ພວກຄົນງານບໍ່ແຮ່ 33 ຄົນໃນ Chile ທີ່ຕົກຄ້າງຢູ່ໃນໃຕ້ດິນມາໄດ້ 2 ອາທິດປາຍແລ້ວ ໄດ້ແຈ່ງໃຫ້ທາງການຊາບວ່າ ເຂົາເຈົ້າຍັງມີຊີວິດຢູ່ ແຕ່ພວກຊ່ອຍກູ້ໄພກ່າວວ່າ ອາດຈະໃຊ້ເວລາຮອດ 4 ເດືອນ ກ່ອນຈະລົງໄປຊ່ວຍເຂົາເຈົ້າໄດ້.
ປະທານາທິບໍດີ Chile ທ່ານ Sebastian Pinera ກ່າວໃນ ວັນອາທິດວານນີ້ວ່າ ພວກກູ້ໄພໄດ້ເຈາະຮູລົງໄປຫາບໍ່ແຮ່ ເລິກລົງໄປເກືອບ 700 ແມັດຈາກໜ້າດິນ ແລະເວລາເຂົາເຈົ້າດຶງເອົາເຄື່ອງເຈາະຫລືເຫລັກສະວ່ານ ກັບຄືນຂຶ້ນມາ ກໍພົບວ່າມີໜັງສືນ້ອຍໆຕິດມານໍາ ທີ່ມີຂໍ້ຄວາມວ່າພວກຄົນ ງານຍັງມີຊີວິດຢູ່ ແລະທ່ານໄດ້ສະແດງໜັງສືນ້ອຍທີ່ໄດ້ຮັບນັ້ນ ອອກທາງໂທລະພາບ. ພວກຍາດຕິພີ່ນ້ອງຂອງພວກຄົນງານບໍ່ແຮ່ ພາກັນກອດຈູບກັນດ້ວຍຄວາມດີອົກດີໃຈ ຫລັງ ຈາກໄດ້ຍິນຂ່າວດີທີ່ວ່ານີ້.
ສະບຽງອາຫານສໍາລັບພວກຄົນງານທີ່ຕົກຄ້າງຢູ່ໃນບໍ່ ແມ່ນມີຈໍາກັດ. ດັ່ງນັ້ນ ພວກຊ່ອຍກູ້ໄພ ຈຶ່ງວາງແຜນທີ່ຈະສົ່ງສະບຽງອາຫານ ອຸບປະກອນສື່ສານແລະເຄື່ອງອື່ນໆ ໄປໃຫ້ພວກຄົນ ງານ ຈົນຮອດເວລາທີ່ພວກເຂົາເຈົ້າຈະໄດ້ຮັບການຊ່ອຍອອກມາຈາກບໍ່.
ພວກຄົນງານເຫລົ່ານີ້ໄດ້ຖືກຕົກຄ້າງຢູ່ໃນບໍ່ ຫລັງຈາກເຄື່ອງຄໍ້າທາງເຂົ້າບໍ່ ພັງລົງຕັນທາງເຂົ້າ ເມື່ອວັນທີ 5 ສິງຫາເດືອນນີ້ ທີ່ບໍ່ຄໍາແລະທອງແດງ ຢູ່ໃກ້ໆກັບເມືອງ Copiapo ຫ່າງຈາກນະຄອນຫລວງ Santiago ໄປທາງທິດເໝືອ ປະມານ 700 ຫລັກກິໂລແມັດ.