ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການລັກເອົາ ເດັກຍິງມົ້ງ ໄປເປັນເຈົ້າສາວ ໄດ້ສືບທອດກັນມາ ຕັ້ງແຕ່ປູ່ຍ່າ ໃນປະຊາຄົມ ລາວມົ້ງ


ບັນດາຊົນເຜົ່າມົ້ງ ທີ່ເປັນບ້ານແບບຢ່າງ ດ້ານວັດທະນະທຳ.
ບັນດາຊົນເຜົ່າມົ້ງ ທີ່ເປັນບ້ານແບບຢ່າງ ດ້ານວັດທະນະທຳ.

ເລື້ອງການສ້າງຄອບຄົວ ສຳລັບໝົດທຸກຄົນແລ້ວ ຈະເປັນເລື້ອງທີ່ຍິ່ງ ໃຫຍ່ໃນຊີວິດ
ໂດຍ ສະເພາະຄູ່ສົມລົດ ພ້ອມດ້ວຍຄອບຄົວ ຂອງທັງສອງກ້ຳ ສອງຝ່າຍ ແລະຈະຕ້ອງ
ມີການວາງແຜນຮ່ວມກັນລ່ວງໜ້າໄວ້ເປັນປີ. ແຕ່ສຳ ລັບແມ່ຍິງຊົນເຜົ່າມົ້ງບາງສ່ວນ
ເລື້ອງດັ່ງກ່າວນີ້ ອາດຈະບໍ່ໄດ້ຢູ່ໃນຫົວຄິດ ຂອງພວກເຂົາເຈົ້າເລີຍ ເພາະວ່າ ເລື້ອງ
ການສ້າງຄອບຄົວ ແມ່ນເປັນເລື້ອງ ທີ່ຍັງຢູ່ຫ່າງໄກສຳລັບພວກເຂົ້າເຈົ້າຢູ່ ແຕ່ດ້ວຍ
ປະເພນີ ສະພາບແວດລ້ອມ ແລະການເປັນຢູ່ ຂອງຄອບຄົວພວກເຂົາເຈົ້າ ຈຶ່ງໄດ້
ເຮັດໃຫ້ເລື້ອງດັ່ງກ່າວ ກາຍມາເປັນບັນຫາພາຍ ໃນຄອບຄົວ ໃນຊ່ວງເວລາທີ່ຊີວິດ
ຂອງການເຕີບ ໃຫຍ່ເປັນໄວລຸ້ນຂອງພວກເຂົາ ທີ່ກຳລັງໄຮ້ດຽງສາແລະຢູ່ໃນໄວຮ່ຳ
ຮຽນຢູ່ນັ້ນ ໄດ້ຢຸດລົງພາຍໃນຄ່ຳຄືນດຽວ ຊຶ່ງ ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ
ກ່ຽວກັບເລື້ອງທີ່ລະອຽດອ່ອນນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ກ່ອນອື່ນໝົດ ພວກເຮົາຄວນມາວິເຄາະເລື້ອງນີ້ ໃນຫຼາຍດ້ານຂອງຕົ້ນຕໍເຫດການທີ່
ກຳລັງ ເກີດຂຶ້ນໃນປະຊາຄົມແມ່ຍິງຊາວມົ້ງ ໂດຍສະເພາະໃນສື່ສັງຄົມ. ໃນປັດຈຸບັນນີ້
ຖ້າຫາກທ່ານຊອກຫາເບິ່ງວີດີໂອ ໃນສື່ສັງຄົມເຊັ່ນ ເຟສບຸກ ຫຼື ຢູທູບ ໃນຫົວຂໍ້ເຈົ້າສາວ
ເດັກ ຫຼື Child Brides ທ່ານກໍຈະໄດ້ເຫັນຫຼາກຫຼາຍ ວີດີໂອ ຂອງເດັກຍິງຊາວມົ້ງ ກຳ
ລັງຖືກຝ່າຍຊາຍ ຜູ້ທີ່ຫວັງຢາກໄດ້ຕົນມາເປັນພັນລະຍາ ໂດຍໃຊ້ກຳລັງດຶງເອົາໄປ
ຕໍ່ໜ້າຕໍ່ຕາຂອງຜູ້ປົກຄອງແລະຝຸງຄົນພາຍ ໃນຊຸມຊົນ. ສຳລັບຜູ້ທີ່ໄດ້ຊົມ ວີດີໂອ ໂດຍ
ທົ່ວໄປແລ້ວ ກໍອາດຈະຮູ້ສຶກຫົດຫູ່ໃຈ ແລະແປກໃຈ ຫຼືອາດຈະບໍ່ເຂົ້າໃຈ ໃນສິ່ງທີ່ກຳລັງ
ເກີດຂຶ້ນ ແຕ່ສຳລັບຊາວມົ້ງແລ້ວ ມັນເປັນເລື້ອງທຳມະດາ ສ່ວນໃນສາຍຕາຂອງຊາວ
ຕ່າງປະເທດ ມັນເປັນ ເລື້ອງຂອງການລະເມີດສິດທິມະນຸດ.

