ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການສັກຢາວັກ​ຊີນ ປ້ອງກັນໂຄວິດ-19 ໃຫ້ແກ່ພວກເດັກນ້ອຍ ຢູ່ໃນສະຫະລັດ


ທ້າວຫລ້ານ້ອຍ ອາຍຸ 7 ປີ ກຳລັງສັກຢາປ້ອງກັນໂຄວິດ-19 ເຂັມທຳອິດ ທີ່ຟາກມາຊີ Wall Green ເມືອງອາລິງຕັນ ລັດເວີຈີເນຍ.
ທ້າວຫລ້ານ້ອຍ ອາຍຸ 7 ປີ ກຳລັງສັກຢາປ້ອງກັນໂຄວິດ-19 ເຂັມທຳອິດ ທີ່ຟາກມາຊີ Wall Green ເມືອງອາລິງຕັນ ລັດເວີຈີເນຍ.

ຢູ່ໃນສະຫະລັດອາເມຣິກາມີເດັກນ້ອຍປະມານ 28 ລ້ານຄົນ ອາຍຸລະຫວ່າງ 5 ຫາ 11 ປີ ແລະເກືອບ 2 ລ້ານຄົນມີກໍລະນີໂຄວິດ-19 ຢູ່ໃນກຸ່ມອາຍຸດັ່ງກ່າວ ລະຫວ່າງການລະບາດ. ໂຄວິດ-19 ສາມາດເຮັດໃຫ້ພວກເດັກນ້ອຍ ປ່ວຍໜັກ ແລະເປັນສາເຫດເຮັດໃຫ້ເຂົາເຈົ້າເຂົ້າໂຮງໝໍ. ສະພາບການຈຳນວນນຶ່ງມີ ຄວາມສະລັບຊັບຊ້ອນຂອງການຕິດແປດ ແລະນຳໄປສູ່ການເສຍຊີວິດໄດ້.


ພວກເດັກນ້ອຍສາມາດທີ່ຈະຕິດແປດກັບໂຄວິດ-19 ໄດ້ຄືດັ່ງພວກຜູ້ໃຫຍ່ ເຊັ່ນວ່າເຈັບປ່ວຍໜັກຈາກໂຄວິດ-19 ໄດ້ຮັບການເຈັບປ່ວຍທີ່ຊັບຊ້ອນດ້ານ ສຸຂະພາບໃນໄລຍະສັ້ນ ແລະໄລຍະຍາວ ທີ່ໂຄວິດ-19 ແຜ່ລາມໄປຫາຄົນອື່ນ ຮວມທັງຢູ່ບ້ານ ແລະຢູ່ໂຮງຮຽນ. ຍານາງລຳພູນ ຈັນທະຄຳ ແມ່ຂອງທ້າວຫຼ້າ ນ້ອຍ ອາຍຸ 7 ປີ ດີໃຈທີ່ລູກຊາຍຂອງລາວ ໄດ້ຮັບການສັກຢາ ຟາຍເຊີຣ ໄບໂອແອນເທັກສ໌ ປ້ອງກັນໂຄວິດ-19 ເປັນເທື່ອທຳອິດ ຊຶ່ງຍານາງກ່າວວ່າ:

ນັບແຕ່ກາງເດືອນຕຸລາປີ 2021 ພວກເດັກນ້ອຍອາຍຸ 5 ຫາ 11 ປີ ຫຼາຍກວ່່າ 8,300 ຄົນ ໄດ້ເຂົ້າຮັບ​ການ​ປິ່ນ​ປົວ​ຢູ່ໂຮງໝໍ​ເນື່ອງ​ຈາກໂຄວິດ-19 ແລະເກືອບ 100 ຄົນ ໄດ້ເສຍຊີວິດ​ຍ້ອນໂຄວິດ-19. ຄວາມຈິງແລ້ວ ໂຄວິດ-19 ຢູ່ໃນອັນ ດັບ 10 ທີ່ເປັນສາເຫດຂອງການເສຍຊີວິດ ສຳ​ລັບພວກເດັກນ້ອຍ ອາຍຸ 5 ປີ ຫາ 11 ປີ. ການສັກຢາວັກຊີນສາມາດຊ່ວຍປ້ອງກັນໂຄວິດ-19 ແລະສາມາດປ້ອງກັນພວກເດັກນ້ອຍອາຍຸ 5 ປີ ແລະອາຍຸທີ່ແກ່ກວ່າ ຈາກການຄິດໂຄວິດ-19.

XS
SM
MD
LG