ຈຸດປະສົງຂອງກົດບັດດັ່ງກ່າວ ກໍແມ່ນເພື່ອຈະສ້າງໃຫ້ມີຄວາມຕື່ນໂຕແລະຮູ້ຈັກກ່ຽວກັບ
ຄວາມຈໍາເປັນ ທີ່ຈະຕ້ອງຍົກເອົາພວກເດັກນ້ອຍທັງຫລາຍ ໃຫ້ເປັນເປົ້າໝາຍຫລັກຂອງ
ການລົດຜ່ອນຄວາມສ່ຽງຕໍ່ໄພພິບັດ ທັງນີ້ກໍຍ້ອນວ່າ ພວກເດັກນ້ອຍແມ່ນຮວມຢູ່ໃນກຸ່ມ
ພວກທີ່ໄດ້ຮັບຄວາມເດືອດຮ້ອນຫລາຍທີ່ສຸດ ຈາກເຫດຫາຍະນະທັງຫລາຍທີ່ເກີດຂຶ້ນ.
ສະຖິຕິຕ່າງໆກ່ຽວກັບເລື້ອງນີ້ແມ່ນເປັນທີ່ໜ້າວິຕົກຫລາຍ. ອົງການສະຫະປະຊາຊາດ
ລາຍງານວ່າ ປະມານເຄິ່ງນຶ່ງຂອງຈໍານວນຄົນທັງໝົດທີ່ໄດ້ຮັບຜົນກະທົບ ຫລືເສຍຊີວິດ
ຍ້ອນໄພພິບັດນັ້ນ ແມ່ນພວກເດັກນ້ອຍ ແລະປະເມີນວ່າ ພວກເດັກນ້ອຍຈໍານວນຫລາຍ
ເຖິງ 175 ລ້ານຄົນ ມີໂອກາດທີ່ຈະໄດ້ຮັບຜົນຖືກກະທົບຈາກໄພພິບັດ ທີ່ມີສາເຫດມາຈາກ
ດິນຟ້າອາກາດ ໃນແຕ່ລະປີ ຊຶ່ງຕົວເລກດັ່ງກ່າວນີ້ກໍຄົງຈະຖີບສູງຂື້ນ ພ້ອມໆກັບທີ່ໄພພິບັດ
ທໍາມະຊາດ ມີເພີ່ມຂື້ນ ແລະຮຸນແຮງຂຶ້ນເລື້ອຍໆ.
ທ່ານນາງ Agnes Chang ທູດສັນວະທະໄມຕີ ສໍາລັບກອງທຶນເດັກຂອງອົງການສະຫະ
ປະຊາຊາດ ກໍາລັງຢູ່ທີ່ນະຄອນຫລວງໂຕກຽວ ເວລາເກີດແຜ່ນດິນໄຫວ ແລະຄື້ນຟອງຍັກ
ສຸນາມິປະທະຝັ່ງທະເລທາງພາກຕາເວັນອອກສຽງເໜືອ ຂອງຍີ່ປຸ່ນ ເມື່ອວັນທີ່ 11 ເດືອນ ມີນາທີ່ຜ່ານມານີ້.
ທ່ານນາງກ່າວວ່າ ໃນເຂດສາມຕົວເມືອງທີ່ຖືກກະທົບຮ້າຍແຮງທີ່ສຸດ ຄື ເຂດເມືອງ Fuku-
shima, Miyagi ແລະ Iwate ນັ້ນ ມີເດັກນ້ອຍເສຍຊີວິດ 378 ຄົນ ແລະອີກ 191 ຄົນ
ຫາຍສາບສູນ. ທ່ານນາງກ່າວຕື່ມວ່າ ພວກເດັກນ້ອຍສ່ວນຫລາຍລອດຊີວິດມາໄດ້ ເພາະວ່າ
ເວລາທີ່ຄື້ນຟອງສຸນາມິປະທະນັ້ນ ພວກເຂົາເຈົ້າກໍາລັງຢູ່ໃນໂຮງຮຽນ. ທ່ານນາງ Chang ກ່າວວ່າ:
“ແຕ່ວ່າດ້ວຍເຫດໃດພວກເດັກນ້ອຍເຫລົ່ານີ້ ຈຶ່ງຖືກຊ່ວຍຊີວິດໄວ້ໄດ້? ພວກເຂົາ
ເຈົ້າລອດຊີວິດໄດ້ຢ່າງໃດ? ຂ້າພະເຈົ້າຄິດວ່າ ຍ້ອນເຫດຜົນສອງປະການ. ປະ
ການທີ່ນຶ່ງ ແມ່ນຍ້ອນໂຄງສ້າງທີ່ແຂງແຮງປອດໄພຂອງໂຮງຮຽນ ແລະປະການ
ທີສອງ ກໍແມ່ນຍ້ອນຄວາມຕຽມພ້ອມຂອງໂຮງຮຽນ ກໍຄືພວກໂຮງຮຽນນັ້ນ ໄດ້ກະ
ຕຽມຮັບມືໄວ້ເປັນຢ່າງດີ. ໄດ້ມີການແຈກຢາຍປື້ມຄູ່ມືໃຫ້ພວກນາຍຄູ ກ່ຽວກັບພື້ນ
ຖານໃນການກະກຽມ ແລະການເຝິກຊ້ອມຮັບມືກັບໄພພິບັດ ແມ່ນຕ້ອງໄດ້ເຮັດ.
ການຊ້ອມອັນສົມເຫດຜົນເພື່ອຮັບມືກັບໄພພິບັດນັ້ນ ແມ່ນກະທໍາເປັນປະຈໍາຢູ່ຕາມ
ໂຮງຮຽນ ຢູ່ໝົດທຸກໂຮງຮຽນ ໃນທົ່ວປະເທດຍີ່ປຸ່ນ.”
ທີ່ຈິງແລ້ວ ມີພວກເດັກນ້ອຍ
ເສຍຊີວິດບໍ່ຫລາຍປານໃດໃນ
ຍີ່ປຸ່ນ ກໍເນຶ່ອງມາຈາກຄວາມ
ກຽມພ້ອມນັ້ນເອງ ສົມທຽບ
ກັບເຫດແຜ່ນດິນໄຫວທີ່ເມືອງ
ຊີສວນ ປະເທດຈີນ ເມື່ອປີ
2008 ທີ່ສົ່ງຜົນໃຫ້ເດັກນ້ອຍ
ເສຍຊີວິດໄປຫລາຍກວ່າ 9,000
ຄົນ ແລະການຕາຍຂອງເດັກ
ເຫລົ່ານີ້ ແມ່ນຖິ້ມໂທດໃສ່ການ
ກໍ່ສ້າງໂຮງຮຽນ ທີ່ບໍ່ແຂງແຮງ
ໜຽວແໜ້ນຕາມມາດຕະຖານ ຢູ່ໃນຂົງເຂດ.
ນາງ Tricia ນັກເຄຶ່ອນໄຫວ
ສາວນ້ອຍ ຊື່ງມາຈາກປະເທດ
ນຶ່ງທີ່ມັກເກີດໄພພິບັດເປັນປະຈໍາ
ກໍຄືປະເທດຟິລິບປິນ ທີ່ປະເຊີນ
ກັບໄພທໍາມະຊາດຕ່າງໆນາໆ
ເປັນຕົ້ນວ່າ ພາຍຸໃຕ້ຝຸ່ນ ແຜ່ນດິນໄຫວ ພາຍຸແຮງ ດິນເຈຶ່ອນ ນໍ້າຖ້ວມກະທັນຫັນ ແລະໄພ
ພິບັດອື່ນໆອີກ. ນາງ Tricia ໄດ້ເຫັນຄວາມເສຍຫາຍ ແລະຄວາມເດືອນຮ້ອນ ທີ່ເປັນຜົນ
ສືບເນື່ອງມາຈາກເຫດການຫາຍະນະທັງຫລາຍເຫລົ່ານັ້ນ.
