ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ Chile ປ່ອນບັດ ເລືອກເອົາ ປະທານາທິບໍດີ ຄົນໃໝ່ (ວີດີໂອ)


ທ່ານນາງ Michelle Bachelet ຜູ້ສະໝັກເລືອກຕັ້ງປະທານທິບໍດີ
ໃນປະເທດ Chile
ທ່ານນາງ Michelle Bachelet ຜູ້ສະໝັກເລືອກຕັ້ງປະທານທິບໍດີ ໃນປະເທດ Chile
ຊາວ​ຊີ​ເລ ພາກັນ​ມຸ້ງ​ໜ້າ​ໄປ​ຍັງ​ບ່ອນ​ປ່ອນ​ບັດ ​ເພື່ອ​ເລືອກ​ເອົາ​ປະທານາ ທິບໍດີຄົນ​ໃໝ່ ຈາກ​ຜູ້​ສະໝັກເລືອກ​ຕັ້ງທົງ​ໝົດ​ເກົ້າ​ຄົນ ​ໂດຍ​ມີ​ອະດີດ​ປະ ທານາທິບໍດີ ທີ່​ຄາດ​ວ່າ​ຈະ​ເປັນ​ຜູ້​ຊະນະ.

ທ່ານນາງ Michelle Bachelet ຜູ້​ສະໝັກ ຂອງ​ພັກ​ເປັນກາງ​ອຽງ​ຊ້າຍ ມີ​ຄະ​ແນນ​ນໍາ​ໜ້າຢ່າງ​ຫຼວງຫຼາຍ ​ໃນ​ນະ​ໂຍບາຍການ​ປະຕິ​ຮູບ​ຂອງ​ທ່ານ​ນາງ. ທ່ານ​ນາງ​ເຄີຍ​ເປັນ​ປະທານາທິບໍດີ​ແມ່ຍິງ​ຄົນ​ທໍາ​ອິດ​ຂອງ​ປະ​ເທດ Chile ຄື ຈາກ​ປີ 2006 ຫາ​ ປີ 2010.

ທ່ານ​ນາງ Bachelet ​ໄດ້​ຮັບ​ການ​ໜຸນຫຼັງ​ໂດຍ​ພັກ​ພັນທະ​ມິດ​ສັງຄົມ​ນິຍົມ ສຽງ​ສ່ວນ​ໃຫຍ່ຊຸດ​ໃໝ່​ຂອງ​ທ່ານ​ນາງ ຄື​ພັກ​ຄຼີສຕຽນປະຊາ​ທິປັດ ​ແລະ ພັກ​ຄອມ​ມີ​ວນີສ.

ທ່າ​ນນາງ ​ໄດ້​ຮັບປາກ​ທີ່​ຈະ​ປັບ ຊ່ອງ​ວ່າງ​ລາຍ​ໄດ້​ຄ່າ​ແຮງ​ງານ ຂອງ​ປະ ​ເທດ​ໃຫ້ແຄບ​ລົງ ​ແລະ​ດັດ​ແກ້​ລັດຖະທໍາ​ມະນູນ ຊຶ່ງ​ໃຊ້​ກັນ​ມາ​ໄດ້ 17 ປີ ​ແລ້ວ ​ຕັ້ງ​ແຕ່​ສະ​ໄໝ ​ການ​ປົກ ຄອງ​ຜະ​ເດັດການ ຂອງ​ທ່ານ Augusto Pinochet.

ຜູ້​ສະໝັກ ຈະ​ຕ້ອງ​ໄດ້​ຮັບ​ຄະ​ແນນຫຼາຍກວ່າ​ເຄິ່ງນຶ່ງ ​ຂອງ​ຄະ​ແນນ​ສຽງ​ທັງ ໝົດ ຈຶ່ງ​ຈະຖື​ກ​ໂດຍ​ບໍ່​ຕ້ອງ​ມີ​ການ​ເລືອກ​ຕັ້ງຮອບ​ສອງ ຖ້າ​ບໍ່​ດັ່ງ​ນັ້ນ ຜູ້​ສະ​ໝັກ​ທີ່​ມີ​ຄະ​ແນນ​ນໍາ​ໜ້າ​ສອງ ຄົນ ຕ້ອງ​ໄດ້​ທໍາ​ການ​ເລືອກ​ຕັ້ງ​ຂັ້ນ​ຕັດສິນ​ຊີ້​ຂາດ ​ໃນ​ວັນ​ທີ 15 ​ເດືອນ​ທັນວາ ຕໍ່ໜ້າ​ນີ້.

ນອກ​ນີ້​ແລ້ວ ຍັງ​ມີ​ການ​ເລືອກ​ຕັ້ງ ເອົາ​ສະມາຊິກ​ສະພາ​ຕໍ່າ​ທັງ​ໝົດ 120 ບ່ອນນັ່ງ ​ແລະ​ສະພາ​ສູງອີກ 20 ບ່ອນ​ນັ່ງ ຂອງ​ຈຳນວນທັງ​ໝົດ 38 ບ່ອນ​ນັ່ງ​ ນັ້ນ​ນໍາ.

Chile Election
please wait
Embed

No media source currently available

0:00 0:00:45 0:00
XS
SM
MD
LG