ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ມີນາ ໒໐໒໔

​​​​​​​​​​​​​​​​​ຊາຍ​ຊາວ​ມາລີ ທີ່​ອາ​ໄສ​ຢູ່​​ໃນ​ຝຣັ່ງ ຢ່າງ​ຜິດ​ກົດໝາຍ ​​ຊ່ອຍຊີວິດເດັກຊາຍຜູ້ນຶ່ງ


ປະທານາທິບໍດີຝຣັ່ງ​ ທ່ານ​ເອມມາ​ນູ​ແອນ ມາກຣົງ, ຊ້າຍ, ພົບປະ
ກັບທ້າວ ມາ​ມູດູ ກາສຊາມາ, ໄວ 22 ປີ ຈາກມາລີ, ທີ່​ທຳນຽບ​ປະທານາທິບໍດີ Elysee, 28 ພຶດສະພາ 2018.
ປະທານາທິບໍດີຝຣັ່ງ​ ທ່ານ​ເອມມາ​ນູ​ແອນ ມາກຣົງ, ຊ້າຍ, ພົບປະ ກັບທ້າວ ມາ​ມູດູ ກາສຊາມາ, ໄວ 22 ປີ ຈາກມາລີ, ທີ່​ທຳນຽບ​ປະທານາທິບໍດີ Elysee, 28 ພຶດສະພາ 2018.

​ຊາຍ​ອົບ​ພະຍົ​ບຊາວ​ມາລີ ຄົນ​ນຶ່ງ ທີ່​ອາ​ໄສ​ຢູ່ໃນ​ປະ​ເທດ​ຝຣັ່ງຢ່າງ​ຜິດ​ກົດໝາຍ ​ແມ່ນ​ໄດ້
ຮຽນ​ແບບເປັນ “ມະນຸດ​ແມງ​ມູມ ຫຼື Spider-Man” ​ແລະ​ໄດ້​ຖືກ​ຍົກຍ້ອງ​ ວ່າເປັນ​ວິລະ
​ບຸລຸດ​ຜູ້​ນຶ່ງ ​ທີ່​ປີນ​ຕຶກ​ຂຶ້ນໄປ ​ເພື່ອ​ຊ່ອຍ​ເດັກນ້ອຍ​ຜູ້​ຊາຍ​ຄົນ​ນຶ່ງ ທີ່​ຫ້ອຍ​ໂຫນ​ຢູ່ລະບຽງ​
ຊັ້ນ​ທີ 4 ຂອງ​ຕຶກດັ່ງກ່າວ.

ທ້າວ ມາ​ມູດູ ກາສຊາມາ (Mamoudou Gassama) ອາຍຸ 22 ປີ ​ກ່າວ​ວ່າ ລາວ​ໄດ້
​ເຫັນ​ວ່າ ​ເດັກນ້ອຍ​ຄົນ​ນຶ່ງ ກໍາລັງ​ຕົກ​ຢູ່​ໃນ​ອັນຕະລາຍຢູ່​ໃນ​ຄຸ້ມ​ບ້ານບ່ອນລາວໄປ ໃນວັນ​
ເສົາຜ່ານ​ມາ​ນີ້ ຊຶ່ງ​ລາວ​ໄດ້ໄປ​ເບິ່ງງ​ການ​ແຂ່ງຂັນ​ເຕະບານ​ຈາກ​ໂທລະພາບ​ໃນ​ຮ້ານ
​ອາຫານ​ແຫ່ງ​ນຶ່ງ.

ທ້າວ ກາສຊາມາ ​ໄດ້​ບອກວີ​ໂອ​ເອ ພະ​ແນ​ກພາສາ​ບຳບາຣາວ່າ ລາວ​ກັບ​ແຟນສາວ​
ຂອງ​ລາວ ​ກຳລັງ​ສັ່ງ​ອາຫານ​ກັນ​ຢູ່ ຕອນ​ທີ່​ລາວ​ເຫັນ​ຜູ້​ຄົນ​ພາກັນ​ຫຸ້ມ​ກັນ​ເບິ່ງ​ຢູ່​ນັ້ນ.

“ກ່ອນ​ທີ່​ພວກ​ເຮົາ​ຈະ​ເລີ້ມກິນ​ອາຫານ, ຂ້ອຍ​ເຫັນ​ຜູ້​ຄົນ​ອັ່ງແໜ້ນ​ກັນຢູ່​ຂ້າງ​ນອກ.
ບາງ​ພວກ​ກໍ​ພາກັນ​ຮ້ອງ​ໂວຍວາຍ, ພວກ​ຜູ້​ຄົນ​ຂັບ​ລົດ​ພາກັນ​ບີບ​ແກ​ລົດ. ຂ້າພະ​ເຈົ້າ​
ອອກ​ໄປຂ້າງ​ນອກ​ ​ເຫັນ​ເດັກນ້ອຍ​ຜູ້ນຶ່ງ​ຫ້ອຍ​ໂຫນ​ຢູ່​ຊັ້ນ​ທີ 4 ຂອງ​ຕຶກ,”
ດັ່ງ​ທີ່ທ້າວ
ກາສຊາມາ ໄດ້​ບອກວີ​ໂອ​ເອໄປ ​ ​ແລ້ວ​ລາວ​ກໍເວົ້າວ່າ “ຂອບ​ໃຈ​ພະ​ເຈົ້າ ​ທີ່ ຂ້າພະ​ເຈົ້າ
​ສາມາດ​ປີນຂຶ້ນ​ໄປຊ່ອຍ​ຊີວິດ​ລາວ​ໄດ້...ຕອນ​ທີ່​ ຂ້າພະ​ເຈົ້າ​ປີນ​ຂຶ້ນ​ໄປ​ ​ຂ້າພະ​ເຈົ້າຮູ້ສຶກ​ມິີຄວາມກ້າຫານຫຼາຍ ແລ້ວກໍ​ປີນຕໍ່ ​ໄປ​ຊ່ອຍ​ລາວ.”

