ບັນດາຜູ້ລົງຄະແນນສຽງໃນປະເທດ ຊີເລ ໄດ້ໄປສະຖານທີ່ປ່ອນບັດໃນວັນອາທິດມື້ນີ້
ເພື່ອເລືອກເອົາປະທານາທິບໍດີ.
ນັກທຸລະກິດພັນລ້ານ ທ່ານ ເຊບາສຈຽນ ປີເນຣາ ແມ່ນຜູ້ທີ່ເບິ່ງຄືວ່າຈະໄດ້ຊະນະ, ແຕ່
ຄາດວ່າ ຈະບໍ່ໄດ້ຮັບ 50 ເປີເຊັນຂອງຄະແນນສຽງ, ເພື່ອຫຼີກລ່ຽງການແຂ່ງຂັນຂັ້ນຊີ້
ຂາດໃນເດືອນທັນວານີ້.
ທ່ານ ປີເນຣາ ຜູ້ທີ່ມີອາຍຸ 67 ປີ, ໄດ້ລົງໂຄສະນາຫາສຽງທີ່ສະເໜີຕັດການຕັດພາສີໃນ
ທຸລະກິດຕ່າງໆ ເພື່ອສົ່ງເສີມການເຕີບໂຕຂອງເສດຖະກິດ.
ນັກປະກອບກິດຈະການ ທີ່ໄດ້ຮັບການສຶກສາຫາຈາກມະຫາວິທະຍາໄລ ຮາວາດ ເຄີຍ
ເປັນປະທານາທິບໍດີຈາກປີ 2010-2014.
ຄູ່ແຂ່ງຂັນທີ່ສູສີທີ່ສຸດ ຂອງທ່ານແມ່ນ ສະມາຊິກສະພາສູງທີ່ມີແນວທາງກາງຊ້າຍ ທ່ານ
ອາເລຮານໂດຣ ກີເຢ, ເຊິ່ງທ່ານເຄີຍເປັນພິທິກອນອ່ານຂ່າວໂທລະພາບມາກ່ອນ.
ທ່ານໄດ້ໂຄສະນາຫາສຽງດ້ວຍຄຳສັນຍາວ່າ ຈະສືບຕໍ່ແຜນການ ເພື່ອຂະຫຍາຍພາສີ
ບໍລິສັດ ເພື່ອຄ່າໃຊ້ຈ່າຍສຳລັບການປັບປຸງການສຶກສາ ແລະ ແນວຄິດລິເລີ່ມອື່ນໆ
ຂອງປະທານາທິບໍດີ ທ່ານນາງ ມິແຊລ ບາເຊເລັດ.
ທ່ານນາງ ບາເຊເລັດ ກ່ອນໜ້ານີ້ ໄດ້ດຳລົງຕຳແໜ່ງປະທານາທິບໍດີຈາກປີ 2006-
2010, ເມື່ອທ່ານ ປີເນຣາ ໄດ້ສືບທອດຕຳແໜ່ງຂອງເພິ່ນ. ເຫດການດັ່ງກ່າວນັ້ນເບິ່ງຄື
ວ່າຈະເກີດຂຶ້ນຊໍ້າອີກໃນປີນີ້.
ຜູ້ລົງແຂ່ງຂັນເອົາຕໍາແໜ່ງປະທານາທິບໍດີຄົນອື່ນອີກ 6 ຄົນກໍມີລາຍຊື່ໃນການລົງຄະ
ແນນສຽງເຊັ່ນກັນ.
ຜູ້ລົງຄະແນນສຽງໃນວັນອາທິດມື້ນີ້ ກໍຈະເລືອກເອົາສະມາຊິກສະພາສຳລັບບ່ອນນັ່ງ
ໃນລັດຖະສະພາເຊັ່ນກັນ.
ຄວາມບໍ່ຫົວຊາດຂອງຜູ້ລົງຄະແນນສຽງ ອາດເປັນບັນຫາໃນການເລືອກຕັ້ງຄັ້ງນີ້. ນັບ
ຕັ້ງແຕ່ການບັງຄັບໃຫ້ລົງຄະແນນສຽງໄດ້ຖືກຍົກເລີກໃນປີ 2012 ທີ່ຜ່ານມາ, ຈຳນວນ
ຜູ້ລົງຄະແນນສຽງຢ່າງຫຼວງຫຼາຍ ແມ່ນໄດ້ປະຕິເສດທີ່ຈະໄປປ່ອນບັດຂອງເຂົາເຈົ້າ.