ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

3 ຄົນເສຍຊີວິດ ແລະ ອີກ 7 ຄົນ ຫາຍສາບສູນ ຫຼັງຈາກຝົນຕົກໜັກ ໃນປະເທດຊີເລ


ຄູ່ຜົວເມຍ ຢືນເບິ່ງ ສາຍນ້ຳທີ່ໄຫລລົ້ນຝັ່ງ ແມ່ນ້ຳ Maipo ໃນເມືອງ San Alfonso ແລະນະຄອນຫຼວງ Santiago ຂອງປະເທດຊີເລ, ວັນທີ 26 ກຸມພາ 2017.
ຄູ່ຜົວເມຍ ຢືນເບິ່ງ ສາຍນ້ຳທີ່ໄຫລລົ້ນຝັ່ງ ແມ່ນ້ຳ Maipo ໃນເມືອງ San Alfonso ແລະນະຄອນຫຼວງ Santiago ຂອງປະເທດຊີເລ, ວັນທີ 26 ກຸມພາ 2017.

ມີລາຍງານວ່າ 3 ຄົນໄດ້ເສຍຊີວິດ ແລະ ຢ່າງນ້ອຍ ອີກ 7 ຄົນ ໄດ້ຫາຍສາບສູນໄປ ຫຼັງ
ຈາກ ຝົນຕົກລົງມາຢ່າງໜັກ ໃນປະເທດ Chile.

ຝົນທີ່ຕົກລົງມາ ໃນລະຫວ່າງລະດູແລ້ງ ຕາມປົກກະຕິຂອງປະເທດນີ້ ໄດ້ກໍ່ໃຫ້ເກີດ ແມ່ນ້ຳ
ຫຼາຍແຫ່ງລົ້ນຝັ່ງ ໃນພື້ນທີ່ ໃກ້ໆກັບນະຄອນຫຼວງ Santiago ໂດຍເຮັດໃຫ້ປະຊາຊົນ
ປະມານ 3,400 ຄົນ ຕົກຄ້າງຢູ່ໂດດດ່ຽວ ອີງຕາມການກ່າວຂອງທາງການຊີເລ ເມື່ອຕອນ
ແລງວັນອາທິດວານນີ້. ມີລາຍງານ ເຫດການຂອງດິນເຈື່ອນຫຼາຍແຫ່ງ ແລະ ການຂາດ
ບໍລິການນ້ຳປະປາ ນຳດ້ວຍ ໃນປະເທດຢູ່ທະວີບອາເມຣິກາໃຕ້ ແຫ່ງນີ້.

ການສະໜອງນ້ຳດື່ມ ໃຫ້ແກ່ປະຊາຊົນ ຫຼາຍກວ່ານຶ່ງລ້ານຄົວເຮືອນ ໃນນະຄອນຫລວງ
Santiago ໄດ້ຮັບຜົນກະທົບ ບໍລິສັດສະໜອງນ້ຳ ສຳລັບນະຄອນຫລວງ ໄດ້ກ່າວວ່າ ໃນ
ຂະນະທີ່ຝົນຕົກລົງມາຢູ່ນັ້ນ ໄດ້ເຮັດໃຫ້ການສ້ອມແປງຕ່າງໆຫຍຸ້ງຍາກ.

ຢູ່ໃນຂົງເຂດ O’Higgins ທາງກ້ຳໃຕ້ຂອງນະຄອນຫລວງ Santiago ເດັກຍິງ ອາຍຸ 12
ປີ ໄດ້ເສຍຊີວິດ ໃນເວລາເກີດດິນເຈື່ອນ ທີ່ໄດ້ພັດເອົາລົດທີ່ນາງນັ່ງຢູ່ທາງໃນນັ້ນ ໄປ.

ພວກພະນັກງານກູ້ໄພສຸກເສີນ ຕ້ອງໄດ້ຍົກຍ້າຍສິ່ງກີດຂວາງຕ່າງໆ ອອກຈາກເສັ້ນທາງ
ຫຼາຍສາຍ ທີ່ຢູ່ເທິງ ຕົວເມືອງຮ່ອມພູ San Jose de Maipo ກ່ອນທີ່ພົນລະເມືອງ ຈະ
ສາມາດຍົກຍ້າຍອອກຈາກພື້ນທີ່ໄດ້.

ມັນເປັນເຫດການນ້ຳຖ້ວມຄັ້ງໃຫຍ່ ເທື່ອທີສອງ ທີ່ກະທົບຕໍ່ພາກກາງຂອງປະເທດຊີເລ
ໃນຮອບປີທີ່ຜ່ານມາ.

Chile Floods
please wait
Embed

No media source currently available

0:00 0:01:07 0:00

ອ່ານຂ່ານີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG