ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອິສຣາແອລ ສາມາດໃຊ້ຂີ້ໄກ່ ຜະລິດ ພະລັງງານໄຟຟ້າ ແທນຖ່ານຫີນ ໄດ້


ຟາມລ້ຽງໄກ່ແກ່ງນຶ່ງໃນອິສຣາແອລ
ຟາມລ້ຽງໄກ່ແກ່ງນຶ່ງໃນອິສຣາແອລ

ໂຮງງານຜະລິດພະລັງງານໄຟຟ້າທີ່ໃຊ້ຖ່ານຫີນ ປ່ອຍອາຍພິດເຮືອນແກ້ວຂຶ້ນໄປໃນ
ອາກາດ ຊຶ່ງເຮັດໃຫ້ເປັນມົນລະພິດ ແລະປະກອບສ່ວນເຮັດໃຫ້ມີການປ່ຽນແປງຂອງ
ດິນຟ້າອາກາດ. ແຕ່ວ່າ 10 ເປີເຊັນຂອງຖ່ານຫີນທີ່ໃຊ້ໃນສະຖານີຕ່າງໆ ສາມາດໃຊ້
ຂີ້ໄກ່ແທນໄດ້. Deborah Block ນັກຂ່າວວີໂອເອ ມີລາຍງານກ່ຽວກັບເລື່ອງນີ້, ຊຶ່ງ
ບົວສະຫວັນຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ຢູ່ໃນອິສຣາແອລນີ້ ໄກ່ສາມາດຊ່ວຍໃນການເຮັດເຊື້ອໄຟ ໃຫ້ແກ່ສະຖານີຜະລິດໄຟຟ້າ
ຕ່າງໆໄດ້. ມັນເປັນເຊັ່ນນັ້ນກໍຍ້ອນວ່າ ພວກນັກຄົ້ນຄວ້າໄດ້ສ້າງວິທີ ເພື່ອຈະຫັນປ່ຽນ ເອົາສິ່ງເສດເຫລືອຈາກສັດປີກ ໃຫ້ເປັນເຊື້ອໄຟມວນຊີວະພາບທີ່ຕິດໄຟງ່າຍ.

ດຣ. ອາມິດ ກຣັອສ (Amit Gross), ສາດສະດາຈານ ທີ່ມະຫາວິທະຍາໄລ ເບັນ
ກູຣີອອນ (Ben Gurion) ເວົ້າວ່າ "ຖ້າຈະເວົ້າແລ້ວ ພວກເຮົາລອງເອົາຂີ້ໄກ່ໃສ່ໃນໝໍ້
ອົບທີ່ມີພະລັງດັນໜ່ວຍນຶ່ງ, ແລະພວກເຮົາເຮັດໃຫ້ມັນຮ້ອນເຖິງ 250 ອົງສາ ແຊນ
ຊຽດສ໌ລອງເບິ່ງ. ຢູ່ໃນຂັ້ນຕອນດັ່ງກ່າວນີ້ ນໍ້າໄດ້ກັບກາຍມາເປັນສິ່ງທີ່ມີປະຕິກິລິຍາ
ໂຕ້ຕອບອີ່ຫລີ ແລະຂະບວນການທາງເຄມີກໍຈະເກີດຂຶ້ນຢູ່ໃນໝໍ້ໜ່ວຍນີ້ ຫລືໝໍ້ອົບ
ທີ່ມີຄວາມດັນໜ່ວຍນີ້ ໂດຍໄດ້ເຮັດໃຫ້ສິ່ງເສດເຫລືອແບບທໍາມະຊາດ ໃຫ້ກັບກາຍ
ມາເປັນວັດຖຸທີ່ຄ້າຍຄືກັນກັບຖ່ານຫີນ."


ນອກຈາກການຊອກຫາສິ່ງທີ່ມາໃຊ້ແທນ ໃຫ້ເຊື້ອໄຟທີ່ໄດ້ມາຈາກຊາກພືດ ແລະຊາກ
ສັດເພື່ອຜະລິດພະລັງງານໄຟຟ້ານັ້ນ, ພວກນັກຄົ້ນຄວ້າ ຍັງໄດ້ນໍາເອົາຂີ້ໄກ່ ມາຈາກ
ຟາມເພື່ອມາໃຊ້ໃຫ້ເປັນປະໂຫຍດ.

ທ່ານນາງ ວີວຽນ ມາວ (Vivian Mau), ນັກຄົ້ນຄວ້າຈາກມະຫາວິທະຍາໄລ ເບັນ
ກູຣີອອນ (Ben Gurion) ເວົ້າວ່າ “ສະນັ້ນ, ສິ່ງເສດເຫລືອນີ້ ຍັງມີຢູ່ໜີ້ ແລະປະ
ລິມານຂອງມັນຈະເພີ້ມຂຶ້ນເລື້ອຍໆ ແລະພວກເຮົາຕ້ອງມີວິທີແກ້ໄຂມັນ. ພວກ
ເຮົາບໍ່ສາມາດເຮັດຫຍັງກັບມັນໄດ້ ນອກຈາກຈະເອົາມັນມາຫັນປ່ຽນໃຫ້ເປັນພະ
ລັງງານທີ່ສາມາດໃຊ້ແທນເຊື້ອໄຟທີ່ໄດ້ມາຈາກຊາກພືດ ແລະຊາກສັດ ຊຶ່ງເປັນ
ຄວາມຄິດທີ່ດີທີ່ສຸດ."

ຜົນສໍາເລັດໃນທີ່ນີ້ ສາມາດນໍາໄປສູ່ການນໍາໃຊ້ສິ່ງເສດເຫລືອຊະນິດອື່ນໆ ແບບໃໝ່
ໄດ້ອີກ.

ດຣ. ອາມິດ ກຣັອສ (Amit Gross) ກ່າວມ້ວນທ້າຍວ່າ "ຖ້າຫາກພວກເຮົານໍາເອົາອາ
ຈົມຂອງຄົນມາໃສ່ໃນຫັ້ນລອງເບິ່ງ ແລ້ວມັນກໍຈະເປັນໄປໄດ້ທີ່ພວກເຮົາຈະສາມາດ
ຮັກສາເລື່ອງສຸຂະອະນາໄມຢູ່ໃນເຂດຊົນນະບົດໄດ້, ຫັນປ່ຽນສິ່ງເສດເຫລືອຂອງ
ພວກເຂົາເຈົ້າໃຫ້ເປັນວັດຖຸທີ່ຄ້າຍຄືກັບຖ່ານຫີນທີ່ສາມາດໃຊ້ເປັນພະລັງງານ ຫລື
ໃຊ້ເພື່ອດັດແປງຂີ້ດິນໄດ້ ແລະກໍສາມາດປັບປຸງບັນຫາສຸຂະອະນາໄມໄດ້ອີກດ້ວຍ ຢູ່ໃນໝູ່ບ້ານເຫລົ່ານີ້."


ສໍາລັບໄລຍະຍາວແລ້ວ, ພວກນັກຄົ້ນຄວ້າທັງຫລາຍຫວັງວ່າ ຂີ້ໄກ່ທີ່ໄດ້ຮັບການກັ່ນໃຫ້
ດີແລ້ວ ກໍຈະສາມາດຊ່ວຍໃນການຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວຢູ່ທົ່ວໂລກ
ລົງໄດ້ຢ່າງຫລວງຫລາຍ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

Chicken Waste Could Generate Power Plant Electricity
please wait

No media source currently available

0:00 0:01:33 0:00

XS
SM
MD
LG