ອີງຕາມລາຍງານສະບັບນຶ່ງ ທີ່ນຳອອກເຜີຍແຜ່ເມື່ອເດືອນຕຸລາປີກາຍນີ້ ໂດຍ The
Lily ທີ່ເປັນໜັງສືພິມເພື່ອແມ່ຍິງ ໄດ້ລາຍງານກ່ຽວກັບ ເຫດການລັກ​ຈັບໂຕໄປເປັນ
ເຈົ້າສາວຂອງພວກເດັກຍິງມົ້ງອາຍຸ ລະຫວ່າງ 12 ຫາ 17 ປີ ໃນ ແຂວງຕ່າງໆ ທາງ
ພາກເໜືອຂອງລາວ. ລາຍງານນີ້ ກ່າວວ່າ ອີງຕາມອົງການ ຕໍ່ຕ້ານການຄ້າມະນຸດ
ສາກົນ ຫຼືເອີ້ນຫຍໍ້ວ່າ ECPAT 57 ເປີເຊັນຂອງແມ່ຍິງ ມົ້ງ ຈະຕົກເປັນຜູ້ເຄາະຮ້າຍ
ຂອງການຖືກລັກໂຕໄປເປັນເຈົ້າສາວ ໃນລະຫວ່າງ ອາຍຸ 12 ຫຼື 13 ປີ. ລາຍງານອ້າງ
ອີກວ່າ ເຫດການນີ້ ເກີດຂຶ້ນຢ່າງຫຼວງຫຼາຍ ພາຍໃນກຸ່ມປະຊາຄົມມົ້ງ ບໍ່ພຽງແຕ່ໃນລາວ
ເທົ່ານັ້ນ ມັນຍັງເກີດຂຶ້ນ ໃນຫວຽດ-ນາມນຳດ້ວຍ ແລະນັກຊ່ຽວຊານ ໃນດ້ານປະຊາຄົມ
ມົ້ງ ກໍໄດ້ອ້າງວ່າເປັນຮີດຄອງ ປະເພນີທີ່ສືບທອດກັນມາແຕ່ດຶກດຳບັນ.

ທ່ານນາງ ໄມວຽງ ລາວຢ່າງປໍ້ ນັກທຸລະກິດ ດ້ານກະສິກຳ ຜູ້ທີ່ໄດ້ປະສົບຄວາມສຳເລັດ ຈາກແຂວງຊຽງຂວາງ
ທ່ານນາງ ໄມວຽງ ລາວຢ່າງປໍ້ ນັກທຸລະກິດ ດ້ານກະສິກຳ ຜູ້ທີ່ໄດ້ປະສົບຄວາມສຳເລັດ ຈາກແຂວງຊຽງຂວາງ

