ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຊີ​ເລເຈາະປ່ອງກູ້ໄພ ຄົນງານຂຸດບໍ່ ສໍາເລັດ​ແລ້ວ


ເຈົ້າ​ໜ້າ​ທີ່​ຊີ​ເລໄດ້ເຈາະປ່ອງກູ້ໄພສໍາເລັດ​ແລ້ວ ສໍາລັບກູ້​ເອົາພວກຄົນງານຂຸດ ບໍ່ແຮ່ ຈໍານວນ 33 ຄົນທີ່ຍັງຕົກຄ້າງຢູ່ໃຕ້ພື້ນດິນ ເປັນເວລາໄດ້ຫລາຍກວ່າ ສອງເດືອນ ມາແລ້ວນັ້ນ.
ເຈົ້າ​ໜ້າ​ທີ່​ຊີ​ເລໄດ້ເຈາະປ່ອງກູ້ໄພສໍາເລັດ​ແລ້ວ ສໍາລັບກູ້​ເອົາພວກຄົນງານຂຸດ ບໍ່ແຮ່ ຈໍານວນ 33 ຄົນທີ່ຍັງຕົກຄ້າງຢູ່ໃຕ້ພື້ນດິນ ເປັນເວລາໄດ້ຫລາຍກວ່າ ສອງເດືອນ ມາແລ້ວນັ້ນ.

ເຈົ້າ​ໜ້າ​ທີ່​ຊີ​ເລ ໄດ້ເຈາະປ່ອງກູ້ໄພສໍາເລັດ​ແລ້ວ ສໍາລັບກູ້​ເອົາພວກຄົນງານຂຸດບໍ່ແຮ່ ຈໍານວນ 33 ຄົນທີ່ຍັງຕົກຄ້າງຢູ່ໃຕ້ພື້ນດິນເປັນເວລາໄດ້ຫລາຍກວ່າ ສອງເດືອນມາແລ້ວນັ້ນ.

ເຄຶ່ອງເຈາະຮູໄດ້ເຈາະຊອດລົງໄປຫາຫ້ອງບ່ອນ​ທີ່ພວກຄົນງານຫລົບ​ຢູ່ ທີ່ຢູ່ເລິກລົງ​ໄປ 622 ແມັດ ​ໃນ​ຕ້ອນ​ແລງ​ວັນເສົາວານນີ້ ຕາມ​ເວລາ​ໃນ​ທ້ອງ​ຖິ່ນ ຍັງຜົນໃຫ້ພວກຄອບຄົວຂອງພວກຄົນງານ ແລະ ພວກກູ້ໄພ ທີ່ຢູ່ເທິງດິນ ພາກັນຮ້ອງໂຮດີໃຈ ແລະຫລັ່ງນໍ້າຕາ.

ພວກເຈົ້າໜ້າທີ່ກ່າວວ່າ ການດໍາເນີນການກູ້ໄພອາດເລິ່ມຂຶ້ນ​ໄດ້ ໃນ ວັນອັງຄານທີ່ຈະເຖິງນີ້ເປັນຢ່າງໄວ ແຕ່ມັນອາດຈະໃຊ້ເວລາດົນກວ່າ ນັ້ນ. ບັດນີ້ ພວກນັກວິສະວະກອນຈະໃຊ້ກ້ອງຖ່າຍຮູບ ເພື່ອກວດເບິ່ງ ສະພາບ​ຂອງ​ປ່ອງ ວ່າມັນແຂງແຮງດີພໍທີ່ຈະດຶງເອົາຄົນງານຂື້ນມາ ເທື່ອລະຄົນ​ໄດ້ ໂດຍບໍ່ ມີບັນຫາ. ທ່ານ Laurence Golborne ລັດຖະມົນຕີກະຊວງບໍ່ແຮ່ຂອງຊີເລ ກ່າວວ່າ ກ່ອນອື່ນນັ້ນ ພວກນັກວິສະວະກອນຕ້ອງໄດ້ເສີມ​ປ່ອງ​ກູ້ໄພ ດ້ວຍທໍ່ເຫລັກໃຫຍ່ໆອີກຕໍ່ນຶ່ງ ​ເພື່ອ​ໃຫ້​ແຂງ​ແຮງ​ຂຶ້ນ ຊຶ່ງ​ເປັນ​ຂັ້ນ​ຕອນ​ທີ່ອາດເຮັດໃຫ້ການກູ້ໄພຊັກຊ້າ ​ໄປ​ອີກໄດ້.

XS
SM
MD
LG