ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຄົນງານທີ່ຕົກຄ້າງຢູ່ໃນບໍ່ ທີ່ຊີເລ ອອກມາໄດ້ແລ້ວ


ຄົນງານບໍ່ຄຳຊີເລ ທີ່ຖືກຊ່ອຍຂຶ້ນມາຈາກໃຕ້ດິນ ກອດພັນລະຍາຂອງລາວ (13 ຕຸລາ 2010)
ຄົນງານບໍ່ຄຳຊີເລ ທີ່ຖືກຊ່ອຍຂຶ້ນມາຈາກໃຕ້ດິນ ກອດພັນລະຍາຂອງລາວ (13 ຕຸລາ 2010)

ພວກກູ້ໄພໄດ້ນຳເອົາໂຕພວກຄົນງານຂຸດບໍ່ຄໍາ ແລະທອງ
ແດງ 33 ຄົນ ທີ່ຕົກຄ້າງຢູ່ໃຕ້ພື້ນດິນ ເລິກກວ່າເຄິ່ງຫຼັກ
ກິໂລແມັດ ​ເປັນເວລາສອງເດືອນກວ່າໆນັ້ນຂຶ້ນມາເທິງໜ້າ
ດິນ​ແລ້ວ ເທື່ອລະຄົນ.

ຜູ້ທໍາອິດທີ່ຂຶ້ນມາ ​ແມ່ນທ້າວ Florencio Avalos ອາຍຸ
31 ປີ ທີ່ໄດ້ຖືກນຳໂຕຂຶ້ນມາຫຼັງຈາກທ່ຽງຄືນວັນ​ອັງຄານ
ເລັກ​ນ້ອຍ ໃນກ່ອງກູ້ໄພໂລຫະ​ແຄບໆ​ພໍ​ຢືນໄດ້ ທີ່ເອີ້ນວ່າ
ຟີນິກສ໌. ທ້າວ Avalos ທີ່ໃສ່ແວ່ນຕາດຳເພື່ອປ້ອງກັນ ບໍ່ໃຫ້ຕາຂອງລາວຖືກແສງກ້າ ຫຼັງຈາກໄດ້ຢູ່ໃນຄວາມມືດ ເປັນເວລາ 10 ອາທິດນັ້ນ ໄດ້ສວມກອດລູກຊາຍ ແລະ​ພັນ​ລະ​ຍາ ກ່ອນທີ່ປະທານາທິບໍດີຊີເລ ທ່ານ Sebastian Pinera ​ເຂົ້າ​ໄປສະແດງຄວາມດີໃຈກັບລາວ.

ພວກຂຸດບໍ່ຄຳ ໄດ້ຖືກນຳໂຕຂຶ້ນມາເທິງໜ້າດິນ 9 ຄົນ​ແລ້ວ ຂະນະທີ່ພວກກູ້ໄພ ສືບຕໍ່ດຳ ເນີນງານມາຈົນຮອດຕອນເຊົ້າ ຂອງວັນພຸດມື້ນີ້.

ຮູທີ່ຂຸດລົງໄປຊ່ອຍ ພວກ​ຄົນ​ງານ​ບໍ່ທີ່ຕົກຄ້າງນັ້ນ ແມ່ນເລິກປະມານ 622 ແມັດ ແລະໃຊ້ ເວລາປະມານ 1 ຊົ່ວໂມງ ສຳລັບນຳເອົາພວກຄົນ​ງານ​ ແຕ່ລະຄົນຂຶ້ນມາສູ່ໜ້າດິນ. ເປັນທີ່ ຄາດກັນວ່າ ຂັ້ນຕອນໃນການກູ້ໄພທີ່ວ່ານີ້ ຈະໃຊ້ເວລາເຖິງ 2 ມື້.

ມີພວກກູ້ໄພຢ່າງນ້ອຍ 4 ຄົນ ຈະຖືກສົ່ງລົງໄປໃຕ້ພື້ນດິນ ໃນລະຫວ່າງຂັ້ນຕອນການປະຕິ ບັດງານ ເພື່ອໃຫ້ຄວາມຊ່ອຍເຫຼືອ ແກ່ພວກຄົນງານທີ່ຕົກຄ້າງ. ນອກນັ້ນແລ້ວພວກຄົນງານ ທີ່ຖືກນຳໂຕຂຶ້ນມາ ຈະໄດ້ຮັບການກວດສຸ​ຂະພາ​ບ ຈາກພວກນາຍແພດ ໃນທັນທີລຸນຫຼັງທີ່ ຂຶ້ນມາ ເທິງໜ້າດິນ​ແລ້ວ.

ລັດຖະມົນຕີສາທາລະນະສຸກຊີເລ ທ່ານ Jaime Manalich ກ່າວວ່າ ພວກຄົນງານທີ່ຖືກ ຊ່ອຍຂຶ້ນມາ ມີສຸຂະພາບເຂັ້ມແຂງດີ.

ມີພວກນັກຂ່າວຫຼາຍກວ່າ 1,000 ຄົນ ພາກັນໄປເອົາຂ່າວ ທີ່ເຂດທະເລຊາຍຂອງຊີເລນັ້ນ ແລະການກູ້ໄຟທີ່ວ່ານີ້ ໄດ້ມີການຖ່າຍທອດ ໂທລະພາບສົດ ໃຫ້ຊາວຊີເລໄດ້ເບິ່ງກັນ.

XS
SM
MD
LG