ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຕໍາຫລວດອິນເດຍ ຈັບຜູ້ຮ່ວມມື ໃນຄະດີຂົ່ມຂືນ ​ເດັກ​ຍິງ​ອາຍຸ 5 ຂວບ (ວີດິໂອ)


ບັນດາຜູ້ສະໜັບສະໜຸນພັກຝ່າຍຄ້ານ Bharatiya Janata ພາກັນເດີນຂະບວນປະທ້ວງ ກ່ຽວກັບຄະດີຂົ່ມຂຶນເດັກຍິງ ອາຍຸ 5 ຂວບ.
ບັນດາຜູ້ສະໜັບສະໜຸນພັກຝ່າຍຄ້ານ Bharatiya Janata ພາກັນເດີນຂະບວນປະທ້ວງ ກ່ຽວກັບຄະດີຂົ່ມຂຶນເດັກຍິງ ອາຍຸ 5 ຂວບ.
ເຈົ້າ​ໜ້າ​ທີ່​ອິນ​ເດຍ​ໄດ້​ຈັບ​ກຸ​ມຜູ້​ຕ້ອງ​ສົງ​ໄສຄົນທີ 2 ​ໃນ​ຄະດີ​ ​
ຂົ່ມຂືນ​ເດັກ​ຍິງ​ອາຍຸ 5 ຂອບ ​ໃນ​ນະຄອນນິວ​ເດລລີນັ້ນ​ແລ້ວ.

ຕໍາຫຼວດໄດ້ກ່າວໃນ​ວັນ​ຈັນ​ມື້ນີ້ວ່າ ຜູ້​ຊາຍເພື່ອນ​ບ້ານອາຍຸ
22 ຂອງ​ເດັກເຄາະ​ຮ້າຍ ທີ່ໄດ້​ຖືກ​ຈັບ​ກຸມ​ແລ້ວນັ້ນ ໄດ້​ບອກ
ຊື່​ຂອງຊາຍຄົນທີ​ສອງ​ວ່າ ​ເປັນ​ຜູ້​ສົມຮູ້​ຮ່ວມ​ຄິດ.

​ລາຍ​ງານຂ່າວ​ເວົ້າ​ວ່າ ເດັກ​ຍິງ​ນັ້ນ​ໄດ້​ຫາຍ​ຕົວ​ໄປ​ຈາກ​ບ້ານ
​ຂອງ​ລາວ​ໃນນະຄອນນິວ​ເດລລີ​ໃນ​ວັນ​ທີ 15 ເມສາ ​ແລະ​
ໄດ້​ຖືກພົບ​ເຫັນ ​3 ມື້ ຕໍ່​ມາໃນ​ຫ້ອງນຶ່ງທີ່ອັດ​ກະ​ແຈ​ໄວ້.

ຕໍາຫຼວດກ່າວ​ວ່າ ​ຜູ້​ຕ້ອງ​ສົງ​ໄສໄດ້ລັກພາ​ຕົວ​ເດັກ​ໄປຂົ່ມຂືນ​ແລະ​ທໍລະມານ ​ແລະ​ປ່ອຍ​
ໃຫ້ລາວ​ຕາຍ​ ຫຼັງ​ຈາກ​ທີ່​ໄດ້​ກະທໍາ​ຮຸນ​ແຮງ​ດັ່ງກ່າວ​ແລ້ວ.

ຫົວໜ້າ​ຝ່າຍ​ການ​ແພດ​ທີ່​ໂຮງພະຍາບານ​ ບ່ອນ​ທີ່​ເດັກ​ຍິງ​ຖືກ​ນໍາ​ຕົວ​ໄປ​ຮັກສາ​ນັ້ນ ​ໄດ້​
ບອກ​ກັບ​ບັນດາ​ນັກ​ຂ່າວໃນ​ວັນ​ຈັນ​ມື້ນີ້ວ່າ ເດັກ​ຍິງມີ​ອາການ​ດີ​ຂຶ້ນ​ຫລາຍ​ແລ້ວ ​ແລະ​ກໍ​
ສາມາດ​ເວົ້າລົມ​ກັບ​ພໍ່​ແມ່​ຂອງ​ນາງ​ໄດ້​ແລ້ວ ​ແຕ່​ກໍ​ຄົງ​ຈະ​ໄດ້​ນອນຮັກສາໂຕ​ໃນ​ໂຮງໝໍ​
ຕື່ມອີກ​ 2 ອາທິດ. ຫຼັງຈາກ​ນັ້ນ​ ນາງ​ຈະ​ຕ້ອງ​ໄດ້​ຮັບ​ການສັນ​ຍະ​ກໍາ​ຟື້ນ​ຟູ​ໃໝ່.

​ໃນ​ວັນຈັນ​ມື້ນີ້ ສະພາ​ແຫ່ງ​ຊາດອິນ​ເດຍ ​ໄດ້​ໄຂກອງ​ປະຊຸມ ​ແຕ່​ກໍ​ໄດ້​ຍົກ​ເລີກ​ ຫຼັງ​ຈາກ​ທີ່
ພວກ​ຜູ້​ແທນ​ໄດ້​ພາກັນ​ສະ​ແດງ​ຄວາມ​ໂກດ​ແຄ້ນ ກ່ຽວ​ກັບ​ຄະດີ​ຂົ່ມຂືນດັ່ງກ່າວ.

​ເຫດການ​ນີ້ໄດ້​ມີ​ຂຶ້ນ​ ຫລັງ​ຈາກການ​ປະ​ທ້ວງຂອງ​ຜູ້​ຄົນ​ຈໍານວນ​ນັບ​ຮ້ອຍ​ໃນ​ວັນ​ອາທິດ​
ວານ​ນີ້ ທີ່​ຮຽກຮ້ອງ​ໃຫ້​ຫົວໜ້າຕໍາຫຼວດ​ຂອງ​ນະຄອນນິວ​ເດລລີ ລາ​ອອກ. ​ແລະນັ້ນ​ແມ່ນ​
ມື້ທີ 3 ຂອງ​ການ​ປະ​ທ້ວງ​ ທີ່ເກີດ​ຂຶ້ນ​ຫລັງ​ຈາກ​ມີລາຍ​ງານວ່າ ທາງ​ຕໍາຫຼວດ​ບໍ່​ໄດ້​ເອົາ​ຫົວ
ຊາ​ນໍາ ການ​ຫາຍ​ຕົວ​ໄປ​ຂອງເດັກ​ຍິງ​ຜູ້ນັ້ນ ​ແລະໄດ້​ສະ​ເໜີມອບ​ເງິນ​ໃຫ້​ພໍ່​ແມ່​ຂອງເດັກ
ເພື່ອ​ໃຫ້​ຄະດີ​ ​ງຽບ​ໄປ​.

XS
SM
MD
LG