ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຊັກ​ຢາ​ວັກ​ຊີນ​ ໃຫ້​ພວກ​ເດັກ​ນ້ອຍ ເລີ້ມ​ດີ​ຂຶ້ນ​ຄືນ ຫຼັງ​ຈາກ​ໄດ້​ຫຼ​ຸດ​ລົງ ​ລະ​ຫວ່າງ​ການ​ລະ​ບາດ​ ຂອງ​ພະ​ຍາດ​ໂຄວິດ-19


ແຟ້ມ - ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ຄົນ​ນຶ່ງ ຢອດ​ຢາ​ວັກ​ຊີນ​ກັນ​ໂປ​ລີ​ໂອ ໃຫ້​ແກ່​ເດັກ​ນ້ອຍ​ທີ່​ເມືອງ​ເພ​ຊາ​ວາ ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 27 ມິ​ຖຸ​ນາ 2022.
ແຟ້ມ - ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ຄົນ​ນຶ່ງ ຢອດ​ຢາ​ວັກ​ຊີນ​ກັນ​ໂປ​ລີ​ໂອ ໃຫ້​ແກ່​ເດັກ​ນ້ອຍ​ທີ່​ເມືອງ​ເພ​ຊາ​ວາ ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 27 ມິ​ຖຸ​ນາ 2022.

ການ​ສັກ​ຢາ​ວັກ​ຊີນ​ໃຫ້​ພວກ​ເດັກ​ນ້ອຍ​ ໄດ້​ເລີ້ມ​ດີ​ຂຶ້ນ​ຄືນ ​ຫຼັງ​ຈາກ​ໄດ້​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ​ໃນ​ລະ​ຫວ່າງ​ຊຸມ​ປີ​ຕົ້ນໆ​ຂອງ​ການ​ລະ​ບາດ​ພະ​ຍາດ​ໂຄວິດ-19 ແຕ່​ຍັງ​ຢູ່​ໃນ​ອັດ​ຕາ​ທີ່​ບໍ່​ສະ​ໝ່ຳ​ສະ​ເໝີ ໂດຍ​ຍັງ​ມີ​ພວກ​ເດັກ​ນ້ອຍ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ຢູ່​ໃນ​ບັນ​ດາ​ປະ​ເທດ​ ທີ່​ມີ​ລາຍ​ໄດ້​ຕ່ຳ ຍັງ​ພາດ​ໂອ​ກາດ​ສຳ​ລັບ​ການ​ສັກ​ຢາ​ເຫຼົ່າ​ນີ້ ອີງ​ຕາມ​ລາຍ​ງານ​ຮ່ວມ ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ແລະ​ຢູ​ນີ​ເຊັບ.

ອົງ​ການ​ທັງ​ສອງ​ກ່າວ​ວ່າ ມີ​ເດັກ​ນ້ອຍ​ຕື່ມ​ອີກ 4 ລ້ານ​ຄົນ​ໄດ້​ຮັບ​ການ​ສັກ​ຢາ​ວັກ​ຊີນ​ກັນ​ພະ​ຍາດ​ທີ່​ຮ້າຍ​ແຮງ​ຕ່າງໆ​ໃນ​ປີ 2022 ປຽບ​ທຽບ​ໃສ່​ນຶ່ງ​ປີ​ກ່ອນນັ້ນ.

ທ່ານນາງ​ເຄດ ໂອບ​ຣາຍ​ແອນ (Kate O’Brien) ຜູ້​ອຳ​ນວຍ​ການ ຝ່າຍ​ສ້າງ​ພູມ​ຄຸ້ມ​ກັນ ຢາ​ວັກ​ຊີນ ແລະ​ຊີ​ວະ​ວິ​ທະ​ຍາດ ຂອງ​ອົງ​ການ​ອະ​ນາ​ໄມ​ໂລກກ່າວ​ວ່າ “ປີ​ກາຍນີ້​ ພວກ​ເຮົາ​ຮູ້​ສຶກ​ເປັນ​ຫ່ວງ​ກັງ​ວົນ ທີ່​ມີ​ການ​ຫຼຸດ​ລົງ ຢ່າງ​ເປັນ​ປະ​ຫວັດ​ການ ທີ່​ພວກ​ເຮົາ​ໄດ້​ພົບ​ເຫັນ​ຢູ່​ໃນ​ທົ່ວ​ທຸກ​ປະ​ເທດ ຂົງ​ເຂດ ແລະ​ຢາ​ວັກ​ຊີນ.”

“ຈາກ​ຂໍ້​ມູນ​ປີ 2022 ຈາກ​ທັດ​ສະ​ນະ​ວິ​ໄສ​ຂອງ​ໂລກ ພວກ​ເຮົາ​ກຳ​ລັງ​ຟື້ນ​ໂຕ​ຄືນ” ທ່ານ​ນາງ​ກ່າວ “ແຕ່​ໃນ​ການ​ຟື້ນ​ໂຕ​ຄືນນັ້ນ ແມ່ນ​ຍັງ​ບໍ່​ຄ່ອຍ​ສະ​ໝ່ຳ​ສະ​ເໝີ​ປານ​ໃດ ຊຶ່ງ​ຫຼາຍໆ​ປະ​ເທດ ສະ​ພາບ​ການ​ແມ່ນ​ຍັງ​ບໍ່​ທັນ​ດີ​ຂຶ້ນ​ເທື່ອ.”

ລາຍ​ງານ​ກ່າວ​ວ່າ ມີ​ພຽງ​ແຕ່ 8 ປະ​ເທດ​ໃຫຍ່ໆ ເຊັ່ນ ​ອິນ​ເດຍ ອິນ​ໂດ​ເນ​ເຊຍ ມຽນ​ມາ ຟີ​ລິບ​ປິນ ບ​ຣາ​ຊີ​ລ ເມັກ​ຊິ​ໂກ ປາ​ກິ​ສ​ຖາ ແລະ​ແທນ​ຊາ​ເນຍ ຊຶ່ງ​ປະ​ກອບ​ເປັນ 3 ລ້ານ 8 ແສນ​ຄົນ ຂອງ​ຈຳ​ນວນ​ເດັກ​ນ້ອຍ ​ຕື່ມ​ອີກ 4 ລ້ານ​ຄົນທີ່​ພວກ​ເຮົາ​ໄດ້​ເຂົ້າ​ເຖິງ​ໃນ​ປີ 2022.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG