ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

Chile ງົດການຊອກຄົ້ນຫາ ພວກຄົນງານບໍ່ແຮ່


Chile ງົດການຊອກຄົ້ນຫາ ພວກຄົນງານບໍ່ແຮ່
Chile ງົດການຊອກຄົ້ນຫາ ພວກຄົນງານບໍ່ແຮ່

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ຕ້ອງໄດ້​ງົດ​ການຊອກ​ຄົ້ນ
ຫາ​ພວກ​ຄົນງານ​ບໍ່​ແຮ່ 34 ຄົນ​ທີ່​ຫາຍ​ສາບ​ສູນ​ລຸນ​ຫລັງ​
ປ່ອງທາງ​ລົງ​ສູ່ບໍ່​ ໄດ້ພັງ​ລົງໃນ​ວັນ​ເສົາ​ວານ​ນີ້​ ຊຶ່ງ​ເປັນ​ໄພ​ອັນຕະລາຍຕໍ່​ຄວາມ​ປອດ​ໄພ​ຂອງ​ພວກ​ພະນັກງານ ກູ້​ໄພ​ນັ້ນ.


ໄດ້​ມີ​ການ​ຂາດ​ການ​ຕິດ​ຕໍ່​ກັນ ມາ​ຕັ້ງ​ແຕ່​ວັນ​ພະຫັດ​ສັບປະ ດາ​ແລ້ວ​ນີ້ ກັບ​ພວກ​ຄົນງານ​ບໍ່​ແຮ່ 34 ຄົນ ທີ່​ຕົກຄ້າງ​ຢູ່​ໃນ​ບໍ່​ຄໍາ​ແລະ​ທອງ​ແດງ​ແຫ່ງ​ນຶ່ງທີ່ຍຸບລົງ ໃກ້ໆ​ກັບ​ເມືອງ Copiapo ​ຫ່າງ​ຈາກ​ນະຄອນຫລວງ Santiago ​ໄປ​ທາງ​ທິດ​ເໜືອ ປະມານ 700 ຫລັກ​ກິ​ໂລ​ແມັດ. ເຊື່ອ​ກັນ​ວ່າ​ພວກ​ຄົນງານ​ເຫລົ່າ​ນີ້ ​ຢູ່​ເລິກຈາກ​ໜ້າດິນ ​ລົງ​ໄປປະມານ 300 ແມັດ​.


ຍັງ​ບໍ່​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ແມ່ນ​ຫຍັງ​ພາ​ໃຫ້​ບໍ່​ແຮ່​ແຫ່ງ​ນີ້​ພັງ​ລົງ​. ​ແຕ່ບໍ່​ແຫ່ງ​ນີ້​ມີ​ປະວັດ​ການ
ເກີດ​ອຸບັດ​ເຫດ​ມາຫລາຍ​ຄັ້ງ ​ແລະ​ໄດ້​ຖືກ​ໃຫ້​ປິດລົງ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ ກ່ອນ​ມີ​
ການເປີດ​ຄືນ​ນັ້ນ.

ປະ​ເທດ Chile ​ເປັນ​ແຫ​ລ່ງສະໜອງ​ວັດຖຸ​ທອງ​ແດງ​ ລາຍ​ໃຫຍ່​ທີ່ສຸດ​ຂອງ​ໂລກ.

XS
SM
MD
LG