ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນງານບໍ່ແຮ່ຊີເລຖືກຊ່ອຍ ຂຶ້ນມາໝົດແລ້ວ


ນາຍ Luis Urzua ຫົວໜ້າຄົນງານ ຂອງຊີເລ ທີ່ຕົກຄ້າງຢູ່ໃຕ້ພື້ນດິນ ຖືກຊ່ອຍຂຶ້ນມາ ເປັນຄົນສຸດທ້າຍ ໃນຄືນວັນພຸດວານນີ້.
ນາຍ Luis Urzua ຫົວໜ້າຄົນງານ ຂອງຊີເລ ທີ່ຕົກຄ້າງຢູ່ໃຕ້ພື້ນດິນ ຖືກຊ່ອຍຂຶ້ນມາ ເປັນຄົນສຸດທ້າຍ ໃນຄືນວັນພຸດວານນີ້.

ຄົນງານບໍ່ທອງແດງແລະບໍ່ຄຳ 33 ຄົນຂອງຊີເລ ທີ່ຕົກ
ຄ້າງ ຢູ່ໃຕ້ພື້ນດິນໃນໄລຍະສອງເດືອນຜ່ານມານີ້ ໄດ້ພົບ
ພໍ້ແລະເຕົ້າໂຮມກັບລູກເມຍ ຂອງພວກເຂົາເຈົ້າແລ້ວ ລຸນ
ຫຼັງການປະຕິບັດງານກູ້ໄພ ທີ່ໃຊ້ເວລາດົນນານແລະສຳ ເລັດຜົນ.

ພວກຄົນງານເຫຼົ່ານີ້ ໄດ້ຖືກນຳໂຕຂຶ້ນມາເທິງໜ້າດິນ
ເທື່ອລະຄົນ ໂດຍກ່ອງຍາວໆທີ່ອອກແບບພິເສດແລະ
ໄດ້ພົບພໍ້ ກັບສະມາຊິກໃນຄອບຄົວຂອງພວກເຂົາເຈົ້າ
ແລະປະທານາທິບໍດີຊີເລ ທ່ານ Sebastian Pinera
ທີ່​ ໄປ​ລໍຖ້າ​ຕ້ອນຮັບ.

ນາຍ Luis Urzua ຊຶ່ງເປັນຫົວໜ້າຄົນງານ ໃນມື້ທີ່ບໍ່
ທອງແດງດັ່ງກ່າວຍຸບລົງໃນວັນທີ 5 ສິງຫານັ້ນ ແມ່ນ
ຜູ້ສຸດທ້າຍ ທີ່ໄດ້ຖືກຊ່ອຍຂຶ້ນມາໃນຕອນແລງຂອງມື້ວັນ ພຸດວານນີ້ ໃນລາຍການຖ່າຍທອດ ອອກອາກາດຕະຫຼອດມື້ ໄປຍັງທົ່ວໂລກ.

ນາຍ Urzua ຖືກຍົກຍ້ອງວ່າ ຊ່ອຍເຮັດໃຫ້ພວກລູກນ້ອງ
ຂອງລາວບໍ່ໃຫ້ຕື່ນຕົກໃຈ ຂະນະທີ່ພວກກູ້ໄພຢູ່ເທິງໜ້າດິນ
ຫລາຍກ່ວາ​ເຄິ່ງຫລັກ​ນັ້ນ ພະຍາຍາມຊອກຫາຊ່ອງທາງ
ເພື່ອ​ໃຫ້ຮູ້ວ່າ ຍັງມີຜູ້ລອດຊີວິດ ຢູ່ຫຼືບໍ່ ແລະຫຼັງຈາກນັ້ນ ຈະຊ່ອຍພວກເຂົາເຈົ້າ ອອກມາແນວໃດ.

ເຈົ້າໜ້າທີ່ກູ້ໄພຄົນສຸດທ້າຍຂອງຈຳນວນທັງໝົດ 6 ຄົນທີ່ຖືກຢ່ອນລົງໄປໃນບໍ່ ເພື່ອໃຫ້
ຄວາມຊ່ອຍເຫຼືອໃນການປະຕິບັດງານກູ້ໄພນັ້ນ ໄດ້ຖືກດຶງຂຶ້ນມາ​ໃນເວລາຫຼັງທ່ຽງຄືນເລັັກ
ນ້ອຍ ຕາມເວລາໃນເຂດທ້ອງຖິ່ນ ປະມານ 24 ຊົ່ວໂມງກວ່າໆ ລຸນຫຼັງຄົນງານບໍ່ແຮ່ຜູ້
ທຳອິດໄດ້ຖືກດຶງຂຶ້ນ ມາສູ່ໜ້າດິນ.

XS
SM
MD
LG