ເພື່ອຫາຄວາມກະຈ່າງແຈ້ງສຳລັບເຫດການດັ່ງກ່າວ ວີໂອເອລາວ ຈຶ່ງໄດ້ສອບ ຖາມໄປ
ຍັງ ທ່ານນາງ ໄມວຽງ ລາວຢ່າງປໍ້ ນັກທຸລະກິດໃນດ້ານກະສິກຳເຊັ່ນ ການປູກຝັງ ແລະ
ລ້ຽງສັດ ຜູ້ທີ່ເປັນຊົນເຜົ່າມົ້ງຈາກແຂວງຊຽງຂວາງ ທີ່ໄດ້ປະ ສົບຜົນສຳເລັດ ແລະໃນປັດ
ຈຸບັນນີ້ ຕັ້ງຖິ່ນຖານຢູ່ໃນນະຄອນວຽງຈັນ ໄດ້ໃຫ້ ການຢືນຢັນກ່ຽວກັບເລື້ອງດັ່ງກ່າວນີ້
ວ່າ:

ການລັກເອົາໂຕຍິງສາວໄປເປັນເຈົ້າສາວ ເກີດຂຶ້ນໃນຫຼາຍຮູບແບບ ຫຼາຍກໍລະນີ ບໍ່ວ່າ ຈະເປັນການບັງຄັບດ້ວຍການໃຊ້ກຳລັງດຶງເອົາໄປ ຫຼືບຸກເຂົ້າໄປລັກເອົາ ຢູ່ໃນເຮືອນ
ຂອງຍິງສາວ ໃນຍາມກາງຄືນກໍມີ ແລະໃນແຕ່ລະເຫດການ ພວກຍິງສາວສ່ວນໃຫຍ່
ຈະຮູ້ຈັກກັບຄູ່ກໍລະນີ ບາງຄົນອາດຈະເຕັມໃຈໄປກັບຜູ້ບ່າວ ບາງສ່ວນກໍອາດຈະບໍ່ເຕັມ
ໃຈ ຊຶ່ງເປັນການປະຕິບັດກັນມາ ຕັ້ງແຕ່ສະໄໝປູ່ຍ່າຕາຍາຍ ແຕ່ຂ້າພະເຈົ້າຍັງແປກໃຈ
ວ່າ ເປັນຫຍັງພໍ່ແມ່ຂອງຝ່າຍແມ່ຍິງ ຈຶ່ງບໍ່ ຕໍ່ວ່າຫຼືຄັດຂວາງຝ່າຍຊາຍ ທ່ານນາງ ໄມວຽງ
ໄດ້ໃຫ້ຄຳອະທິບາຍວ່າ:

ໃນເມື່ອຝ່າຍຊາຍໄດ້ລັກເອົາໂຕຍິງສາວໄປແລ້ວ ຂ້າພະເຈົ້າຈຶ່ງສອບຖາມ ທ່ານນາງ
ໄມວຽງ ຕໍ່ໄປວ່າ ພໍ່ແມ່ຂອງຝ່າຍຍິງເຮັດຈັ່ງໃດ? ແລ້ວຝ່າຍຊາຍເດ້ ລາວ ເອົາຍິງສາວ
ມົ້ງໄປໃສ? ທ່ານນາງຕອບວ່າ:

ຍ້ອນວ່າມັນເປັນຮີດຄອງປະເພນີຂອງຊົນເຜົ່າມົ້ງທີ່ໄດ້ປະຕິບັດສືບທອດກັນມາຕະ
ຫຼອດ ຈົນຕົກມາຮອດລູກຮອດຫຼານ ໃນປັດຈຸບັນນີ້ ແລະໃນສະໄໝເກົ່າການພັດທະ
ນາຍັງໄປບໍ່ທົ່ວເຖິງປະຊາຊົນຢູ່ໃນເຂດຊົນນະບົດ ດັັ່ງນັ້ນປະຊາຊົນທີ່ອາໄສຢູ່ນອກ
ເຂດຕົວເມືອງ ຕາມຊົນນະບົດ ຈຶ່ງຂາດແຄນໃນດ້ານການຮັບຮູ້ເຖິງກົດໝາຍ ແລະ
ໂລກພາຍນອກ ແຕ່ຕົກມາເຖິງປັດຈຸບັນນີ້ທາງການແລະອຳນາດ ການປົກຄອງທ້ອງ
ຖິ່ນ ກໍໄດ້ເຜີຍແຜ່ສຶກສາອົບຮົມ ໃນດ້ານການເຄົາລົບກົດໝາຍ ແລະໃຫ້ການຊ່ອຍ
ເຫຼືອແກ້ໄຂໄກ່ເກ່ຍບັນຫາທີ່ເກີດຂຶ້ນ ດັ່ງທີ່ທ່ານນາງ ໄມວຽງ ໄດ້ກ່າວວ່າ:

