ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເລປະກອບພິທີ ເປັນຂີດໝາຍຄົບຮອບ 1 ປີ ໄພແຜ່ນດິນໄຫວ


ປະທານາທິບໍດີ Sebastian Pinera ແຫjງ Chile ປະກອບພິທີ
ເປັນຂີດໝາຍ ຮອບ 1 ປີ ໄພແຜ່ນດິນໄຫວ.
ປະທານາທິບໍດີ Sebastian Pinera ແຫjງ Chile ປະກອບພິທີ ເປັນຂີດໝາຍ ຮອບ 1 ປີ ໄພແຜ່ນດິນໄຫວ.

ປະຊາຊົນ Chile ພາກັນປະກອບ​ພິທີໃນ​ວັນ​ອາທິດ​ມື້​ນີ້ ​ເປັນ​ຂີດ​ໝາຍ​ວັນຄົບຮອບ 1 ປີ ໄພ​ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 8.8 Richter ທີ່​ໄດ້ເຮັດ​ໃຫ້​ປະຊາຊົນ​ເສ​ຍຊີວິດ​ໄປ​ ຫລາຍ​ກວ່າ 500 ຄົນ​ນັ້ນ.

ແຜນ​ດິນ​ໄຫວ​ດັ່ງກ່າວ​ ຍັງໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ປະ​ເທດ​ຊາດ 30 ຕື້​ໂດ​ລາ ​ແລະ​ທໍາລາຍ​ບ້ານ​ເຮືອນ​ໄປ 220 ພັນ​ຫລັງ. ​ແຕ່​ການ​ບູລະນະສ້າງສາ​ຄືນໃໝ່​ຍັງ​ໄປ​ບໍ່​ຮອດ​ໃສ ຊຶ່ງ​ພາ​ໃຫ້ປະຊາຊົນ Chile ຫລາຍ​ຄົນ​ມີ​ຄວາມ​ເຫລືອ​ອົກ​ເຫລືອ​ໃຈ​ນໍາການ​ສ້າງສາ​ປະ​ເທດ​ຄືນ​ໃໝ່​ທີ່ຊັກ​ຊ້າ​ນີ້.

ຊາວ Chile ຫລາຍ​ພັນ​ຄົນ​ຍັງ​ພັກ​ພາ​ອາ​ໄສ​ຢູ່​ໃນ​ທີ່​ພັກ​ຊົ່ວຄາວ​ຢູ່ ​ໃນ​ຂະນະ​ທີ່​ພວກ​ເຂົາກໍາລັງ​ບຶກ​ບືນ​ຟື້ນ​ໂຕ​ຄືນ​ຈາກ​ການ​ທໍາລາຍ​ຂອງ​ແຜ່ນດິນ​ໄຫວ​ຄັ້ງ​ນັ້ນ.

ປະທານາທິບໍດີ Sebastian Pinera ​ໄດ້​ຮັບ​ຮູ້​ໃນ​ການ​ຊັກ​ຊ້າ​ຂອງການ​ດໍາ​ເນີນຄວາມ​ພະຍາຍາມເພື່ອ​ກໍ່ສ້າງ​ບ້ານ​ເມືອງ​ຄືນ​ໃໝ່​ນັ້ນ ​ແຕ່​ໃຫ້​ຄໍາ​ໜັ້ນສັນຍາ​ທີ່​ຈະ​ແນບ​ນໍາ​ເບິ່ງ​ຢ່າງ​ເຄັ່ງ​ຄັດນໍາ​ຂັ້ນ​ຕອນການ​ບູລະນະ​ສ້າງສາ​ບ້ານ​ເມືອງ​ຄືນ​ໃໝ່​ນັ້ນ.

ອົງການ​ຂ່າວ​ຝຣັ່ງ​ລາຍ​ງານວ່າ ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 2 ພັນ​ຄົນ​ໃນ​ເມືອງ Con
cepcion ຫ່າງ​ຈາກ​ນະຄອນຫລວງ Santiagoໄປ​ທາງ​ທິດ​ໃຕ້ 500 ຫລັກ​ກິ​ໂລ​ແມັດ ​ໄດ້
ພາກັນ​ເດີນ​ຂະ​ບວນ​ໃນ​ວັນ​ເສົາ​ວານ​ນີ້ ປະ​ທ້ວງຕໍ່​ການ​ກໍ່ສ້າງ​ບ້ານເມືອງ​ຄືນ​ໃໝ່​ທີ່​ຊັກ​ຊ້າ​ນັ້ນ.

XS
SM
MD
LG