ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກນ້ອຍໃນລາວ ຕ້ອງປະເຊີນກັບພາວະຂາດແຄນສານອາຫານ ທີ່ຈຳເປັນຕໍ່ການຈະເລີນເຕີບໂຕຢ່າງຮຸນແຮງ ຍ້ອນວິກິດການເສດຖະກິດ


ແມ່ຄ້າຂາຍມັນເພົາໂດຍມີລູກນ້ອນສອງຄົນຕິດຕາມໄປນຳ ຢູ່ໃນນະຄອນວຽງຈັນ ເມື່ອວັນທີ 25 ກຸມພາ. (Photo by HOANG DINH NAM / AFP)
ແມ່ຄ້າຂາຍມັນເພົາໂດຍມີລູກນ້ອນສອງຄົນຕິດຕາມໄປນຳ ຢູ່ໃນນະຄອນວຽງຈັນ ເມື່ອວັນທີ 25 ກຸມພາ. (Photo by HOANG DINH NAM / AFP)

ເດັກນ້ອຍໃນລາວ ຕ້ອງປະເຊີນກັບພາວະຂາດແຄນສານອາຫານທີ່ຈຳເປັນຕໍ່ການຈະເລີນເຕີບໂຕຢ່າງຮຸນແຮງ ຍ້ອນວິກິດການເສດຖະກິດທີ່ເຮັດໃຫ້ລັດຖະບານລາວ ໃຫ້ການຊ່ວຍເຫຼືອໄດ້ພຽງ 1,000 ກີບ/ຄົນ ເທົ່ານັ້ນ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງສາທາລະນະສຸກ ເປີດເຜີຍວ່າ ພາວະຂາດແຄນທາງດ້ານງົບປະມານຂອງລັດຖະບານລາວ ທີ່ສົມທົບດ້ວຍວິກິດການທາງເສດຖະກິດ ນັບແຕ່ປີ 2020 ເປັນຕົ້ນມາ ໄດ້ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາທາງສັງຄົມລາວໃນທຸກໆດ້ານ ໂດຍສະເພາະແມ່ນການພັດທະນາເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງແມ່ ແລະເດັກນັ້ນ ກໍຄືພາກສ່ວນທີ່ຖືກກະທົບຢ່າງໜັກໜ່ວງທີ່ສຸດ ຊຶ່ງເຫັນໄດ້ຈາກການຊ່ວຍເຫຼືອດ້ານອາຫານກາງວັນສຳລັບງເດັກນັກຮຽນຊົ້ນປະຖົມສຶກສາ ທີ່ມີອັດຕາການຊ່ວຍເຫຼືອພຽງແຕ່ 1,000 ກີບຕໍ່ຄົນຕໍ່ຄາບເທົ່ານັ້ນ ຈຶ່ງເຮັດໃຫ້ບັນດາຜູ້ປົກຄອງຂອງເດັກນັກຮຽນ ແລະອຳນາດການປົກຄອງທ້ອງຖິ່ນ ຕ້ອງປະກອບສ່ວນດ້ວຍຕົນເອງເປັນດ້ານຫຼັກ ລວມເຖິງການຊ່ວຍເຫຼືອຂອງອົງການສາກົນດ້ວຍ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ຢືນຢັນວ່າ:

“ລັດຖະບານເພິ່ນກະໄດ້ຕອບສະໜອງງົບປະມານ 800 ກີບຕໍ່ຄົນຕໍ່ຄາບ ແລະພໍມາຮອດ 2024 ເພິ່ນໄດ້ເພີ້ມຂຶ້ນເປັນ 1,000 ກີບຕໍ່ຄົນຕໍ່ຄາບ ແລ້ວກະເຮົາໄດ້ຮັບການຊ່ວຍເຫຼືອຈາກອົງການສາກົນ ແລ້ວກະຄະນະກຳມະການຂັ້ນແຂວງ ຂັ້ນເມືອງແລະອຳນາດການປົກຄອງໃນການປຸກລະດົມທາງດ້ານແນວຄວາມຄິດ ແລະມາສັງເກດເບິ່ງແລ້ວ ບ້ານທີ່ຖືວ່າ ເຮັດດີ ກະຍ້ອນວ່າ ຄວາມເອົາໃຈໃສ່ຂອງຄະນະກຳມະການຂັ້ນ ເມືອງ-ຂັ້ນແຂວງ ແລະອຳນາດການປົກຄອງບ້ານ ຖຶວ່າ ບ້ານໃດທີ່ວ່າ ຂາດການປະສານງານຂອງຄູກັບອຳນາດການປົກຄອງ ມີການຄ່ອງແຄ່ວ ຖືວ່າ ບ້ານນັ້ນ ຖືວ່າ ເຮັດໄດ້ດີ.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG