ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກເດັກນ້ອຍ ໂຣຮິງຢາ ຢູ່ສູນອົບພະຍົບ ໃນ ບັງກລາແດັສ ແຕ້ມຮູບຄວາມໂຫດຮ້າຍ

ເມື່ອວັນທີ 2 ຕຸລາ 2017, ຮູບແຕ້ມໂດຍ ເດັກນ້ອຍຊາວໂຣຮິງຢາ ຄົນນຶ່ງ ເປີດເຜີຍ ປະສົບການທີ່ໜ້າຕາຢ້ານ ຊຶ່ງລາວ ໄດ້ປະສົບມາ ໃນຂະນະທີ່ຫລົບໜີ ອອກມາຈາກ ມຽນມາ ໄປຍັງບັງກລາແດັສ, ຢູ່ທີ່ສະຖານທີ່ໆ ເປັນມິດສຳລັບພວກເດັກນ້ອຍ ຢູ່ສູນອົບພະຍົບຊົ່ວຄາວ Balukhali ໃນເມືອງ Cox’s Bazar ຂອງບັງກລາແດັສ.

ມີການຈູດຢ້າວເຜົາເຮືອນ. ພວກເຮລິຄອບເຕີທີ່ບິນຢູ່ເບື້ອງເທິງ ກໍຍິງປືນກາດລົງມາໃສ່.
ພວກພົນລະເຮືອນກໍພາກັນຫລົບໜີລູກປືນ ແລະ ຈາກກຸ່ມພວກຄົນທີ່ໃຊ້ງ້າວໄລ່ຟັນ
ເຂົາເຈົ້າ.

ພວກອົບພະຍົບຊາວໂຣຮິງຢາ ຢູ່ໃນບັງກລາແດັສ ໄດ້ກ່າວຫາກຳລັງຮັກສາຄວາມ
ປອດໄພ ຂອງມຽນມາ ລະເມີດສິດທິຫຼາຍປະການ ຫລັງຈາກການໂຈມຕີ ເມື່ອວັນທີ 25
ສິງຫາຜ່ານມາ ໂດຍກຸ່ມກອງທັບກູ້ໄພອາຣາຄານຂອງຊາວໂຣຮິງຢາ ຫຼື ARSA ຕໍ່ປ້ອມ
ຕຳຫຼວດ ແລະ ຄ້າຍທະຫານໃນລັດຣາໄຄ ທາງພາກເໜືອຂອງມຽນມາ.

ແຕ່ພາບຂອງຄວາມໂຫດຮ້າຍ ທີ່ໄດ້ບັນລະຍາຍມານັ້ນ ແມ່ນບໍ່ໄດ້ແຈ້ງໃຫ້ພວກນັກຂ່າວ
ຫຼື ກຸ່ມປົກປ້ອງສິດທິມະນຸດ ທີ່ສັງເກດການ ເພື່ອລວບລວມເອົາຄຳໃຫ້ການ. ແຕ່ມັນແມ່ນ
ພາບທີ່ພວກເດັກນ້ອຍແຕ້ມອອກມາ.

ເມື່ອວັນທີ 2 ຕຸລາ 2017, ຮູບແຕ້ມໂດຍ ເດັກນ້ອຍຊາວໂຣຮິງຢາ ຄົນນຶ່ງ ເປີດເຜີຍ ປະສົບການທີ່ໜ້າຕາຢ້ານ ຊຶ່ງລາວ ໄດ້ປະສົບມາ ໃນຂະນະທີ່ຫລົບໜີອອກມາຈາກ ມຽນມາ ໄປຍັງບັງກລາແດັສ, ຢູ່ທີ່ສະຖານທີ່ໆ ເປັນມິດສຳລັບພວກເດັກນ້ອຍ ຢູ່ສູນອົບພະຍົບຊົ່ວຄາວ Balukhali ໃນເມືອງ Cox’s Bazar ຂອງບັງກລາແດັສ.

