ທາງການ Chile ໄດ້ປ່ອຍໂຕຊາຍປາກີສຖານຄົນນຶ່ງທ່ີຖືກກ່າວຫາວ່າມີວັດຖຸລະເບີດຢູ່ໃນຄວາມຄອບຄອງ ຫລັງຈາກພົບເຫັນ
ເສັ້ນຮອຍວັດຖຸລະເບີດນຳໂຕລາວໃນຂະນະທ່ີໄປຢ້ຽມຢາມສະຖານທູດສະຫະລັດທ່ີ Chile ນັ້ນ. ບັນດາເຈົ້າໜ້າທ່ີ Chile ກ່າວວ່າ
ນາຍ Saif Ur Rehman Khan ຈະຕ້ອງຢູ່ໃນ ຈີເລ ຕໍ່ໄປແລະໃຫ້ໄປລາຍງານໂຕຕໍ່ເຈົ້າໜ້າທ່ີໃນທຸກໆອາທິດໃນຂະນະທ່ີທາງເຈົ້າໜ້າທ່ີ
ກຳລັງດຳເນີນການສືບສວນສອບສວນຜູ້ກ່ຽວຢູ່ນັ້ນ.
ບັນດາເຈົ້າໜ້າທ່ີປະຕິບັດກົດໝາຍຈີນເລ ໄດ້ຈັບໂຕນາຍ Khan ໃນວັນຈັນສັບປະດາຜ່ານມາ ຫລັງຈາກພວກເຈົ້າໜ້າທ່ີສືບສວນສອບສວນ
ພົບເຫັນເສັ້ນຮອຍວັດຖຸລະເບີດ ຮວມທັງສານເຄມີ tetryl ຢູໃນໂທລະສັບມືຖືແລະໃນເອກກະສານຂອງຜູ້ກ່ຽວໃນຂະນະທ່ີຢູ່ສະຖານ
ທູດສະຫະລັດນັ້ນ. Tetryl ເປັນສານເຄມີອັນນຶ່ງທ່ີໃຊ້ສຳລັບຊ່ອຍໃຫ້ວັດຖຸລະເບີດແຕກຂຶ້ນນັ້ນ.
ອົງການຂ່າວຝຣັ່ງ ກ່າວວ່າ ບັນດາເຈົ້າໜ້າທ່ີໄດ້ພົບເຫັນສານເຄມີທ່ີວ່ານີ້ ເວລານາຍ Khan ຍ່າງຜ່ານຈຸດກວດກາຄວາມປອດໄພຂອງສະ
ຖານທູດສະຫະລັດນັ້ນ.
ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ນາຍ Khan ໄດ້ໂທລະສັບຫາສະຖານທູດ ເພື່ອຢາກຮູ້ຈບອກລາວໄດ້ຫລືບໍ ວ່າວິຊາທ່ີສະຫະລັດ
ອອກໃຫ້ລາວນັ້ນຖືກຖອນສິດຫລືບໍ?