ສ່ວນວ່າ ກໍລະນີຂອງຝ່າຍຊາຍ ບໍ່ຍອມລົດລະເດ້ ຄືວ່າ ໄດ້ຕັດສິນໃຈເດັດຂາດ ແລ້ວ
ຢາກຈະເອົາມາເປັນເມຍໃຫ້ໄດ້ເດ້ ຈະເປັນຈັ່ງໃດ? ທ່ານນາງຕອບວ່າ:

ເຖິງຢ່າງໃດກໍຕາມ ບັນຫາເລື້ອງຂອງຄວາມຮັກນັ້ນ ມັນເປັນເລື້ອງທີ່ລະອຽດອ່ອນ ແລະ
ສະຫລັບຊັບຊ້ອນ ທີ່ຫາທາງອອກໄດ້ຍາກ ເຊັ່ນໃນຫຼາຍໆກໍລະນີ ແມ່ຍິງຜູ້ທີ່ບໍ່ພ້ອມ ຫຼື
ບໍ່ເຕັມໃຈ ໄປເປັນພັນລະຍາອາດຕັດສິນໃຈ ດັບຊີວິດຂອງ ຕົນເອງກໍເປັນໄດ້ ແລະບາງ
ສ່ວນກໍຕ້ອງຝືນໃຈໄປເປັນພັນລະຍາ ເພາະບໍ່ມີ ທາງເລືອກອື່ນ ດັ່ງທີ່ ທ່ານນາງໄມວຽງ
ໃຫ້ການຢືນຢັນວ່າ:

ສ່ວນພວກຍິງສາວຜູ້ທີ່ເຕັມໃຈໄປເປັນພັນລະຍາຂອງຝ່າຍຊາຍ ໃນທີ່ສຸດກໍໄດ້ສ້າງຕັ້ງ
ຄອບຄົວຕາມຮີດຄອງປະເພນີ ໂດຍການຈັດງານດອງ ຫຼັງຈາກທີ່ທັງ ສອງຄອບຄົວໄດ້
ຕົກລົງເຫັນດີນຳກັນ ດັ່ງທີ່ທານນາງໄມວຽງໄດ້ສະລຸບວ່າ:

ທ່ານນາງ ໄມວຽງ ພ້ອມດ້ວຍສາມີ
ທ່ານນາງ ໄມວຽງ ພ້ອມດ້ວຍສາມີ

ເຖິງຢ່າງໃດກໍດີ ເຫດການລັກເອົາແມ່ຍິງໄປເປັນເຈົ້າສາວ ໃນປະຊາຄົມຊາວມົ້ງ ມີແນວ
ໂນ້ມທີ່ຈະເກີດຂຶ້ນຢູ່ຕໍ່ໄປ ຕາບໃດທີ່ ປະຊາຊົນຜູ້ຢູ່ຫ່າງໄກສອກຫລີກ ບໍ່ໄດ້ຮັບການ
ພັດທະນາໃນແຕ່ລະດ້ານ ແລະການບັງຄັບໃຊ້ກົດໝາຍບໍ່ທົ່ວເຖິງ ແລະບໍ່ເຂັ້ມງວດຂຶ້ນ ກວ່າເກົ່າ.

XS
SM
MD
LG