“ໃນເວລາທີ່ພວກເຮົາເຮັດວຽກ ກັບພວກເດັກນ້ອຍ ເພື່ອພະຍາຍາມຊ່ອຍພວກ
ເຂົາເຈົ້າ ໃຫ້ຜ່ານຜ່າຄວາມເຈັບຊ້ຳນັ້ນ ນຶ່ງໃນວິທີທາງ ທີ່ພວກເຮົາເຮັດ ກໍຈະໃຫ້
ພວກເຂົາເຈົ້າແຕ້ມຮູບ ແລະ ຂ້າພະເຈົ້າໄດ້ເຫັນ ຢູ່ໃນຫຼາຍໆແຫ່ງ ຮູບທີ່ມີແຕ່
ຄວາມສຸກ ຂອງພວກເດັກນ້ອຍ ນອກຈາກຢູ່ໃນແຫ່ງຕ່າງໆ ບ່ອນທີ່ພວກເດັກນ້ອຍ
ໄດ້ຮັບຜົນກະທົບຢ່າງຮຸນແຮງ. ແຕ່ຢ່າງໃດກໍຕາມ ພວກເຂົາ ໄດ້ແຕ້ມຮູບທີ່ມີຄວາມ
ສຸກຂອງບ້ານເຂົາເຈົ້າ ຫຼື ສິ່ງທີ່ພວກເຂົາເຈົ້າໄດ້ເຫັນອ້ອມໂຕພວກເຂົາເຈົ້າ”
ທ່ານ
Anthony Lake ຜູ້ອຳນວຍການໃຫຍ່ ຂອງອົງການ UNICEF ໄດ້ກ່າວບອກຕໍ່ບັນດາ
ນັກຂ່າວ ຢູ່ໃນ ເມືອງ Cox’s Bazar ຂອງບັງກລາແດັສ ເມື່ອວັນອັງຄານວານນີ້.

ແຕ່ຮູບແຕ້ມເຫຼົ່ານີ້ ແມ່ນແຕກຕ່າງຫຼາຍ.

ທ່ານໄດ້ກ່າວອີກວ່າ “ຮູບແຕ້ມທັງຫຼາຍ ທີ່ພວກເຮົາໄດ້ເຫັນ ຢູ່ນະທີ່ນີ້ ແມ່ນເປັນຕາ
ຢ້ານ. ພວກມັນສະທ້ອນເຖິງສິ່ງຕ່າງໆທີ່ພວກເດັກນ້ອຍໄດ້ເຫັນ ເຊິ່ງເດັກນ້ອຍ
ບໍ່ຄວນຈະເຫັນເລີຍ ຍິ່ງໄປກວ່ານັ້ນ ແມ່ນໄດ້ປະສົບກັບມັນເອງ.”

ເມື່ອວັນທີ 2 ຕຸລາ 2017, ຮູບແຕ້ມໂດຍ ເດັກຊາຍຊາວໂຣຮິງຢາ ທ້າວ Abdullah, ເປີດເຜີຍປະສົບການທີ່ໜ້າຕາຢ້ານ ທີ່ລາວໄດ້ປະສົບມາ ໃນຂະນະທີ່ຫລົບໜີ ອອກມາຈາກມຽນມາ ໄປຍັງ ບັງກລາແດັສ, ຢູ່ທີ່ສະຖານທີ່ໆ ເປັນມິດສຳລັບພວກເດັກນ້ອຍ ຢູ່ສູນອົບພະຍົບຊົ່ວຄາວ Balukhali ໃນເມືອງ Cox’s Bazar ຂອງບັງກລາແດັສ.

ຮູບແຕ້ມທັງຫຼາຍ ທີ່ນຳມາສະແດງໃຫ້ເຫັນ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ແລະ
ຜູ້ຄົນອື່ນໆ ນຳມາໃຫ້ ວີໂອເອ ເບິ່ງ ເຊິ່ງໄດ້ສະແດງໃຫ້ເຫັນ ສະພາບການ ຂອງການຄາດ
ຕະກຳ ທີ່ບໍ່ຄາດຝັນຈະເປັນໄປໄດ້.

ໃນຮູບນຶ່ງ ພວກຜູ້ຊາຍ ທີ່ປາກົດວ່າ ເປັນທະຫານ ຍິງໃສ່ພວກພົນລະເຮືອນ ໃນຂະນະ
ທີ່ພວກຄົນອື່ນ ຊຶ່ງສັນນິຖານວ່າ ເປັນກຸ່ມຄົນໄດ້ໃຊ້ງ້າວຍາວ ຟັນພວກຜູ້ເຄາະຮ້າຍ
ທີ່ບໍ່ມີທາງສູ້.

ຮູບອີກອັນນຶ່ງ ສະແດງໃຫ້ເຫັນ ຊາກສົບຂອງພວກຄົນທີ່ໄດ້ຈົມນ້ຳຕາຍຢູ່ໃນແມ່ນ້ຳ Naf
ທີ່ແບ່ງມຽນມາ ອອກຈາກ ບັງກລາແດັສ.

ຫລາຍສິບຄົນ ໄດ້ເສຍຊີວິດ ຫຼັງຈາກເຮືອຫຼາຍລຳ ທີ່ພະຍາຍາມຂ້າມແມ່ນ້ຳດັ່ງກ່າວ
ໄດ້ຫລົ້ມ.

ຮູບຈຳນວນນຶ່ງ ສະແດງໃຫ້ເຫັນພວກເຮລິຄອບເຕີ ແລະ ລົດທະຫານເຂົ້າໄປໃນບ້ານ
ຕ່າງໆ ແລະ ຫຼາຍໆແຫ່ງໄດ້ຖືກຈູດເຜົາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG