ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ເດັກນ້ອຍ​ ໃນທົ່ວໂລກ ລໍຄອຍຖ້າ ການມາຢາມ ຂອງ Santa ໃນຄ່ຳຄືນ ກ່ອນວັນຄຣິສມັສ


NORAD Santa
please wait
Embed

No media source currently available

0:00 0:00:40 0:00

Santa Claus ຢ້ຽມຢາມທຸກບ້ານເຮືອນ ແຈກຂອງຂວັນ ໃຫ້ພວກເດັກນ້ອຍ ໃນຄ່ຳຄືນກ່ອນວັນຄຣິສມັສ.

ການ​ມາ​ຮອດ​ມາ​ເຖິງ​ຂອງ​ບຸກຄົນ​ທ່ານນີ້ຖື​ວ່າ​ເປັນ​ໂອກາດ​ເວລາ
​ທີ່​ມີ​ການ​ຄອງ​ຄອຍຖ້າ ຫຼາຍ​ທີ່ສຸດຂອງ​ປີ ສຳ​ລັບພວກ​ເດັກນ້ອຍ​
ເປັນ​ຈຳນວນ​ຫຼວງຫຼາຍ.

ມັນ​ເປັນ​ການ​ປະກົດ​ຕົວ​ໃນ​ຍາມ​ລາຕີ ພ້ອມ​ດ້ວຍ​ກວາງ ຫຼື rain-
deer
ທີ່​ເຫາະ​ເຫີ​ນ ຢູ່​ເທິງ​ທ້ອງຟ້າ ຈາກ​ຂົ້ວ​ໂລກ​ເໜືອ​ແລະ ແກ່
ເລື່ອນຂອງເພິ່ນ ທີ່​ເຕັມ​ໄປ​ດ້ວຍ​ ຂອງ​ຫຼິ້ນ​ພວກ​ເດັກນ້ອຍ​ຕ່າງໆ
​ແລ່ນ​ອ້ອມ​ໂລກ​ ຢຸດ​ແວ່​ຕາມ​ບ້ານ​ເຮືອນຜູ້​ຄົນໄປ​ແຕ່​ລະ​ຫຼັງບ່ອນ
​ທີ່ເພິ່ນໄດ້​ລົງ​ໄປ ​ໃນ​ເຮືອນ​ທາງ​ທໍ່ເຕົາ​ໄຟເພື່ອ​ນຳ​ຂອງຕ້ອນ​ຂອງ
ຝາກໄປປະ​ໄວ້​ໃຫ້​ພວກ​ເດັກ​ຍິງ​ແລະ​ຊາ​ຍທີ່ເປັນ​ຄົນ​ດີ​ຢູ່​ຕາມ​ບ້ານ​ເຮືອນເຫລົ່ານັ້ນ.

ການ​ຄອງ​ຄອຍ ມາ​ຕະຫຼອດ​ທັງ​ປີ ​ແມ່ນ​ເລີ້ມ​ຂຶ້ນ​ຫຼັງຈາກ​ຕົກ​ຄ່ຳ​ຂອງ​ມື້​ນີ້ ວັນ​ທີ 24 ທັນວາ. ພໍ່ແມ່​ບອກ​ໃຫ້​ພວກ​ລູກ​ເຕົ້າ​ເຂົ້າ​ນອນ​ແຕ່​ຕອນ​ຫົວ​ຄ່ຳ ​ແລະ​ໃຫ້​ພວກ​ເຂົາ​ເຈົ້າ​ປ່ອຍ​ໃຫ້ຈິນ
ຕະນາການເຕັ້ນ​ລະບຳ​ຢູ່​ໃນ​ຫົວຂອງ​ພວກ​ເຂົາ​ເຈົ້າ ແລະ​ວ່າ ຖ້າປາປາໂນ​ແອ​ລຫຼື Santa Claus ມາ​ຮອດ​ບ້ານ​ເຮືອນ​ແລ້ວ ພົບ​ເຫັນ​ວ່າພວກ​ເຂົາ​ເຈົ້າ​ຍັງ​ບໍ່​ນອນ Santa Claus ກໍ
ຈະ​ບໍ່​ຢຸດ​ແ​ວ່ບ້ານເຮືອນຫຼັງ​ນັ້ນ​ເລີຍ ​ແລ້ວ​ເຂົ້າ​ໄປ​ບ້ານ​ເຮືອນ​ຫຼັງ​ອື່ນ​ແທນ.

