ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນງານບໍ່ແຮ່ຊີເລ ກັບເມືອເຮືອນແລ້ວ


ຄົນງານບໍ່ແຮ່ ທີ່ຖືກຊ່ອຍຂຶ້ນມາ ທ້າວ Carlos Mamani ຈາກໂບລີເວຍ ຖືກຫ້ອມລ້ອມ ໂດຍພວກນັກຂ່າວ ຂະນະທີ່ກັບໄປເຖິງເຮືອນຂອງລາວ ຢູ່ເມືອງ Copiapo (14 ຕຸລາ 2010)
ຄົນງານບໍ່ແຮ່ ທີ່ຖືກຊ່ອຍຂຶ້ນມາ ທ້າວ Carlos Mamani ຈາກໂບລີເວຍ ຖືກຫ້ອມລ້ອມ ໂດຍພວກນັກຂ່າວ ຂະນະທີ່ກັບໄປເຖິງເຮືອນຂອງລາວ ຢູ່ເມືອງ Copiapo (14 ຕຸລາ 2010)

ພວກຄົນງານບໍ່ແຮ່ຂອງຊີເລ 3 ຄົນຈາກຈຳນວນທັງໝົດ 33 ຄົນ ທີ່ໄດ້ຖືກຊ່ອຍຂຶ້ນມາ ຫຼັງຈາກຕົກຄ້າງເປັນເວລາ 2 ເດືອນຢູ່ໃຕ້ພື້ນດິນນັ້ນ ໃນທີ່ສຸດກໍໄດ້ກັບຄືນໄປເຮືອນ ຂອງພວກເຂົາເຈົ້າແລ້ວ.

ບຸກຄົນທັງ 3 ໄດ້ຮັບອະນຸຍາດ ໃຫ້ອອກຈາກໂຮງພະຍາ ບານທີ່ເມືອງ Copiapo ແລະຖືກນຳໂຕອອກໄປໂດຍລົດ ຂອງລັດຖະບານ ທ່າມກາງການຮັກສາຄວາມປອດໄພຢ່າງ ເຄັ່ງຄັດ.

ນຶ່ງໃນຈຳນວນ 3 ຄົນນັ້ນ ກໍແມ່ນນາຍ Edison Pena
ໄດ້ຖືກຕ້ອນຮັບ ໂດຍສຽງຮ້ອງເຊຍຂອງປະຊາຊົນໃນຄຸ້ມ
ຂອງລາວ ເວລາລາວກັບໄປເຖິງເຮືອນ. ລາວກ່າວຕໍ່ພວກ
ນັກຂ່າວວ່າ ລາວຄິດວ່າລາວອາດຈະບໍ່ມີໂອກາດກັບຄືນມາ
ເຮືອນຂອງລາວອີກແລ້ວ ໃນລະຫວ່າງທີ່ຢູ່ໃຕ້ພື້ນດິນ 69 ມື້ນັ້ນ.

ສ່ວນສະມາຊິກຄົນອື່ນໆ ຂອງພວກຄົນງານບໍ່ແຮ່ ຄາດວ່າຈະໄດ້ຮັບອະນຸຍາດໃຫ້ອອກຈາກ ໂຮງພະຍາບານ ໃນວັນສຸກມື້ນີ້.

ພວກຄົນງານບໍ່ແຮ່ ໄດ້ໃຊ້ເວລາສ່ວນໃຫຍ່ໃນວັນພະຫັດວານນີ້ພັກຜ່ອນກັບປະທານາທິບໍດີ ຊີເລ ທ່ານ Sebastian Penera ແລະຍັງສືບຕໍ່ພາກັນໃສ່ແວ່ນຕາດຳເພື່ອປ້ອງກັນບໍ່ໃຫ້ ຕາຂອງພວກເຂົາເຈົ້າ ໄດ້ຮັບອັນຕະລາຍຈາກແສງກ້າ.

XS
SM
MD
LG