ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຂຸດບໍ່ຄໍາທີ່ຕົກຄ້າງໃນຊີເລ ໃກ້ຈະໄດ້ອອກມາແລ້ວ


ພວກຄົນງານ ທີ່ພົວພັນໃນການປະຕິບັດງານກູ້ໄພ ເພື່ອຊ່ອຍ ພວກຂຸດແຮ່ຄຳ ທີ່ຕົກຄ້າງຢູ່ໃຕ້ດິນຂຶ້ນມາ (9 ຕຸລາ 2010)
ພວກຄົນງານ ທີ່ພົວພັນໃນການປະຕິບັດງານກູ້ໄພ ເພື່ອຊ່ອຍ ພວກຂຸດແຮ່ຄຳ ທີ່ຕົກຄ້າງຢູ່ໃຕ້ດິນຂຶ້ນມາ (9 ຕຸລາ 2010)

ເຈົ້າໜ້າທີ່ຊີເລກ່າວວ່າ ພວກເຂົາເຈົ້າຫວັງວ່າຈະເຈາະປ່ອງ ລົງໄປເຖິງພວກຄົນງານບໍ່ຄຳ 33 ຄົນ ທີ່ຕົກຄ້າງຢູ່ໃຕ້ພື້ນ ດິນໃນວັນເສົາມື້ນີ້ ແລະເລີ້ມດຶງເອົາພວກກ່ຽວຂຶ້ນມາພາຍ ໃນໄລຍະ ສອງສາມມື້ຂ້າງໜ້ານີ້.

ລັດຖະມົນຕີກະຊວງບໍ່ແຮ່ຂອງຊີເລ ທ່ານ Laurence Golborne ກ່າວວ່າ ເວລາໃດຮູທີ່ເຈາະໄດ້ໄປເຖິງພວກ ຄົນງານທີ່ຕົກຄ້າງແລ້ວພວກນັກຊ່ຽວຊານຈະພິຈາລະນາ ເບິ່ງວ່າ ຈະໃຊ້ໂລຫະເສີມຮູທີ່ເຈາະ ໜ້ອຍຫຼາຍປານໃດ ກ່ອນທີ່ຈະນຳເອົາ ພວກຄົນງານບໍ່ແຮ່ທີ່ຕົກຄ້າງຢູ່ນັ້ນຂຶ້ນ ມາເທື່ອລະຄົນ.

ພວກຄົນງານບໍ່ແຮ່ໄດ້ຕົກຄ້າງຢູ່ໃຕ້ພື້ນດິນ ເລິກ 600 ກວ່າແມັດ ນັບແຕ່ຕົ້ນເດືອນສິງຫາເປັນຕົ້ນມາ. ເຈົ້າໜ້າ ທີ່ໄດ້ສົ່ງອາຫານ ນໍ້າ ເກມຫຼິ້ນ ຈົດໝາຍແລະສິ່ງຂອງອື່ນໆ ລົງໄປໃຫ້ ພວກຄົນງານເຫຼົ່ານີ້ ໂດຍທາງປ່ອງຫຼືຮູທີ່ເຈາະ ສຳລັບສົ່ງເຄື່ອງຕ່າງໆ.

XS
SM
MD
LG