ທ່ານ ຈາແອ ໂບລໂຊນາໂຣ (Jair Bolsonaro) ປະທານາທິບໍດີບຣາຊິີລ ກ່າວໃນວັນພຸດວານນີ້ວ່າ ປະເທດຂອງທ່ານໄດ້ຮັບເອົາເຮືອບິນຊີເລ 4 ລຳ ທີ່ຊ່ວຍເຫຼືອໃນການຕໍ່ສູ້ກັບໄຟປ່າຢູ່ໃນປ່າດົງດິບເຂດຮ້ອນອາມາຊອນ ແລະໄດ້ຕຳໜິປະທານາທິບໍດີຝຣັ່ງ ທ່ານເອັມມານູແອລ ມາກຣົງຕື່ມອີກ.
ທ່ານ ໂບລໂຊນາໂຣ ກ່າວຫາຜູ້ນຳຂອງຝຣັ່ງຄົນນີ້ອີກຄັ້ງນຶ່ງວ່າ ໄດ້ເວົ້າວ່າ ທ່ານຂີ້ຕົວະກ່ຽວກັບຂໍ້ຂັດແຍ້ງໃນເລື້ອງວິທີການລະງັບໄຟອັນຮ້າຍແຮງ, ແລະເວົ້າວ່າ ທ່ານມາກຣົງເຊື່ອວ່າຕົນເອງ “ເປັນຄົນ ແລະມີແຕ່ໂຕເອງຄົນດຽວເທົ່ານັ້ນ ທີ່ມີຄວາມສົນໃຈໃນການປົກປ້ອງສິ່ງແວດລ້ອມ.”
ຄຳເວົ້າດັ່ງກ່າວຂອງທ່ານ ໂບລໂຊນາໂຣມີຂຶ້ນນຶ່ງມື້ ພາຍຫລັງທີ່ໄດ້ກ່າວວ່າ ປະເທດຂອງທ່ານຈະຍອມຮັບເອົາຊ່ວຍເຫລືອເປັນເງິນ 20 ລ້ານໂດລາ ຈາກກຸ່ມປະເທດ ຈີ 7 ເພື່ອຕໍ່ສູ້ກັບການແຜ່ລາມຂອງໄຟປ່າ ຖ້າຫາກທ່ານ ມາກຣົງ ຖອນຄຳເວົ້າຂອງຕົນ ທີ່ທ່ານ ໂບລໂຊນາໂຣຖືວ່າເປັນການເວົ້າໂຈມຕີຕົນນັ້ນຄືນເສຍກ່ອນ.
ທຳອິດທ່ານກ່າວໃນວັນອັງຄານຜ່ານມາວ່າ ທ່ານ ມາກຣົງໄດ້ກ່າວຫາທ່ານວ່າ ເປັນຄົນຂີ້ຕົວະ ແລະຮຽກຮ້ອງໃຫ້ທ່ານມາກຣົງຖອນຄຳເວົ້ານັ້ນຄືນ.
ທ່ານເວົ້າອີກວ່າ “ເຮັດແນວນັ້ນແລ້ວ ພວກເຮົາຈຶ່ງສາມາດສົນທະນາກັນໄດ້.”
ໃນວັນຈັນຜ່ານມາ ທ່ານ ໂບລໂຊນາໂຣໄດ້ປະຕິເສດບໍ່ຍອມຮັບເອົາເງິນຊ່ວຍເຫລືອດັ່ງກ່າວ ໂດຍປະກາດວ່າເງິນທຶນນັ້ນ ສາມາດນຳເອົາໄປໃຊ້ຢູ່ໃນຢູໂຣບ ຈະເປັນການດີກວ່າ.
ພາຍຫລັງທີ່ໄດ້ພົບກັບທ່ານ ເຊແບສຊຽນ ໄພເນີຣາ (Sebastian Pinera) ປະທານາທິບໍດີຂອງຊີເລ ຢູ່ໃນນະຄອນຫວງບຣາຊີເລຍ (Brasilia) ໃນວັນພຸດວານນີ້ແລ້ວ, ທ່ານ ໂບລໂຊນາໂຣກໍເວົ້າວ່າ ບັນດາປະເທດທີ່ຢູ່ໃນເຂດປ່າດົງດິບ ອາມາຊອນ, ຍົກເວັ້ນເວເນຊູເອລາ, ຈະປະຊຸມກັນຢູ່ໃນປະເທດໂຄລອມເບຍ ໃນວັນທີ 6 ກັນຍາ ຈະມາເຖິງນີ້ “ເພື່ອຈະຄິດຫາຍຸດທະສາດທີ່ເປັນນ້ຳນຶ່ງໃຈດຽວຂອງພວກເຮົາເອງໃນການປົກປ້ອງສິ່ງແວດລ້ອມ.”
ຢູ່ໃນຖະແຫລງການສະບັບນຶ່ງ ທີ່ອອກມາໃນວັນພຸດວານນີ້ ຈາກຜູ້ນຳຂອງສອງປະເທດໃນເຂດທະວີບອາເມຣິກາໃຕ້ຮັບຮູ້ວ່າຕ້ອງມີການແກ້ໄຂຄວາມຫຍຸ້ງຍາກທາງດ້ານສິ່ງແວດລ້ອມ ແຕ່ວ່າ ຈະເຮັດແນວນັ້ນໄດ້ກໍຕໍ່ເມື່ອຢູ່ໃນເງື່ອນໄຂທີ່ວ່າໃຫ້ການນັບຖື “ດ້ານອະທິປະໄຕຂອງປະເທດຕົນ” ເທົ່ານັ້ນ.
ໃນຂະນະທີ່ທ່ານ ໂບລໂຊນາໂຣ ຍິນດີຮັບເອົາຂໍ້ສະເໜີໃຫ້ “ການຊ່ວຍເຫລືອ ແບບສອງຝ່າຍ” ທ່ານກໍໄດ້ກ່າວຫາ ເຢຍຣະມັນ ແລະຝຣັ່ງວ່າ ພະຍາຍາມ ທີ່ຈະ “ຊື້” ອະທິປະໄຕໃນເຂດນ້ຳແດນດິນຂອງບຣາຊີລ.
ທ່ານ ມາກຣົງ ໄດ້ສົງໄສຄວາມຊື່ສັດຂອງທ່ານ ໂບລໂຊນາໂຣແລະຄວາມ ໝາຍໝັ້ນຂອງທ່ານໃນການຈະປົກປ້ອງສິ່ງແວດລ້ອມ. ທ່ານ ມາກຣົງ ໄດ້ຂົ່ມຂູ່ໃນອາທິດແລ້ວນີ້ວ່າ ຈະກີດກັ້ນຂໍ້ຕົກລົງການຄ້າເສລີລະຫວ່າງ ປະເທດລາຕິນ ແລະສະຫະພາບຢູໂຣບ ຖ້າຫາກທ່ານ ໂບລໂຊນາໂຣ ຜູ້ທີ່ມີຄວາມສົງໃສກ່ຽວກັບການປ່ຽນແປງຂອງດິນຟ້າອາກາດນັ້ນ, ເອົາບາດກ້າວຢ່າງຈິງຈັງເພື່ອຕໍ່ສູ້ກັບໄຟປ່າອາມາຊອນ. ການຮັບເອົາເງື່ອນໄຂການຊ່ວຍເຫຼືອຂອງທ່ານ ໂບລໂຊນາໂຣ ໄດ້ມີຂຶ້ນນຶ່ງວັນຫຼັງຈາກທ່ານໄດ້ປະຕິເສດເງິນດັ່ງກ່າວ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