​ແຕ່​ວ່າ​ພວກ​ເດັກນ້ອຍ ບໍ່​ສາມາດ​ເອົາ​ຄຳຖາມ ​ແລະຄວາມ​ຢາກ​ຮູ້​ຢາກ​ເຫັນ ທີ່​ວ່າ​ນີ້ ອອກ​
ຈາກ​ສະໝອງ​ຂອງ​ພວກ​ເຂົາ​ເຈົ້າ ກໍ​ຄືຄຳ​ຖາມ​ທີ່​ວ່າ ​ເມື່ອ​ໃດ Santa Claus ຈະ​ມາ​ເຖິງ​ທີ່
​ນີ້?

ນັ້ນຄື​ບ່ອນ​ທີ່​ສູນ​ກາງ​ປ້ອງ​ກັນ​ອະວະກາດຂອງ​ອາ​ເມຣິກາ​ເໜືອຫຼືອົງການ NORAD ​ເຂົ້າ
ມາ​ມີ​ບົດບາດ.​ ພວກ​ເຈົ້າໜ້າ​ທີ່ໆ​ຖານ​ທັບ​ອາກາດ Peterson ​ໃນ​ລັດ Colorado ພວມ​
ພາກັນ​ຕອບ​ໂທລະສັບ ຈາກ​ພວກ​ເດັກນ້ອຍ​ໃນ​ທົ່ວໂລ​ກ ທີ່​ຢາກ​ຮູ້ຂໍ້​ມູນຫລ້າ​ສຸດ ​ກ່ຽວ​ກັບ​
ວ່າ ​ Santa Claus ​ເພິ່ນ​ເດີນທາງໄປຮອດ​ໃສ​ແລ້ວແລະ​ຍັງໃຫ້ຂໍ້ມູນວ່າ​ ​ເມື່ອ​ໃດເພິ່ນຈະ
​ໄປ​ຮອດ​ໄປ​ເຖິງ​ເມືອງ​ທີ່​ພວກ​ເຂົາ​ເຈົ້າຢູ່.

ມີ​ພວກ​ເດັກນ້ອຍ​ບາ​ງກຸ່ມ ຈະໄດ້​ຟັງ​ການ​ຕອບ​ໂທລະສັບ​ໂດຍ​ແຂກພິ​ເສດ ກໍ​ຄືສະຕີ​ໝາຍ
​ເລກ​ນຶ່ງ ທ່ານ​ນາງ Michelle Obama ຜູ້​ຊຶ່ງ​ອາສາ​ສະໝັກ​ໃນ​ທຸກໆ​ປີ ຊຶ່ງ​ເປັນ​ນຶ່ງ​ໃນ​ກຸ່ມ
​ຜູ້​ຕິດຕາມ​ເບິ່ງ Santa Claus ຂອງ​ອົງການ NORAD.

​ໂຄງການ​ດັ່ງກ່າວ​ນີ້​ ແມ່ນ​ດຳ​ເນີນ​ງານ​ມາ​ໄດ້ 60 ປີ ​ແລ້ວ ​ແລະນອກຈາກ​ຮັບ​ສາຍ​ໂທລະ
ສັບ​ຂອງ​ພວກ​ເດັກນ້ອຍ​ແລ້ວ ໂຄງການ​ນີ້ ຍັງ​ໄດ້​ເຜີຍ​ແຜ່​ທາງ​ອິນ​ເຕີແນັດ ທີ່​ສະ​ແດງ​ໃຫ້​
ເຫັນ​ວ່າ Santa Claus ​ໄ​ປຮອດ​ໃສແລ້ວ ພ້​ອມທັງ​ໃຫ້​ລະອຽດຂອງ​ການ​ເດີນທາງ​ແລະ​
ຢຸດແວ່​ຕະຫລອດ​ເວລາ.

XS
SM
MD
LG