ນັກສຶກສາຄົນນຶ່ງ ຖືກຕໍາຫລວດຈາລະຈົນ ຊີດນໍ້າໃສ່ ໃນຂະນະທີ່ໂຮມຊຸມປະທ້ວງຕໍ່ຕ້ານລັດຖະບານ ເພື່ອຮຽກຮ້ອງໃຫ້ປະຕິຮູບ ລະບົບການສຶກສາ
ນັກສຶກສາຄົນນຶ່ງ ຖືກຕໍາຫລວດຈາລະຈົນ ຊີດນໍ້າໃສ່ ໃນຂະນະທີ່ໂຮມຊຸມປະທ້ວງຕໍ່ຕ້ານລັດຖະບານ ເພື່ອຮຽກຮ້ອງໃຫ້ປະຕິຮູບ ລະບົບການສຶກສາ
ພວກເດີນ​ຂະ​ບວນຫລາຍ​ຮ້ອຍ​ຄົນ ​ໃນ​ປະ​ເທດຊິ​ເລ ພາກັນ​ຕີ​ໝໍ້​
ແຫກ​ແຕກ​ກະໂປະ ​ເພື່ອໃຫ້ການ​ສະໜັບສະໜຸນ​ຕໍ່​ບັນ​ດາ​ນັກ​ສຶກ
ສາທີ່ຮຽກຮ້ອງ​ ໃຫ້​ມີ​ການ​ປະຕິ​ຮູບການ​ສຶກສາ ແລະ​ເສດຖະກິດ
​ໃນ​ຄໍ່າຄືນວັນ​ພຸດ​ນີ້.

ການເດີນ​ຂະ​ບວນ ທີ່​ນະຄອນຫຼວງ​ Santiago ຂອງຊີ​ເລ ມີ​ຂຶ້ນ
ຫຼັງ​ຈາກການ​ປະ​ທະ​ກັນລ​ະຫວ່າງຕໍາຫລວດ​ປາບຈາລະ​ຈົນ ແລະພວກ​ປະ​ທ້ວງ​ທີ່​ໃສ່ເຄື່ອງ​ຄຸມໜ້າ.

ມີພວກ​ປະ​ທ້ວງ​ຫລາຍ​ສິບ​ຄົນ ​ໄດ້​ຖືກ​ຈັບ. ບັນດາ​ນັກ​ສຶກສາ​ແລະ​ຜູ້​ສະໜັບສະໜຸນໄດ້​ພາ​
ກັນເດີນ​ຂະ​ບວນ​ແລະ​ໂຮມ​ຊຸມນຸມ​ປະ​ທ້ວງມາ​ແລ້ວ​ຫຼາຍຄັ້ງ ​ໃນ​ໄລຍະ​ສອງ​ປີກ​ວ່າໆ​ຜ່ານ​ມາ
​ເພື່ອ​ຮ້ອງທຸກ​ກ່ຽວ​ກັບລະບົບ​ການ​ສຶກສາວ່າ​ບໍ່​ເປັນທໍາ​ແກ່​ຜູ້​ທີ່​ມີ​ລາຍ​ໄດ້​ຕໍ່າ.

ບັນດາ​ຜູ້​ນໍາ​ນັກ​ສຶກສາ ພາກັນ​ຮຽກຮ້ອງ​ໃຫ້ມີ​ການ​ປ່ຽນ​ແປງ​ລະ​ບົບການ​ເກັບ​ພາສີ ​ເພື່ອໃຫ້
ພວກ​ຮັ່ງມີ ຈ່າຍ​ຄ່າສຶກສາ​ຂອງ​ເຂົາ​ເຈົ້າສູງ​ຂຶ້ນ.

ການ​ໂຕ້​ຖຽງ​ກັນ​ກ່ຽວກັບ​ການປະຕິ​ຮູບ​ການ​ສຶກສາ ຄາດວ່າຈະ​ເປັນ​ບັນຫາສຳຄັນ ​ໃນ​ການ​
ເລືອກ​ຕັ້ງ​ປະທານາທິບໍດີ ​ຊຶ່ງ​ຈະ​ມີ​ຂຶ້ນໃນ​ວັນ​ທີ 17 ​ເດືອນ​ພະຈິກຈະ​ມາ​ເຖິງ​ນີ້.

Chile
please wait
Embed

No media source currently available

0:00 0:00:50 0:00

Hundreds of demonstrators in Chile banged pot and pans in support of students demanding education and economic reforms Wednesday night.

The demonstrations in the Chilean capital of Santiago followed clashes between riot police and groups of hooded protesters.

Dozens of protesters were arrested. Students and their supporters have held several marches and demonstrations over the past two years, complaining the education system is unfair to people of lower incomes.

Students leaders are calling for a change to the tax system so the rich pay more their education.

The dispute over education reform is expected to key issue in November's (17) presidential election.
XS
SM
MD
LG