ນາງ Tricia ບອກພວກຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມໂຕະມົນບັ້ນພິເສດ ພາຍໃຕ້ຫົວຂໍ້ ພວກເດັກນ້ອຍສໍາລັບການຄືນສູ່ສະພາບເດີມ ນັ້ນວ່າ ພວກເດັກນ້ອຍສາມາດເຮັດໄດ້ຫລາຍ ເພື່ອລົດຜ່ອນຄວາມສ່ຽງຕ່າງໆແລະຊ່ວຍຊີວິດໄວ້ນັ້ນ. ນາງ ຕຣິເຊຍ ກ່າວວ່າ:
“ການສຶກສາເພື່ອລົດຜ່ອນໄພພິບັດນັ້ນຖືວ່າສໍາຄັນ ເພາະມັນກໍ່ໃຫ້ເກີດຄວາມຕື່ນ
ໂຕກ່ຽວກັບພວກເດັກນ້ອຍ ແລະພວກເດັກນ້ອຍເອງກໍອາດສາມາດມີບົດບາດສູງ
ໃນການລົດຜ່ອນຄວາມສ່ຽງຕໍ່ໄພພິບັດນັ້ນ. ພວກເດັກນ້ອຍແມ່ນຈະຕ້ອງມີຄວາມຮູ້
ກ່ຽວກັບສິ່ງທີ່ຄວນຈະກະທໍາ ແລະຮູ້ວິທີການຮັບມືກັບໄພພິບັດເຫລົ່ານີ້. ພວກເຮົາ
ມີບົດບາດອັນສູງສົ່ງສໍາລັບອະນາຄົດ ແລະພວກເຮົາມີຄວາມຄິດຄວາມເຫັນທີ່ພວກ
ເຮົາຮູ້ສຶກວ່າຄວນຈະຖືກຮັບຟັງ ແລະຂ້າພະເຈົ້າກໍເຊື່ອເຊັ່ນດຽວກັນວ່າ ພວກເຮົາ
ສາມາດເຮັດໄດ້ ຫລາຍກວ່າພວກຜູ້ໃຫຍ່ສາມາດເຮັດໄດ້. ດັ່ງນັ້ນ ຂ້າພະເຈົ້າ
ຫວັງວ່າ ພວກທ່ານທັງໝົດທີ່ມີໜ້າຢູ່ທີ່ນີ້ ໃນມື້ນີ້ ຈະໃຫ້ບຸລິມະສິດແລະຊ່ວຍພວກ
ເດັກນ້ອຍ ແລະເຊັນລົງນາມໃນກົດບັດຂອງເດັກນ້ອຍ ທີ່ ຫ້ຄໍາໝັ້ນສັນຍາຕໍ່ພວກ ເດັກນ້ອຍນັ້ນ.”
ຈຸດສໍາຄັນຕ່າງໆຂອງກົດບັດດັ່ງກ່າວນີ້ ແມ່ນໂຮມທັງຄວາມຈໍາເປັນທີ່ຈະຕ້ອງເຮັດໃຫ້ໂຮງ
ຮຽນມີຄວາມແຂງແຮງປອດໄພ ຕ້ອງພິທັກປົກປ້ອງພວກເດັກນ້ອຍ ກ່ອນຫລືໃນລະຫວ່າງ
ຫລືວ່າຫລັງຈາກເກີດເຫດໄພພິບັດ ຕ້ອງສະໜອງຂໍ້ມູນທີ່ເດັກນ້ອຍຕ້ອງການໃຫ້ເຂົາເຈົ້າ
ຕ້ອງສ້າງໂຄງລ່າງພື້ນຖານອັນປອດໄພ ແລະຕ້ອງເຮັດໃຫ້ເປັນທີ່ແນ່ນອນວ່າການລົດຜ່ອນ
ຄວາມສ່ຽງຕໍ່ໄພພິບັດນັ້ນ ໄປຮອດໄປເຖິງພວກຄົນທີ່ອ່ອນແອທີ່ສຸດນັ້ນ.