ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ສັງເກດການ ຂອງສະຫະປະຊາຊາດ ອອກໄປຈາກກຸງ Damascus ແລ້ວ (ສະໄລດ໌ ກັບວີດິໂອ)


ນາຍພົນ Babacar Gaye ຊຶ່ງເປັນຊາວ ເຊນາການ ຫົວໜ້າທີມສັງເກດການຂອງສະຫະປະຊາຊາດຢູ່ໃນຊີເຣຍ ໄດ້ອອກຈາກນະຄອນຫລວງ Damascus ໄປ ແລ້ວ ໃນວັນເສົາ ທີ 25 ສິງຫາ ມື້ນີ້.
ນາຍພົນ Babacar Gaye ຊຶ່ງເປັນຊາວ ເຊນາການ ຫົວໜ້າທີມສັງເກດການຂອງສະຫະປະຊາຊາດຢູ່ໃນຊີເຣຍ ໄດ້ອອກຈາກນະຄອນຫລວງ Damascus ໄປ ແລ້ວ ໃນວັນເສົາ ທີ 25 ສິງຫາ ມື້ນີ້.
ຫົວໜ້າທີມສັງເກດການຂອງສະຫະປະຊາຊາດຢູ່ໃນຊີເຣຍ
ຊຶ່ງປັດຈຸບັນນີ້ ໄດ້ ໝົດກໍານົດໃນການປະຕິບັດງານແລ້ວນັ້ນ ໄດ້ເດີນທາງອອກຈາກນະຄອນຫຼວງ Damascus ແລ້ວ.

ນາຍພົນ Babacar Gaye ໄດ້ອອກຈາກນະຄອນຫລວງ Damascus ໄປ ແລ້ວ ໃນວັນເສົາມື້ນີ້.

ພວກຜູ້ສັງເກດການ ທີ່ໄດ້ຖືກສົ່ງປະຕິບັດງານຢູ່ຊີເຣຍໃນຖານະ
ທີ່ເປັນສ່ວນນຶ່ງຂອງແຜນ ຫົກຂໍ້ ຂອງທ່ານ Kofi Annan ອະ
ດີດທູດພິເສດຂອງສະຫະປະຊາຊາດ ແລະສັນນິບາດຊາດອາ
ຣັບ ເພື່ອກໍາກັບນຳການຢຸດຍິງທີ່ຍັງບໍ່ໄດ້ເກີດຂຶ້ນເລີຍນັ້ນ. ພາ
ລະກິດການປະຕິ ບັດງານ ໄດ້ສິ້ນສຸດລົງໃນວັນອາທິດແລ້ວນີ້.


ອົງການສະຫະປະຊາຊາດ ຍັງຈະສືບຕໍ່ຮັກສາຫ້ອງການພົວພັນທາງການເມືອງ ຢູ່ໃນກຸງ Damascus ເພື່ອສະໜັບສະໜູນການດໍາເນີນຄວາມພະຍາຍາມຫາ ທາງໄກ່ເກ່ຍ ຂອງຜູ້ໄປຮັບຕຳແໜ່ງໃໝ່ ແທນທ່ານ Annan ຊຶ່ງໄດ້ແກ້ທ່ານ Lakhdar Brahminin ອະດີດນັກການທູດອະວຸໂສຈາກອານເຈເຣຍນັ້ນ.

ໃນວັນສຸກວານນີ້ ກອງກໍາລັງຂອງຊີເຣຍ ໄດ້ລະດົມຍິງໂຈມຕີເປົ້າໝາຍຕ່າງໆ ໃນເຂດ ຊານເມືອງຂອງກຸງ Damascus ໃນການພະຍາຍາມທີ່ຈະຂັບໄລ່ພວກກະບົດອອກໄປ ໃນຂະນະທີ່ການປະທ້ວງຕໍ່ຕ້ານລັດຖະບານໄດ້ ລະເບີດຂຶ້ນໃນຕົວເມືອງອື່ນອີກຫລາຍ ແຫ່ງ.

ເບິ່ງສະໄລດ໌ ຮູບກ່ຽວກັບການສູ້ລົບກັນ ຢູ່ຊີເຣຍ

ກ່ຽວຂ້ອງກັນ

XS
SM
MD
LG