ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະຄອນ ຊິຄາໂກ ຈະຟ້ອງຮ້ອງ ລັດຖະບານທ່ານ ທຣຳ ກ່ຽວກັບ ການຂົ່ມຂູ່ວ່າຈະ ຕັດເງິນທຶນ ລັດຖະບານກາງ


ເຈົ້າຄອງນະຄອນ ຊິຄາໂກ ທ່ານ Rahm Emanuel.
ເຈົ້າຄອງນະຄອນ ຊິຄາໂກ ທ່ານ Rahm Emanuel.

ນະຄອນ ຊິຄາໂກ ຈະຟ້ອງຮ້ອງລັດຖະບານທ່ານ ທຣຳ ຍ້ອນ ການຂົ່ມຂູ່ທີ່ວ່າ ຈະຕັດ
ເງິນທຶນລັດຖະບານກາງບາງສ່ວນອອກຈາກການຊ່ອຍເຫຼືອ ສຳລັບສິ່ງທີ່ຮຽກວ່າ ເມືອງ
ທີ່ບໍ່ບັງຄັບໃຊ້ກົດໝາຍຄົນເຂົ້າເມືອງ ທີ່ສະໜອງການຂໍລີ້ໄພຕໍ່ຄົນເຂົ້າເມືອງຜິດກົດ
ໝາຍ.

ເຈົ້າຄອງນະຄອນ ຊິຄາໂກ ສັງກັດພັກເດໂມແຄຣັດ ທ່ານ Rahm Emanuel ກ່າວວ່າ
ນະຄອນ ຊິຄາໂກ ຈະຮ່າງຄຳຮ້ອງທຸກ ຂອງເຂົາເຈົ້າໃນວັນຈັນມື້ນີ້.

ທ່ານ Emanuel ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວເມື່ອວັນອາທິດວານນີ້ວ່າ “ນະ
ຄອນ ຊິຄາໂກ ຈະບໍ່ປ່ອຍໃຫ້ເຈົ້າໜ້າທີ່ຂອງພວກເຮົາ ກາຍເປັນເຄື່ອງມືທາງການ
ເມືອງ ໃນການໂຕ້ແຍ້ງກັນ. ຊິຄາໂກ ຈະບໍ່ປ່ອຍໃຫ້ສິດທິພື້ນຖານຂອງປະຊາຊົນຂອງ
ພວກເຮົາຖືກປະປ່ອຍໃຫ້ຢູ່ໂດດດ່ຽວ ແລະ ຖືກລ່ວງລະເມີດ. ແລະ ຊິຄາໂກ ຈະບໍ່ມີວັນ
ລົ້ມເລີກສະຖານະຂອງພວກເຮົາວ່າເປັນເມືອງແຫ່ງການຮັບຕ້ອນ.”

ລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ ທ່ານ Jeff Sessions ກ່າວວ່າ ກະຊວງຍຸຕິ
ທຳ ຈະລະງັບໂຄງການທຶນຊ່ວຍເຫຼືອດ້ານຍຸຕິທຳຈາກເມືອງຕ່່າງໆທີ່ບໍ່ປະຕິບັດຕາມ
ຄໍາຮຽກຮ້ອງໃໝ່ ກ່ຽວກັບ ຄົນເຂົ້າເມືອງ. ເທດສະບານຕ່າງໆທີ່ຮູ້ຈັກກັນວ່າເປັນເມືອງ
ທີ່ບໍ່ບັງຄັບໃຊ້ກົດໝາຍຄົນເຂົ້າເມືອງ ແມ່ນພວກທີ່ປະຕິເສດ ບໍ່ຮ່ວມມືກັບຄໍາຮຽກຮ້ອງ
ຂອງລັດຖະບານກາງ ເພື່ອຄວບຄຸມ ແລະ ຈັບຄົນຕ່າງປະເທດ ກ່ຽວກັບ ຂໍ້ກ່າວຫາທີ່ບໍ່
ກ່ຽວຂ້ອງກັບຖານະຄົນເຂົ້າເມືອງຂອງພວກເຂົາ, ຈົນກວ່າວ່າ ບັນດາເຈົ້າໜ້າທີ່ບັງຄັບ
ໃຊ້ກົດໝາຍຄົນເຂົ້າເມືອງຈະສາມາດຄວບຄຸມຕົວ ແລະ ອາດຈະໄດ້ສົ່ງພວກເຂົາອອກ
ຈາກປະເທດ.

ນະຄອນ ຊິຄາໂກ ໄດ້ໃຊ້ເງິນຊ່ວຍເຫຼືອດ້ານຍຸຕິທຳໃນເວລາທີ່ຜ່ານມາ ເພື່ອຊື້ອຸປະ
ກອນຕ່າງໆໃຫ້ກົມຕຳຫຼວດ. ທ່ານ Sessions ໄດ້ປະກາດວ່າ ເມືອງໃດທີ່ຂໍເອົາໂຄງ
ການດັ່ງກ່າວໃນປີນີ້ ຕ້ອງບັນລຸຂໍ້ຮຽກຮ້ອງທີ່ວ່າ: ຕ້ອງອະນຸຍາດໃຫ້ເຈົ້າໜ້າທີ່ຮັກສາ
ຄວາມປອດໄພພາຍໃນ ສະຫະລັດ ເຂົ້າໄປໃນຄຸກ ແລະ ສອບຖາມສັນຊາດຂອງນັກ
ໂທດ, ແລະ ເຂົາເຈົ້າກໍຈະຖືກຮຽກຮ້ອງໃຫ້ແຈ້ງໃຫ້ບັນດາເຈົ້າໜ້າທີ່ລັດຖະ ບານກາງ
ຊາບພາຍໃນ 48 ຊົ່ວໂມງ ກ່ອນຜູ້ລ່ວງລະເມີດການເຂົ້າເມືອງທີ່ຕ້ອງສົງໄສ ຈະຖືກ
ປ່ອຍຕົວຈາກການຄວບຄຸມຕົວໃນທ້ອງຖິ່ນ.

ຄາດວ່າຄຳຮ້ອງຟ້ອງຂອງນະຄອນ ຊິຄາໂກ ຈະຖືກໂຕ້ຖຽງວ່າ ກະຊວງຍຸຕິທຳຊຶ່ງຈະ
ລວມເອົາຄຸກຕ່າງໆໃນທ້ອງຖິ່ນໃຫ້ເປັນຂອງລັດຖະບານກາງ ແລະ ຮຽກຮ້ອງໃຫ້ອຳ
ນາດການປົກຄອງເມືອງທັງຫຼາຍ ລະເມິີດລັດຖະທຳມະນູນມາດຕາທີ 4 , ເຊິ່ງຕ້ອງ
ການເຫດຜົນທີ່ເໝາະສົມ ສຳລັບການຈັບກຸມ ແລະ ກີດກັ້ນສິ່ງທີ່ເຂົາເຈົ້າເອີ້ນວ່າ ການ
ກວດຄົ້ນ ແລະ ການຍຶດທີ່ບໍ່ມີເຫດຜົນ.

ເທົ່າເຖິງດຽວນີ້ ກະຊວງຍຸຕິທຳຍັງບໍ່ໄດ້ໃຫ້ຄຳເຫັນ ກ່ຽວກັບ ແຜນປະຕິບັດການທາງ
ກົດໝາຍຂອງນະຄອນ ຊິຄາໂກ ເທື່ອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG