ພາບວີດີໂອຈາກກ້ອງຕິດໂຕຂອງຕຳຫຼວດ ສະແດງໃຫ້ເຫັນພາບທີ່ໜ້າຕົກໃຈຂອງເດັກນ້ອຍຜູ້ຊາຍອາຍຸ 13 ປີ ປາກົດວ່າ ວາງປືນລົງ ແລະເລີ້ມທີ່ຈະຍົກມືສອງຂ້າງຂຶ້ນ ແລ້ວບໍ່ພໍເທົ່າໃດວິນາທີ ເຈົ້າໜ້າທີ່ຕຳຫຼວດນະຄອນຊິຄາໂກຍິງລາວເສຍຊີວິດ. ພາບບັນທຶກໃນຕອນກາງຄືນທີ່ເໜັງຕີງໄປມາຈາກກ້ອງຕິດໂຕຂອງຕຳຫຼວດ ທ່ານແອຣິກ ສຕີລແມນ ໄດ້ຖືກເປີດເຜີຍໃນວັນພະຫັດວານນີ້. ພາບຢຸດຢູ່ຈາກວີດີໂອສະແດງໃຫ້ເຫັນວ່າ ທ້າວອາດຳ ໂທລີໂດ ບໍ່ໄດ້ຖືຫຍັງເລີຍ ແລະມືສອງຂ້າງຂອງລາວໄດ້ຖືກຍົກຂຶ້ນເມື່ອຕຳຫຼວດ ສຕີລແມນ ຍິງໃສ່ໜ້າເອິກຂອງລາວໃນວັນທີ 29 ເດືອນມີນາ. ພາບວີດີໂອກ້ອງຕິດໂຕຂອງທ່ານສຕີລແມນ ສະແດງໃຫ້ເຫັນວ່າ ລາວກຳລັງແຍງໄຟໃສ່ປືນສັ້ນກະບອກນຶ່ງ ຢູ່ເທິງດິນໃກ້ໆກັບທ້າວໂທລີໂດ ຫຼັງຈາກທີ່ໄດ້ຍິງລາວແລ້ວ. ຜູ້ປົກຄອງນະຄອນຊິຄາໂກ ທ່ານນາງລໍຣີ ໄລຕ໌ຟຸດ ຮຽກຮ້ອງຕໍ່ມວນຊົນຈົ່ງໃຫ້ຢູ່ໃນຄວາມສະຫງົບ ອີງຕາມລາຍງານຂອງອົງການຂ່າວເອພີ.
ພາບຢຸດຢູ່ທີ່ໄດ້ເອົາມາຈາກກ້ອງຕິດໂຕຂອງເຈົ້າໜ້າທີ່ຕຳຫຼວດ ແອລຣິກ ສຕີລແມນ ທີ່ເໜັງຕີງໄປມາໃນຄຳຄືນນັ້ນ ສະແດງໃຫ້ເຫັນວ່າ ທ້າວໂທລີໂດ ບໍ່ໄດ້ຖືຫຍັງເລີຍ ແລະມືສອງຂ້າງຂອງລາວຍົກຂຶ້ນຢູ່ເມື່ອທ່ານສຕີລແມນ ຍິງລາວນຶ່ງລູກ ໃສ່ໜ້າເອິກໃນເວລາປະມານ 3 ໂມງເຊົ້າ ໃນວັນທີ 29 ມີນາ. ຕຳຫຼວດຜູ້ທີ່ໄດ້ຮັບລາຍງານວ່າ ມີການຍິງກັນຢູ່ໃນພື້ນທີ່ ແລ້ວໄປກວດເບິ່ງເຫດການ ກ່າວວ່າ ຊາຍໜຸ່ມມີປືນສັ້ນກະບອກນຶ່ງຕິດໂຕ ກ່ອນການຖືກຍິງ. ແລະພາບວີດີໂອຂອງທ່ານສຕີລແມນ ສະແດງໃຫ້ເຫັນວ່າ ລາວແຍງແສງໄຟໃສ່ປືນກະບອກນັ້ນຢູ່ເທິງດິນໃກ້ໆກັບທ້າວໂທລີໂດ ຫຼັງຈາກທີ່ລາວໄດ້ຍິງຜູ້ກ່ຽວ.
ການເປີດເຜີຍພາບວີດີໂອ ແລະວັດຖຸເອກະສານທັງຫຼາຍອື່ນໆຂອງການສືບສວນສອບສວນ ມີມາໃນຊ່ວງເວລາທີ່ມີຄວາມອ່ອນໄຫວ ໂດຍການດຳເນີນຄະດີໃນນະຄອນມິນເນອາໂປລິສ ຂອງອະດີດເຈົ້າໜ້າທີ່ຕຳຫຼວດແດເຣັກ ໂຊວິນ ໃນການເສຍຊີວິດຂອງທ້າວຈອຣຈ໌ ຟລຍດ໌ ນັ້ນແມ່ນກຳລັງດຳເນີນໄປ ແລະການຍິງສັງຫານທ້າວ ດອນເຕ້ ໄວຣຕ໌ ຊາຍຜິວດຳອີກຄົນນຶ່ງ ໂດຍຕຳຫຼວດ ຢູ່ໃນເມືອງນຶ່ງຂອງມິນເນອາໂປລິສ. ກ່ອນໜ້ານີ້ ຫ້ອງການພົນລະເຮືອນເພື່ອຄວາມຮັບຜິດຊອບຂອງຕຳຫຼວດ ໄດ້ນຳເອົາວັດຖຸເອກະສານຕ່າງໆລົງໃນເວັບໄຊຂອງຕົນ ຊຶ່ງຜູ້ປົກຄອງນະຄອນຊິຄາໂກ ທ່ານນາງລໍຣີ ໄລຕ໌ຟຸດໄດ້ຮຽກຮ້ອງຕໍ່ມະຫາຊົນໃຫ້ຮັກສາຄວາມສະຫງົບ ແລະທຸລະກິດຕ່າງໆຢູ່ໃນໃຈກາງເມືອງ ກໍພາກັນຕີແຜ່ນໄມ້ແປ້ນປິດປ່ອງແກ້ວຂອງຮ້ານ ໃນການຄາດການວ່າ ຈະເກີດຄວາມບໍ່ສະຫງົບຂຶ້ນ.