ທ້າວ ກາສຊາມາ ​ເວົ້າວ່າ​ ຫຼັງ​ຈາກ​ລາວ​ໄດ້​ຊ່ອຍ​ຊີວິດ​ເດັກນ້ອຍ​ຜູ້​ນັ້ນ ​ໄດ້​ແລ້ວ ຕຳຫຼວດ
ກໍ​ໄດ້​ເອົາ​ທັງ​ສອງ​ຄົນ​ເຂົ້າ​ໄປ​ໃນ​ຫ້ອງ, “ຂ້ອຍ​ເລີ່​ມໂຕສັ່ນ ​ແລະຢືນບໍ່ຢູ່​. ຂ້ອຍສັ່ນ​ຫຼາຍ
ຍ້ອນສິ່ງ​ທີ່​ຂ້ອຍ​ໄດ້​ກະທຳ​ລົງ​ໄປ,” ​

ກ່ອນ​ໜ້າ​ນີ້ ລາວ​ໄດ້​ບອກຕາ​ໜ່າງຂ່າວ CNN ວ່າ “ຂ້ອຍ​ຮັກ​ເດັກນ້ອຍ. ຂ້ອຍບໍ່ຢາກ​
ເຫັນ​ລາວໄດ້​ຮັບ​ບາດ​ເຈັບ​ຢູ່​ຕໍ່ໜ້າຕໍ່ຕາ​. ຂ້ອຍ​ໄດ້​ແລ່ນ​ໄປ ​ແລະ​ຊອກ​ຫາ​ທາງອອກ​ທີ່​
ຈະ​ຊ່ວຍ​ເຫຼືອລາວ​ ​ແລະ​ຂອບໃຈ​ພະ​ເຈົ້າ ຂ້ອຍ​ໄດ້ປີນ​ຂຶ້ນ​ໄປ​ທາງດ້ານໜ້າຂອງ​ຕຶກ​
ເພື່ອ​ໄປ​ຫາ​ລະບຽງ.”

ວີ​ດິ​ໂອ​ສະ​ແດ​ງ​ໃຫ້​ເຫັນ​ວ່າ ທ້າວ ກາສຊາ​ແມນ (Gassama) ​ໃຊ້​ພຽງ​ແຕ່​ມື​ເປົ່າ​ປີນ​
ຈ່ອງ​ໄປ​ຈາກລະບຽງນຶ່ງ ຫາ​ອີກ​ລະບຽງ​ນຶ່ງ. ຊາຍອີກ​ຄົນ​ນຶ່ງ​ທີ່ຢູ່ຊັ້ນ 4 ​ກໍໄດ້ເອນ​ໂຕຫາ​ລະບຽງນັ້ນ ​ເພື່ອ​ຈັບເອົາ​ໂຕ​ເດັກນ້ອຍ​ຄົນດັ່ງກ່າວ.

ທ້າວກາສຊາ​ແມນ (Gassama) ​ໄດ້ໄປ​ເຖິງລະບຽງຢູ່​ຊັ້ນ 4 ​ແລະ​ຊ່ວຍ​ກູ້​ເອົາ​ຊີວິດ
ຂອງ​ເດັກ​ຊາຍ​ຄົນນັ້ນໄວ້ໄດ້ ດ້ວຍ​ການ​ໃຊ້​ມື​ຂ້າງດຽວ.

​ເມື່ອ​ພວກ​ດັບ​ເພີງ​ໄປ​ຮອດ​ສະຖານ​ທີ່ເກີດ​ເຫດ ​ເດັກນ້ອຍ​ອາຍຸ 4 ປີ​ຜູ້ນັ້ນກໍ​ໄດ້ຮັບ
ຄວາມ​ປອດ​ໄພ​ແລ້ວ.

ປະທານາທິບໍດີຝຣັ່ງ​ ທ່ານ​ເອມມາ​ນູ​ແອນ ມາກຣົງ ​ໄດ້ກ່າວຂອບ​ໃຈ​ຊາວ​ອົບ​ພະຍົບ
ໜຸ່ມຄົນ​ນັ້ນ​ເປັນ​ການ​ສ່ວນ​ຕົວ ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ທຳນຽບ​ປະທານາທິບໍດີ Elysee ​
ແລະ​ບັນລະຍາຍວ່າ​ລາວ​ ​ເປັນ “​ແບບຢ່າງ​ອັນນຶ່ງ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

Mamoudou Gassama, 22, from Mali, displayed a certificate of courage and dedication signed by Paris Police Prefect Michel Delpuech as he leaves the presidential Elysee Palace after his meeting with French President Emmanuel Macron, in Paris, May, 28, 2018.
Mamoudou Gassama, 22, from Mali, displayed a certificate of courage and dedication signed by Paris Police Prefect Michel Delpuech as he leaves the presidential Elysee Palace after his meeting with French President Emmanuel Macron, in Paris, May, 28, 2018.
XS
SM
MD
LG