ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ທີມ ແຄນຊັສ ຊີຕີ້ ຊີບຟ໌ ແລະ ຟີລາເດລເຟຍ ອີໂກລ໌ ຜ່ານສູ່ຮອບຊິງແຊ້ມ ຊຸບເປີ້ ໂບລ


ຂັນລາງວັນ ຊຸບເປີ້ ໂບລ ຕັ້ງສະຫງ່າຢູ່ທີ່ ອາຄານ ລັດຖະສະພາສະຫະລັດ ອາເມຣິກາ
ຂັນລາງວັນ ຊຸບເປີ້ ໂບລ ຕັ້ງສະຫງ່າຢູ່ທີ່ ອາຄານ ລັດຖະສະພາສະຫະລັດ ອາເມຣິກາ

ທີມ ແຄນຊັສ ຊີຕີ້ ຊີບຟ໌ ແລະ ຟີລາເດລເຟຍ ອີໂກລ໌ ກຽມປະເຊີນໜ້າກັນໃນ ຮອບຊິງຊະນະເລີດ ຊຸບເປີ້ ໂບລ ຂອງ National Football League ໂດຍ ທີ່ ຊີບຟ໌ ຫວັງວ່າ ຈະກາຍເປັນທີມທຳອິດທີ່ຄ້ວາແຊ້ມໄດ້ສາມສະໄໝຕິດຕໍ່ກັນ ແລະ ອີໂກລ໌ ພະຍາຍາມທີ່ຈະແກ້ມືກັບຄວາມພ່າຍແພ້ເມື່ອສອງປີກ່ອນ.

ທີມ ຊີບຟ໌ ເຂົ້າສູ່ເກມຊິງຊະນະເລີດ ໃນວັນທີ 9 ກຸມພາ ຈະມາເຖິງນີ້ ຢູ່ທີ່ ນິວອໍລີນ ດ້ວຍການເອົາຊະນະທີມ ບັບໂຟໂລ ບີລ 32-29 ເມື່ອຄືນວັນອາທິດວານນີ້.

ທ້າວ ແພດທຣິກ ມະໂຮມສ໌ ຄວາເຕີຣ໌ແບກ ດາວເດັ່ນຂອງ ແຄນຊັສ ຊີຕີ້ ແລ່ນເຂົ້າເສັ້ນຂອງຄູ່ແຂ່ງທີ່ເອີ້ນວ່າ ທັສດາວ ໄດ້ສອງຄັ້ງ ແລະເຮັດຄະແນນອີກຄັ້ງເພື່ອຜ່ານເຂົ້າສູ່ຮອບຊິງ ຊຸບເປີ້ ໂບລ ເປັນຄັ້ງທີຫ້າ ໃນຮອບຫົກປີ.ຊຶ່ງລວມເຖິງ ຊຸບເປີ້ ໂບລ ປີ 2023 ທີ່ ທີມຊີບຟ໌ ເອົາຊະນະ ທີມ ອີໂກລ໌ ໄປໄດ້ 38-35.

ທີມອີໂກລ ໄດ້ຜ່ານເຂົ້າໄປຊິງແຊ້ມ ຊຸບເປີ້ ໂບລ ໄດ້ ດ້ວຍການເອົາຊະນະ ທີມ ວໍຊິງຕັນ ຄອມແມນເດີ້ຣ໌ ຢ່າງຄາດລອຍ 55-23 ໃນວັນອາທິດວານນີ້.

ທີມຟີລາເດລເຟຍ ສາມາດເຮັດຄະແນນໄດ້ຕໍ່ທີມ ວໍໍຊິງຕັນ 21-0 ໃນເວລາສ່ວນຄວາເຕິ້ສຸດທ້າຍຂອງເກມ ແລ້ວຈຶ່ງເອົາຊະນະໄປໄດ້.

ທ້າວ ເຈເລນ ເຮີດສ໌ ຫຼິ້ນຕຳແໜ່ງຄວາເຕີ້ແບກ ຂອງ ທີມອີໂກລ ແລ່ນທັສດາວໄດ້ສາມຄັ້ງ ແລະ ເຮັດທັສດາວໄດ້ອີກນຶ່ງຄັ້ງ ຈາກການແກວ່ງບານກາງອາກາດ. ຂະນະທີ່ ທ້າວ ເຊຄວນ ບາກຣ໌ລີ ແລ່ນ ທັສດາວໄດ້ສາມຄັ້ງ.

ພວກຜູ້ກຳນົດແຕ້ມຕໍ່ຂອງເກມ ໄດ້ໃຫ້ ທີມແຄນຊັສ ຊີຕີ້ ຊີບຟ໌ ກາຍເປັນທີມເກັ່ງພຽງເລັກນ້ອຍ ໃນຊ່ວງຕົ້ນຂອງເກມ ຊຸມເປີ້ ໂບລ.

ອ່ານຂ່າວເປັນພາສາອັງກິດ

The Kansas City Chiefs and Philadelphia Eagles are set to face off in the National Football League’s Super Bowl, with the Chiefs looking to become the first team to win three consecutive championships and the Eagles trying to avenge their loss from two years ago.

The Chiefs reached the February 9 championship game in New Orleans with a 32-29 win on Sunday night over the Buffalo Bills.

Kansas City’s star quarterback Patrick Mahomes ran for two touchdowns and threw for another score to reach his fifth Super Bowl in six years. That included the 2023 Super Bowl in which the Chiefs defeated the Eagles 38-35.

The Eagles earned their Super Bowl spot with a resounding 55-23 win Sunday over the Washington Commanders.

Philadelphia outscored Washington 21-0 in the game’s final quarter to secure the victory.

Eagles quarterback Jalen Hurts ran for three touchdowns and added another through the air, while running back Saquon Barkley added three rushing touchdowns.

Oddsmakers made Kansas City the narrow early favorite for the game.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG