ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຫດ​ລະ​ເບີດ​ 2 ຄັ້ງ ໃນ​ຊີເຣຍ ໃກ້ກັບໂຮງຮຽນ ສັງຫານ 32 ຄົນ


ແຜນທີ່ ເມືອງ Homs ໃນປະເທດຊີເຣຍ
ແຜນທີ່ ເມືອງ Homs ໃນປະເທດຊີເຣຍ

ເຫດ​ລະ​ເບີດ ​ໄດ້​ແຕກ​ຂຶ້ນ 2 ຄັ້ງ ໃນ​ເມືອງ Homs ຢູ່​ພາກ​ກາງ
ຂອງ ຊີ​ເຣຍ​ເມື່ອ​ວັນ​ພຸດ​ວານ​ນີ້ ໂດຍໄດ້​ສັງຫານຢ່າງ​ນ້ອຍ 32
ຄົນ​ ​ຊຶ່ງສ່ວນ​ໃຫຍ່ແລ້ວແມ່ນ​ເດັກນ້ອຍ ​ແລະ ອີກຫຼາຍໆ​ຄົນ​ໄດ້​
ຮັບ​ບາດ​ເຈັບ.

ລົດລະ​ເບີດ​ໄດ້​ແຕກ​ຂຶ້ນ ຢູ່​ໃກ້​ກັບໂຮງ​ຮຽນ​ປະຖົມແຫ່ງ​ໜຶ່ງ​ ໃນຄຸ້ມ
ທີ່ປະ​ຊາຊົນ​ສ່ວນ​ໃຫຍ່ ​ນັບຖືສາສະໜາອິສລາມ ນິກາຍ Alawite ທີ່​ແຍກ​ອອກ​ມາ​ຈາກ
ນິກາຍ Shi’ite ຊຶ່ງເປັນ​ນິກາຍ ​ທີ່ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ​ນັບຖືນັ້ນ.

ສື່​ມວນຊົນຂອງທາງ​ການ​ຊີ​ເຣຍ ​ໄດ້ກ່າວ​ວ່າ ​ເດັກນ້ອຍ​ຈຳນວນ 10 ຄົນ​ເສຍ​ຊີວິດ​ໃນ​ເຫດ​ລະ​ເບີດ​ດັ່ງກ່າວ. ກຸ່ມສິ້ງຊອມສິດທິມະນຸດໃນຊີ ເຣຍ ລາຍ​ງານ​ວ່າ ມີ​ຈຳນວນ​ຜູ້ເສຍ​ຊີວິດຫຼາຍກວ່າ​ນີ້​ອີກ ຄືມີເດັກນ້ອຍ ນັກຮຽນບໍ່ຕ່ຳກວ່າ 40 ຄົນ​ຖືກ​ຂ້າ​ຕາຍ. ຍັງ​ບໍ່ເປັນທີ່​ຈະ​ແຈ້ງ​ເທື່ອ ວ່າ ກຸ່ມ​ໃດ ​ເປັນຜູ້ທຳ​ການ​ໂຈມ​ຕີ​ໃນ​ຄັ້ງ​ນີ້.

​ເມືອງ Homs ຊຶ່ງຄັ້ງນຶ່ງຜ່ານມາເຄີຍຖືກັນວ່າ ​ເປັນ “ນະຄອນຫລວງ ຂອງ​ການ​ປະຕິວັດ” ຕໍ່ຕ້ານທ່ານ Assad ​ນັ້ນ ເວລານີ້ສ່ວນໃຫຍ່ແມ່ນ ໄດ້ກັບ​ຄືນ​ ໄປ​ຢູ່​ພາຍໃຕ້​ການ​ຄວບ​ຄຸມ​ ຂອງອຳນາດການປົກຄອງທ່ານ Assad ແລ້ວ ຫຼັງຈາກ​ທີ່ໄດ້ມີການຖິ້ມລະ​ເບີດ​ໃສ່ ​ແລະ​ການປິດລ້ອມ ເປັນເວລາ 2 ປີຜ່ານມາ.

ເບິ່ງ​ສະ​ໄລ​ດ໌ ກ່ຽວ​ກັບ​ຊີ​ເຣຍ:

Twin car bomb explosions in the central Syrian city of Homs on Wednesday killed at least 32 people, mostly children, and wounded scores of others.

The blasts detonated near a primary school in a neighborhood that is majority Alawite, the offshoot of Shi'ite Islam to which President Bashar al-Assad belongs.

Syrian state media said 10 children died in the bombings. The Syrian Obseratory for Human Rights reports a much higher toll, with at least 40 young students killed. It remains unclear who carried out the attack.

Once considered "the capital of the revolution" against Mr. Assad, Homs has largely returned to regime control after two years of bombardment and siege.

XS
SM
MD
LG