ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຄິດເຫັນຂອງຜູ້ປົກຄອງຢູ່ໃນ ສະຫະລັດ ແລະ ໃນລາວ ຕໍ່ການສັກຢາວັກຊີນສໍາລັບເດັກທີ່ມີອາຍຸຕໍ່າກວ່າ 12 ປີລົງມາ


ແຟ້ມຮູບ-ລີອາ ມອລລີ ອາຍຸ 6 ປີ, ປລະອ້າຍຂອງລາວ ໂອເວັນ ມອລລີ ອາຍຸ 9 ປີ, ຖ່າຍຮູບກັບໃບປະກາດຈາກ ຫຼັງການສັກຢາວັກຊີນປ້ແງກັນກັນໂຄວິດ-19 ຟາຍເຂີ ສໍາລັບເດັກອາຍຸ 5-11 ປີ ໃນຂະນະທີ່ ນາງພະຍາບານ ຈີນ ບາຍເລ (ຂວາມື) ຂອງໂຮງໝໍເດັກເລີຣີ ນັ່ງແຍງເບິ່ງພວກເຂົາເຈົ້າ. ວັນທີ 5 ພະຈິກ 2021, ໃນນະຄອນຊິຄາໂກ.
ແຟ້ມຮູບ-ລີອາ ມອລລີ ອາຍຸ 6 ປີ, ປລະອ້າຍຂອງລາວ ໂອເວັນ ມອລລີ ອາຍຸ 9 ປີ, ຖ່າຍຮູບກັບໃບປະກາດຈາກ ຫຼັງການສັກຢາວັກຊີນປ້ແງກັນກັນໂຄວິດ-19 ຟາຍເຂີ ສໍາລັບເດັກອາຍຸ 5-11 ປີ ໃນຂະນະທີ່ ນາງພະຍາບານ ຈີນ ບາຍເລ (ຂວາມື) ຂອງໂຮງໝໍເດັກເລີຣີ ນັ່ງແຍງເບິ່ງພວກເຂົາເຈົ້າ. ວັນທີ 5 ພະຈິກ 2021, ໃນນະຄອນຊິຄາໂກ.

ອັນເນື່ອງມາຈາກສະພາບການເພີ້ມຂຶ້ນຢ່າງໄວວາ ແລະບໍ່ຢຸດຢັ້ງຂອງກໍລະນີຜູ້ຕິດເຊື້ອ ແລະຜູ້ປ່ວຍໂຄວິດ-19 ຢູ່ໃນສະຫະລັດ ແລະໃນທົ່ວໂລກ, ບັນດາຜູ້ປົກຄອງຫຼາຍຄອບຄົວ ໄດ້ພາບຸດຫຼານຂອງຕົນເອງ ໄປຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໂດຍສະເພາະບັນດາເດັກນ້ອຍທີ່ມີອາຍຸຕໍ່ກວ່າ 12 ປີລົງມາ ເຊິ່ງທາງການໄດ້ມີການອະນຸມັດຢາວັກຊີນສໍາລັບບັນດາເດັກເຫຼົ່ານັ້ນອອກມາພາຍໃນທ້າຍປີ 2021. ຢ່າງໃດກໍຕາມ, ຍັງມີຜູ້ປົກຄອງຫຼາຍໆຄົນທີ່ຍັງມີຄວາມກັງວົນ ແລະຍັງຕ້ອງການສັງເກດເບິ່ງ ສະພາບການໄປກ່ອນ ຖ້າເຫັນ ວ່າ ເດັກນ້ອຍຫຼາຍໆຄົນບໍ່ມີຜົນຂ້າງຄຽງຫຍັງ ຈຶ່ງຈະນໍາເອົາບຸດຫຼານຂອງຕົນເອງໄປສັກຢາວັກຊີນດັ່ງກ່າວ. ດັ່ງທີ່ປະຊາຊົນທ່ານນຶ່ງ ທີ່ອາໄສຢູ່ໃນສະຫະລັດ ກ່າວໃຫ້ທາງ VOA ຟັງ ເຖິງເຫດຜົນທີ່ນາງ ຍັງບໍ່ທັນຕ້ອງການພາລູກໆຂອງຕົນເອງໄປສັກຢາດັ່ງນີ້:

“ເດັກນ້ອຍຍັງນ້ອຍ ຟັງສາກ່ອນ ໃຫ້ຫຼາຍໆຄົນໄປສັກສາກ່ອນ ຟັງເບິ່ງ ຢ້ານມີຜົນຂ້າງຄຽງນີ້ລະ.”

ຢ່າງໃດກໍຕາມ, ສໍາລັບປະຊາຊົນລາວທ່ານນຶ່ງ ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ຊໍ້າພັດມີຄວາມຄິດເຫັນທີ່ແຕກຕ່າງ ເຊິ່ງນາງໄດ້ກ່າວວ່າ ຖ້າເພິ່ນມີຢາວັກຊີນສໍາລັບເດັກອາຍຸຕໍ່າກວ່າ 12 ປີລົງມາ ນາງຊິພາເອົາລູກໆຂອງນາງໄປສັກໃນທັນທີ, ໂດຍນາງໄດ້ກ່າວໃຫ້ທາງ VOA ຟັງວ່າ:

“ຄິດວ່າສັກໃດ ເພາະວ່າ ຄິດວ່າມັນດີກວ່າບໍ່ມີຫຍັງ ເພາະວ່າເຮົາມັນຢູ່ໃນຍຸກໃໝ່ເນາະ ມັນມີພະຍາດແນວນີ້ເກີດຂຶ້ນ ມັນກໍຕ້ອງຫາວິທີອັນນັ້ນປ້ອງກັນຫັ້ນນະ ຈຶ່ງຢູ່ກັບມັນໄດ້ຫັ້ນນະ, ຄືເຮົາສັກເຂັມທໍາອິດເນາະ ເຮົາກໍຍັງຢ້ານ ບາດແລ້ວມັນກໍທໍາມະດາ, ເຂົ້າໃຈເນາະວ່າມັນມີວຄວາມສ່ຽງ ຄິດແຕ່ວ່າເຮົາບໍ່ແມ່ນຈະຮ້າຍແຮງຫຼາຍເນາະ ແບບວ່າໂຊກບໍ່ດີຫັ້ນໜາ ສັກມາແລ້ວຊິເປັນຫຍັງໄປ, ການສັກມັນກໍມີປະໂຫຍດຫຼາຍກວ່າ.”

ອີງຕາມຂໍ້ມູນຈາກມະຫາວິທະຍາໄລ ຈອນສ໌ ຮອປກິນສ໌ ໃນປັດຈຸບັນ, ທົ່ວໂລກ ມີຜູ້ຕິດເຊື້ອລວມທັງໝົດແລ້ວ 325,725,055 ຄົນ ແລະມີຜູ້ເສຍຊີວິດແລ້ວຈໍານວນ 5,534,775 ຄົນ, ລວມຢາວັກຊີນທີ່ໄດ້ດໍາເນີນການໄປແລ້ວແມ່ນ 9,603,435,894 ໂດສ. ໃນນັ້ນ ສະຫະລັດແມ່ນມີຈໍານວນສູງກວ່າບັນດາປະເທດຕ່າງໆໃນທົ່ວໂລກ, ຮອງລົງມາແມ່ນປະເທດຝຣັ່ງ, ອັງກິດ, ອິຕາລີ ຕາມລໍາດັບ.

XS
SM
MD
LG